ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ ຄັ້ງທີ 17 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ຈີນ ຄັ້ງທີ 25

2019.5.20-17th-SOM-DOC

2019.5.20-25th-ACSOC

     ໃນວັນທີ 18 ພຶດສະພາ 2019 ທີ່ ຫາງໂຈ, ສປ ຈີນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (ດີ​ໂອ​ຊີ) ຄັ້ງທີ 17 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Enrique A. Manalo, ຮອງລັດຖະມົນຕີການຕ່າງປະເທທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງຟີລິປິນ ແລະ ທ່ານ Chen Xiaodong, ​​ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປ ຈີນ.

ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຖະແຫຼງການ ​ດີ​ໂອ​ຊີ, ເຊິ່ງສະແດງອອກໃນການສໍາເລັດການຈັດຕັ້ງປະຕິບັດຫຼາຍກິດຈະກໍາຮ່ວມກັນ ພາຍໃຕ້ແຜນວຽກ​ຂອງຖະແຫຼງການດັ່ງ​ກ່າວ ​ໃນໄລຍະ 2016-2021. ພ້ອມນີ້ ກອງປະຊຸມ ໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ທ່ວງທ່າອັນ​ດີ​ຂອງ​ການ​ຮ່ວມ​ມືພາຍ​ໃຕ້​ຖະ​ແຫຼງ​ການ ​ດີ​ໂອ​ຊີ ເລັ່ງໃສ່ການແລກປ່ຽນບົດ​ຮຽນທີ່ດີ, ​ສົ່ງ​ເສີມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນແລະກັນ ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ພັດ​ທະ​ນາ ກໍຄືການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. ພ້ອມກັນນີ້, ກອງປະຊຸມ ຍັງໄດ້​ຮັບ​ຊາບບັ​ນ​ດາ​ຂໍ້​ລິເລີ່ມ ແລະ ກິດ​ຈະ​ກຳ​​ຮ່ວມ​ມື​ໃໝ່ ທີ່ສະເໜີໂດຍ​ອາ​ຊຽນ ແລະ ຈີນ ເພື່ອເອົາເຂົ້າໃນ ແຜນວຽກວ່າດ້ວຍການຈັດຕັ້ງປະຕິບັດຖະແຫຼງການ ດີ​ໂອ​ຊີ. ຄຽງຄູ່ກັນນີ້, ກອງປະຊຸມ ຍັງສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການເຈລະຈາ ຊີໂອຊີ ແລະ ຄາດວ່າ ຮ່າງທໍາອິດຂອງ ຊີໂອຊີ ຈະສໍາເລັດກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໃນເດືອນສິງຫາ ທີ່ ບາງກອກ,​ ປະເທດໄທ.

ໃນວັນທີ 19 ພຶດສະພາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ າວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ຈີນ ຄັ້ງທີ 25 ໂດຍການເປັນປະທານຮ່ວມລະຫວ່າງ ຟີລິບປິນ ແລະ ຈີນ.

ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດການພົວພັນຮ່ວມມື ອາຊຽນ-ຈີນ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດປີນະວັດຕະກໍາ ອາຊຽນ-ຈີນ 2018, ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 21, ການຈັດຕັ້ງປະຕິບັດຖະແຫຼງການວິໄສທັດຄູ່ຮ່ວມຍຸດທະສາດ ອາຊຽນ-ຈີນ 2030, ຖະແຫຼງການຮ່ວມ ອາຊຽນ-ຈີນ ວ່າດ້ວຍການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳສຳລັບ ປີແລກປ່ຽນສື່ມວນຊົນ ອາຊຽນ-ຈີນ 2019.

ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ຈີນ ໄລຍະ 2016-2020, ເຊິ່ງເຫັນວ່າມີຫຼາຍກິດຈະກໍາໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ຂົງເຂດວັດທະນະທໍາ-ສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດ.

ສໍາລັບທິດທາງການຮ່ວມມື ອາຊຽນ-ຈີນ ໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີນໍາກັນຕໍ່ການເລີ່ມຂະບວນການຮ່າງແຜນປະຕິບັດງານ ອາຊຽນ-ຈີນ ສະບັບໃໝ່ໄລຍະ 2021-2025 ລວມທັງໄດ້​​ເຫັນ​​ດີເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈແລະທ່າແຮງຮ່ວມກັນເຊັັ່ນ: ການປະສານງານດ້ານນະໂຍບາຍ ແລະ ຄວາມໝັ້ນຄົງ, ການສົ່ງເສີມການຄ້າ, ການເຊື່ອມຈອດ, ການພັດທະນາຕົວເມືອງອັດສະລິຍະ, ເສດຖະກິດດີຈີຕອນ, ຍົກສູງຄວາມສາມາດໃນການຜະລິດ, ການສຶກສາ, ການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ, ການແລກປ່ຽນຊາວໜຸ່ມ ແລະ ສື່ມວນຊົນ, ແລະ ການຮ່ວມມືໃນຂອບອະນຸພາກພື້ນ ເຊັ່ນ: ແມ່ນຳ້ຂອງ-ແມ່ນນໍ້າລ້ານຊ້າງແລະອື່ນ. ກອງປະຊຸມ ໄດ້ຮັບຊາບຂໍ້ສະເໜີໃໝ່ຂອງຈີນ ເຊັ່ນ: ການກຳນົດເອົາປີ 2020 ເປັນປີການຮ່ວມມືເສດຖະກິດຕີຈີຕອນ, ຂໍ້່ລິເລີ່ມການເສີມສ້າງເຊິ່ງກັນ ແລະ ກັນ ລະຫວ່າງແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 (MPAC 2025) ແລະ ແຜນໜຶ່ງແລວໜຶ່ງເສັ້ນທາງ (BRI) ແລະ ການຮ່ວມມືດ້ານເສດຖະກິດສີຟ້າ.

ກອງປະຊຸມຄັ້ງນີ້ຍັງໄດ້ແລກປ່ຽນຄຳຄິດ​​ເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ລວມທັງການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດ ອາຊຽນ-ຈີນ, ເຊິ່ງຈະຈັດຂຶ້ນໃນເດືອນສິງຫາ ແລະ ພະຈິກ 2019 ຕາມລໍາດັບ ຢູ່ ບາງກອກ, ປະເທດໄທ.

ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ຄັ້ງຕໍ່ໄປ (ຄັ້ງທີ 26) ຈະຈັດຂຶ້ນ ຢູ່ ຟີລິບປິນ ໃນປີ 2020.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484531
ມື້ນີ້47
ມື້ວານ188
ອາທິດນີ້969
ເດືອນນີ້3836