ເນື່ອງໃນໂອກາດຄົບຮອບ 40 ປີ ການຮັບຮອງເອົາຖະແຫຼງການ ແລະ ແຜນປະຕິບັດງານບູໂນດໄອຣິດ ວ່າດ້ວຍ ການສົ່ງເສີມ ແລະ ການຈັດຕັ້ງປະຕິບັດການຮ່ວມມືດ້ານເຕັກນິກ ລະຫວ່າງປະເທດກໍາລັງພັດທະນາ, ໃນວັນທີ 20-22 ມີນາ 2019 ຜ່ານມາ ອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມລະດັບສູງງອົງການ ສະຫະປະຊາຊາດ (ສປຊ) ວ່າດ້ວຍ ການຮ່ວມມືໃຕ້-ໃຕ້ຫຼືເອີ້ນວ່າ “BAPA+40” ແລະ ກອງປະຊຸມປິ່ນອ້ອມອື່ນໆ ຢູ່ເມືອງບູໂນດໄອຣິດ ປະເທດອັກຊັງຕິນ. ໂດຍມີ ປະມຸກລັດ, ຫົວໜ້າລັດຖະບານ, ປະທານສະມັດຊາໃຫຍ່ອົງການ ສປຊ, ເລຂາທິການໃຫຍ່ອົງການ ສປຊ, ຄະນະຜູ້ແທນຂັ້ນສູງປະເທດສະມາຊິກ ສປຊ, ອົງການເຄືອຄ່າຍສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ຈາກທົ່ວໂລກເຂົ້າຮ່ວມຢ່າງຫລວງຫຼາຍ.
ຄະນະຜູ້ແທນລາວນໍາພາໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເຂົ້າຮ່ວມກອງປະຊຸມສໍາຄັນດັ່ງກ່າວດ້ວຍຜົນສໍາເລັດສູງ ແລະ ໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ໂດຍໄດ້ຢໍ້າຄືນຄວາມໝາຍຄວາມສໍາຄັນຂອງຂອບການຮ່ວມມື ໃຕ້-ໃຕ້ ຊຶ່ງມີບົດບາດສໍາຄັນໃນການສະໜັບສະໜູນການຮ່ວມມື ລະຫວ່າງ ປະເທດກໍາລັງພັດທະນາດ້ວຍກັນພາຍໃຕ້ເປົ້າໝາຍລວມຮ່ວມກັນລົບລ້າງຄວາມທຸກຍາກ ແລະ ສົ່ງເສີມການພັດທະນາແບບຍືນຍົງບົນພື້ນຖານການເຫັນອົກເຫັນໃຈລະຫວ່າງປະຊາຊົນ ແລະ ປະເທດຕ່າງໆ ກໍຄືເຄົາລົບຕໍ່ຄວາມເປັນເອກະລາດແຫ່ງຊາດ, ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນແລະກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ນອກນັ້ນ, ຍັງໄດ້ຢໍ້າຄືນບົດບາດຂອງການຮ່ວມມືສາມຝ່າຍກໍຄື ບົດບາດຂອງອົງການເຄືອຄ່າຍ ສປຊ ໃນລະດັບຊາດ ເພື່ອເປັນຂົວຕໍ່ການຮ່ວມມື ແລະການຈັດຕັ້ງປະຕິບັດໂຄງການຕ່າງໆຢ່າງມີປະສິດຕິພາບ ແລະ ປະສິດຕິຜົນແທ້ຈິງ.
ໃນຕອນທ້າຍ, ກອງປະຊຸມໄດ້ຮັບຮອງເອົາເອກະສານຜົນຂອງກອງປະຊຸມ ຊຶ່ງຈະເປັນເອກະສານພື້ນຖານສໍາຄັນສໍາລັບການສົ່ງເສີມການຮ່ວມມືເພື່ອການພັດທະນາ ລະຫວ່າງ ປະເທດກໍາລັງພັດທະນາດ້ວຍກັນ ໂດຍພາຍໃຕ້ຂອບການຮ່ວມມືສາມຝ່າຍໃນຕໍ່ໜ້າຕື່ມອີກ.