ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືຂອບການຮ່ວມມື ແຫ່ງອາຊີ (ACD) ຄັ້ງທີ 16, ທີ່ ໂດຮາ, ປະເທດກາຕາ

2019.5.3-tp-in-doha1

2019.5.3-tp-in-doha2

ໃນວັນທີ 30 ເມ​ສາ ເຖິງ ວັນ​ທີ 02 ພຶ​ດສະພາ 2019, ທ່ານ ທອງ​ຜ່ານ​ ສະຫວັນ​ເພັດ, ຮອງລັດຖະມົນຕີກະຊວງ       ກາ​ນຕ່າງປະ​ເທດ​ໄດ້​​ນໍາພາຄະນະ​ຜູ້​ແທນ ​​ເຂົ້າ​ຮ່ວມກອງປະຊຸມລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດເວທີ​ປຶກສາ​ຫາ​ລື​ຂອບ​ການ​ຮ່ວມມື ​ແຫ່ງ​ອາຊີ (Asia Cooperation Dialogue – ACD) ຄັ້ງທີ 16 (16th ACD Ministerial Meeting), ຊຶ່ງ​ໄດ້​ຈັດ​ຂຶ້ນທີ່ ​ນະ​ຄອ​ນ​ຫຼວງ​​ໂດ​ຮາ, ປະ​ເທດ​ກາ​ຕາ ພາຍ​ໃຕ້​ການ​ເປັນ​ປະທານ ຂອງ ທ່ານ ​ໂມ​ຮຳ​​ເມັດ ບິນ ອັບ​ດຸນ​ລາມານ ອາ​ນ ທານີ (Mohammed bin Abdulrahman Al Thani), ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດຖະມົນຕີ ກະຊວງ​ການ​ຕ່າ​ງປະ​ເທດ ​ກາ​ຕາ. ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ມີ​ບັນ​ດາລັດຖະມົນຕີ, ຮອງ​ລັດ​ຖະ​ມົນ​ຕີ ແລະ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ​ປະ​ເທດ​ສະ​ມາ​ຊິກ ACD ເຂົ້າ​ຮ່ວມທັງ​ໝົດ 33 ​ປະ​ເທດ.

ກອງ​ປະຊຸມດັ່ງ​ກ່າວ ເປັນ​ກອງ​ປະ​ຊຸມ​​ປະ​ຈຳ​​ປີ, ຊຶ່ງໄດ້ດຳ​ເນີນໄປ​ພາຍ​ໃຕ້​ຫົວ​ຂໍ້: “ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ກ້າວ​ໜ້າ (Partners In Progress)”. ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ບັນ​ຫາ​ສຳ​ຄັນຕ່າງໆ ​ກ່ຽວ​ກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ເພື່ອ​ສົ່ງ​ເສ​ີມ​ການ​ຮ່ວ​ມ​ມືກັນ, ການ​ກຳ​ນົດ​ໄລ​ຍະ​​ເວ​ລາ​ໃນ​ການປະ​ຕິ​ບັດ​​ແຜນງານ ແລະ ປຶກ​ສາ​ຫາ​ລື ກ່ຽວ​ກັບ ​ການ​ທາບ​ທາມ​ເລ​ຂາ​ທິ​ການ ກອງ​ເລ​ຂາ​ ACD ຜູ້​ໃໝ່ ເພື່ອ​ປ່ຽນ​ແທນ​ຜູ້​ເກົ່າ​ ທີ່ຈະສິ້ນ​ສຸດ​ວາ​ລະ​ການ​ປະ​ຕິ​ບັດ​ງານ ໃນ​ເດືອນ​ສິງ​ຫາ 2019 ນີ້. ນອກ​ຈາກ​ນັ້ນ, ກອງ​ປະ​ຊຸມ​ຄັ້ງ​ນີ້ ຍັງ​ ໄດ້ຮັບຮອງເອົາຖະແຖງ ການໂດຮາ ພາຍໃຕ້ຫົວຂໍ້: “ຄູ່ຮ່ວມມື ເພື່ອຄວາມກ້າວໜ້າ (Partners In Progress)” ເພື່ອເປັນບ່ອນອີງໃນການສືບຕໍ່ ຈັດຕັ້ງປະຕິບັດວຽກງານ ການຮ່ວມມືໃນຕໍ່ໜ້າ ລະຫວ່າງ ປະເທດສະມາຊິກ. ພ້ອມນີ້, ກອງ​ປະ​ຊຸມ​ຍັງ​ໄດ້ ເຫັນດີຮັບຮອງເອົາ ລັດປາແລດ​ສະຕິນ ເຂົ້າເປັນປະເທດສະມາຊິກ ຂອງ ເອຊີດີ ເປັນ​ປະ​ເທດ​ທີ 35.

​​​ເວທີປຶກ​ສາ​ຫາ​ລື​ຂອບ​ການຮ່ວມມືແຫ່ງອາຊີ ສ້າງຕັ້ງຂຶ້ນໃນປີ 2002 ແນໃສ່ຮັດ​ແໜ້ນ​ການ​ຮ່ວມ​ມື​ ແລະ ສ້າງ ຄວາມເປັນປຶກແຜ່ນ ຂອງທະວີບອາຊີ ຊຶ່ງ​ມີ ກອງ​ເລ​ຂາ ເອຊີ​ດີ ຕັ້ງ​ຢູ່ ປະ​ເທດກູເວດ. ​

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484565
ມື້ນີ້81
ມື້ວານ188
ອາທິດນີ້1003
ເດືອນນີ້3870