ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ ​ແລະ ຍື່ນຈົດໝາຍ​ແຕ່ງ​ຕັ້ງ​ຂອງ​ ຜູ້ຕາງໜ້າ​ຄົນໃໝ່ຂອງ​ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ

2019.5.6-tp-hup-UNDP1

2019.5.6-tp-hup-UNDP2

     ໃນ​ຕອນເຊົ້າ​ຂອງ​ວັນ​ທີ 06 ພຶດສະພາ 2019 ທີ່ ກະຊວງ​ການ​ຕ່າງປະ​ເທດ,​ ທ່ານ ທອງຜ່ານ ສະຫວັນເພັດ, ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ ​ແລະ ຍື່ນຈົດໝາຍ​ແຕ່ງ​ຕັ້ງ​ຂອງ​ ທ່ານ ນາງ ຣິຄາດ້າ ຣິເຈີ (Ms. Ricarda Rieger), ເພື່ອມາເປັນຜູ້ຕາງໜ້າ​ຄົນໃໝ່ຂອງ​ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ.​

     ​ໃນ​ໂອກາດ​ດັ່ງກ່າວ, ທ່ານ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ​ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ມາ​ຍັງ​ຜູ້ຕາງໜ້າ​ຂອງ​ ອົງການ UNDP ຄົນ​ໃໝ່ ປະຈຳ ສປປ ລາວ ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ຕໍ່ສາຍພົວພັນທີ່ດີ ແລະ ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອເພື່ອການພັດທະນາ​ຂອງ ​ອົງການ UNDP ຕໍ່ ສປປ ລາວ ​ໃນ​ໄລຍະ​ທີ່​ຜ່ານ​ມາ.​ ໃນນັ້ນ, ທ່ານ ​ທອງຜ່ານ ສະຫວັນເພັດ ​ຍັງ​ໄດ້ສະແດງຄວາມເຊື່ອໝັັ້ນວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ຜູ້ຕາງໜ້າ​ຄົນ​ໃໝ່, ອົງການ UNDP ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ສືບຕໍ່​ໃຫ້ການສະໜັບສະໜູນ​ແກ່ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​​ແຜນຍຸດທະສາດໂດຍສະເພາະແມ່ນດ້ານການພັດທະນາ ລະຫວ່າງ ສປປ ລາວ ແລະ ອົງການ UNDP, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການປະກອບສ່ວນເຂົ້າໃນການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດການພັດທະນາໃນພາກພື້ນ ແລະ ສາກົນ. ​ນອກຈາກ​ນີ້, ທ່ານ ​ຮອງລັດຖະມົນຕີ ກໍ່​ຍັງ​ສະ​ແດງຄວາມ​ຂອບ​ໃຈ ຕໍ່​ອົງການ​ດັ່ງກ່າວ ພ້ອມ​ທັງ​ອວຍພອນ​ໃຫ້​ທ່ານ​ຜູ້ຕາງໜ້າ ​ອົງການ UNDP ຄົນ​ໃໝ່​ປະສົບ​ຜົນສຳ​ເລັດ​ໃນ​ການມາ​ປະຕິບັດ​ໜ້າ​ທີ່​ຂອງ​ທ່ານ ຢູ່ ສປປ ລາວ ໃນຄັ້ງນີ້.​

​     ໃນໂອກາດ​ດຽວ​ກັນ​ນີ້,​ ທ່ານ ນາງ ຣີຄາດ້າ ຣິເຈີ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອົບ​ອຸ່ນ​ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ລັດຖະບານ ​ແຫ່ງ ສປປ ລາວ ທີ່​ໄດ້​ອະນຸມັດ​ໃຫ້​ທ່ານ ມາ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ. ທ່ານ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ອົງການ UNDP ຈະ​ສືບ​ຕໍ່ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ລັດຖະບານ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນງານຕ່າງໆ ທີ່ເປັນບູລິມະສິດຂອງ ສປປ ລາວ ​ໃຫ້​ໄດ້​ຮັບ​ໝາກຜົນທີ່​ດີ​ໃນ​ອະນາຄົດ​ຂ້າງ​ໜ້າ.​ ​

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485820
ມື້ນີ້119
ມື້ວານ206
ອາທິດນີ້856
ເດືອນນີ້5125