ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ - ສປ ຈີນ ເພິ່ມທະວີການຮ່ວມມືສອງຝ່າຍ

 

MadamLPB1 MadamLPB2

MadamLPB3 MadamLPB4

 

ໃນຕອນເຊົ້າຂອງວັນທີ 24 ມີນາ 2019, ທີ່ ນະຄອນຫຼວງພະບາງ. ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ຄົ້ງ ສວນໂຢ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-25 ມີນາ 2019, ເພື່ອຜັນຂະຫຍາຍຜົນການ ພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ, ທີ່ປຶກສາ ແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ທີ່ນະຄອນຫຼວງວຽງຈັນ ໃນເດືອນທັນວາ 2018 ທີ່ຜ່ານມາ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ດ້ວຍຄຸນນະພາບອັນໃໝ່ທັງທາງກ້ວາງ ແລະ ທາງເລິກ, ກໍຄືການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ສອງກະຊວງການຕ່າງປະເທດໃນໄລຍະ ເວລາຜ່ານມາ, ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ການຮ່ວມມືຂອບພາກພື້ນ ແລະ ອະນຸພາກພື້ນ; ເປັນຕົ້ນ ແມ່ນການຮ່ວມມື ຂອບ ອາຊຽນ-ຈີນ ແລະ ການຮ່ວມມືຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຝ່າຍ ຈີນໃຫ້ບູລິມະສິດ 13 ໂຄງການແກ່ ສປປ ລາວ ໃນປີ 2017 ຈໍານວນ 13 ໂຄງການ ລວມມູນຄ່າຫຼາຍກວ່າ 3,4 ລ້ານ ໂດລາ ສະຫະລັດ ແລະ ປີ 2018 ຈໍານວນ 21 ໂຄງການ ລວມມູນຄ່າ 5 ລ້ານກວ່າ ໂດລາສະຫະລັດ. ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ການກະກຽມ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 2 ຕາມການເຊື້ອເຊີນ ແລະ ສືບຕໍ່ການຢ້ຽມຢາມພາຍໃນຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຊື່ງຈະມີຂຶ້ນໃນທ້າຍເດືອນເມສາ 2019, ທີ່ ນະຄອນຫຼວງ ປັກກິ່ງ. ການກະກຽມເຂົ້າຮ່ວມກອງປະຊຸມໂປອາວ ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນທ້າຍເດືອນມີນາ ນີ້.

ສອງຝ່າຍ ຍັງໄດ້ປືກສາຫາຫລື ແລະ ແຈ້ງໃຫ້ກັນຊາບ ໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງສະຫາຍການນຳສອງປະເທດຢ່າງຕັ້ງໜ້າ ແລະ ເຫັນວ່າມີຫຼາຍອັນມີຄວາມຄືບໜ້າ; ເປັນຕົ້ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ, ການຈັດຕັ້ງຜັນຂະຫຍາຍທຶນຊ່ວຍເຫຼືອມູນຄ່າ 4 ຕື້ຢວນ, ການຈັດລຽງໂຄງການບູລິມະສິດ 8 ໂຄງການໃຫຍ່ ໃນໄລຍະ 3 ປີຕໍ່ໜ້າ (2018-2020). ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການຮ່ວມມື, ການປະສານສົມທົບ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຈີນ; ໂດຍສະເພາະການຈັດຕັ້ງຜັນຂະຫຍາຍສັນຍາ ວ່າດ້ວຍ ການເພີ່ມທະວີການຮ່ວມມືໃນສະພາບການໃໝ່ ລະຫວ່າງ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ທີ່ ໄດ້ລົງນາມໃນປີ 2017, ການແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ອີກຄັ້ງໜຶ່ງ, ທ່ານ ຮອງລັດຖະມົນຕີ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຮອງລັດຖະມົນຕີ ຄົ້ງ ສວນໂຢ ທີ່ເດີນທາງມາຢ້ຽມຢາມເຮັດວຽກ, ຊຶ່ງເປັນກົນໄກແລກປ່ຽນການຢ້ຽມຢາມເຮັດວຽກໃນລະດັບຮອງລັດຖະມົນຕີ ຂອງກະຊວງການຕ່າງປະເທດ ລາວ-ຈີນ ທີ່ໄດ້ປະຕິບັດມາຢ່າງເປັນປົກກະຕິທຸກໆປີ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ຄົ້ງ ສວນໂຢ ຍັງໄດ້ເຂົ້າຢ້ຽມຂໍານັບ ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງຫຼວງພະບາງ, ຢ້ຽມຢາມໂຄງການທາງລົດໄຟ ລາວ-ຈີນ ແລະ ທ່ຽວຊົມສະຖານທີ່ສໍາຄັນທາງປະຫວັດສາດໃນນະຄອນຫຼວງພະບາງອີກຈໍານວນໜຶ່ງ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484209
ມື້ນີ້186
ມື້ວານ147
ອາທິດນີ້647
ເດືອນນີ້3514