ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດບຳລຸງພາສາອັງກິດ ຊຸດທີ 41 ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ, ຄຕພ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ

2019621-close-e41

     ໃນວັນທີ 21 ມິຖຸນາ 2019, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີປິດຊຸດບຳລຸງພາສາອັງກິດ ຊຸດທີ 41 ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ຈຳນວນ 75ທ່ານ (ຍິງ 29 ທ່ານ), ເຊິ່ງໄດ້ດໍາເນີນມາເປັນເວລາ 6 ເດືອນ (ເລີ່ມແຕ່ວັນທີ 21 ມັງກອນ - 21 ມິຖຸນາ 2019), ໂດຍການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ,ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກ ຄະນະຈັດຕັ້ງສູນກາງພັກ, ທ່ານ ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ, ຜູ້ຕາງໜ້າຈາກກົມຕ່າງໆຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ນັກຝຶກອົບຮົມທັງໝົດ 90 ທ່ານ.

       ໃນພິທີດັ່ງກ່າວ, ທ່ານ ຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນສຳເລັດຂອງຊຸດຝຶກອົບຮົມ, ເຊິ່ງໄດ້ຕີລາຄາວ່າ ຊຸດຝຶກອົບຮົມດັ່ງກ່າວແມ່ນໄດ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້ ແລະ ຜູ້ເຂົ້າຮ່ວມບຳລຸງພາສາອັງກິດໃນຊຸດນີ້ ສາມາດຍົກລະດັບພາສາອັງກິດໄດ້ໃນລະດັບທີ່ດີພໍສົມຄວນເປັນຕົ້ນການສົນທະນາ, ການນຳສະເໜີບົດ, ການຂີດຂຽນ ແລະ ການຟັງ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຢູ່ກົມກອງຂອງຕົນ. ພ້ອມດຽວກັນນັ້ນ, ກໍ່ໄດ້ມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 75 ທ່ານ ແລະ ມອບໃບຍ້ອງຍໍໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທີ່ດີເດັ່ນປະຈໍາຊຸດຮຽນຈໍານວນ 06 ທ່ານ (ຍິງ 03 ທ່ານ).

   ທ່ານ ແສງເພັດ ຮຸ່ງບຸນຍວງ, ປະທານພິທີໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ສໍາເລັດການບໍາລຸງພາສາອັງກິດຄັ້ງນີ້, ໂດຍທ່ານໄດ້ເນັ້ນເຖິງຄວາມສຳຄັນ ແລະ ຈຳເປັນຕໍ່ກັບການຍົກລະດັບພາສາຕ່າງປະເທດ ແລະ ວິຊາສະເພາະ ເພື່ອເປັນເຄື່ອງມືໃນການພົວພັນຮ່ວມມືກັບສາກົນໃນໄລຍະໃໝ່, ໂດຍເລັ່ງໃສ່ປະຕິບັດແຜນບຸກທະລຸ 4 ດ້ານທີ່ກອງປະຊຸມໃຫ່ຍຂອງພັກ ຄັ້ງທີ X ວາງອອກ. ສະນັ້ນ, ການຍົກລະດັບພາສາອັງກິດ ຈຶ່ງເປັນວຽກງານໜຶ່ງທີ່ຈຳເປັນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ແລະ ເພື່ອສ້າງພື້ນຖານຄວາມຮູ້ດ້ານພາສາຕ່າງປະເທດໃຫ້ແກ່ພະນັກງານລັດ ໃຫ້ມີຄວາມຮູ້-ຄວາມສາມາດສູງຂຶ້ນກວ່າເກົ່າ, ເຊິ່ງນອກຈາກການນຳໃຊ້ເຂົ້າໃນວຽກງານປະຈໍາວັນແລ້ວ, ຍັງສາມາດນຳໄປໝູນໃຊ້ໄດ້ໃນເວທີສາກົນເຊັ່ນ: ການເຂົ້າຮ່ວມກອງປະຊຸມສາກົນທັງພາຍໃນ ແລະ ຕ່າງປະເທດ, ກອງປະຊຸມສຳມະນາຖອດຖອນບົດຮຽນໃນຫົວຂໍ້ຕ່າງໆ ລວມທັງການຂຽນບົດ ຫຼື ເອກະສານທາງການຕ່າງໆ.

          ຊຸດບຳລຸງພາສາອັງກິດ ຊຸດທີ 41 ໄດ້ດຳເນີນໄປຕາມແຜນການທີ່ ສະຖາບັນການຕ່າງປະເທດ ວາງອອກ. ນອກຈາກນັ້ນ, ຍັງໄດ້ສ້າງກິດຈະກຳການເຄື່ອນໄຫວນອກຫຼັກສູດ ເປັນຕົ້ນໄດ້ນໍາພາຜູ້ເຂົ້າຮວ່ມຝຶກອົບຮົມໄປທັດສະນະສຶກສາສູນຢ້ຽມຢາມຂໍ້ມູນ-ຂ່າວສານຄົນພິການ (COPE), ຢ້ຽມຊົມສູນພັດທະນາແມ່ຍິງພິການລາວ ແລະ ບໍລິສັດດາວທຽມລາວ-ອາຊີປາຊີຟິກຈໍາກັດ, ຢ້ຽມຢາມເຂື່ອນໄຟຟ້ານ້ຳງື່ມ 1ແລະ ຈັດການແຂ່ງຂັນກິລາຕ່າງໆ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ສະຖາບັນການຕ່າງປະເທດ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກພາກສ່ວນອື່ນໆໃຫ້ມີບັນຍາກາດຟົດຟື້ນ ແລະ ແໜ້ນແຟ້ນກວ່າເກົ່າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484533
ມື້ນີ້49
ມື້ວານ188
ອາທິດນີ້971
ເດືອນນີ້3838