ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມໃນເອກະສານແລກປ່ຽນ 04 ໂຄງການຊ່ວຍເຫຼືອ ຈາກລັກຖະບານຍີ່ປຸ່ນ

20190320Japan

     ໃນວັນທີ 20 ມີນາ 2019, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມໃນເອກະສານແລກປ່ຽນໂຄງການຊ່ວຍເຫຼືອ ຈາກ ລັດຖະບານຍີ່ປຸ່ນ ຈໍານວນ 04 ໂຄງການ, ຊຶ່ງຕາງໜ້າຝ່າຍລາວ ຮ່ວມລົງນາມໃນເອກະສານ ແລະ ກ່າວຮັບໂຄງການ ໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ຮ່ວມລົງນາມໃນເອກະສານ ແລະ ກ່າວມອບໂດຍ ໂດຍ ທ່ານ ຕາເກຊິ ຮິກິຮາຣະ(Takeshi HIKIHARA), ເອກອັກຄະລາຊາທູດຍີ່ປຸ່ນປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

 

      ເອກະສານແລກປ່ຽນ 04 ໂຄງການດັ່ງກ່າວ ມີຄື: ໂຄງການເພາະພັນປາ (Aquaculture)ມູນຄ່າ 200 ລ້ານເຢນ, ໂຄງການຕ້ານການກໍ່ການຮ້າຍ (Counterterrorism) ມູນຄ່າ 200 ລ້ານເຢນ, ໂຄງການຊ່ວຍເຫຼືອລ້ານອກໂຄງການ (Non-Project)ມູນຄ່າ 500 ລ້ານເຢນ ແລະ ໂຄງການຂະຫຍາຍລະບົບທໍ່ສົ່ງນ້ຳປະປາ ຂອງ ນະຄອນຫຼວງພະບາງ (ຂັ້ນຕອນອອກແບບ) ມູນຄ່າ 97 ລ້ານເຢນ, ຊຶ່ງແມ່ນ​ໂຄງ​ການ​ຊ່ວຍ​ເຫຼືອ​ລ້າ ຂອງ ລັດ​ຖະ​ບານ​ຍີ່​ປຸ່ນ ລວມ​ມູນ​ຄ່າ 997 ລ້ານ​ເຢນ ຫຼື ​ປະ​ມານ 8,2 ລ້ານ ໂດ​ລາ​ສະ​ຫະ​ລັດ. ການຊ່ວຍເຫຼືອ 04 ໂຄງການ ທີ່ໄດ້ລົງນາມໃນຄັ້ງນີ້ ແມ່ນນອນຢູ່ໃນແຜນການຮ່ວມມືລາວ-ຍີ່ປຸ່ນ ເພື່ອພັດທະນາ ສປ ລາວ ແບບຍືນຍົງ, ເຊິ່ງສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ເຫັນດີຮ່ວມກັນ ໃນເດືອນກັນຍາ 2016, ໂດຍປະຕິບັດຄຽງຄູ່ກັບແຜນພັດທະນາເສດຖະກິດ-ສົງຄົມ 5 ປີ ຄັ້ງທີ 8 (2016-2020) ຂອງ ສປ ລາວ.

ນອກຈາກ 04 ໂຄງການ ທີ່​​ໄດ້ລົງນາມໃນຄັ້ງນີ້, ໃນວັນທີ 06 ມີນາ 2019 ຜ່ານມາກໍໄດ້ມີການລົງນາມຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ 04 ໂຄງການຜ່ານບັນດາອົງການຈັດຕັ້ງສາກົນປະຈຳລາວ (UNICEF, UN-Habitat ແລະ FAO) ເພື່ອຊ່ວຍເຫຼືອຟື້ນຟູໄພພິບັດຢູ່ແຂວງອັດຕະປື, ເປັນຕົ້ນແມ່ນການຟື້ນຟູກະສິກຳ, ເຮືອນຊານບ້ານຊ່ອງ, ການສຶກສາແລະການສະໜອງນ້ຳສະອາດແກ່ລາວລວມມູນຄ່າປະມານ 7,6 ລ້ານໂດລາສະຫະລັດ.

ໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ, ໂດຍສະເພາະ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA), ຊຶ່ງຍີ່ປຸ່ນ ໄດ້ເປັນອັນດັບ 1 ຂອງປະເທດທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວຕະຫຼອດມາ, ສະເລ່ຍ 90-100 ລ້ານໂດລາ ສະຫະລັດ ຕໍ່ ປີ, ເປັນຕົ້ນແມ່ນ ການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາລະນະສຸກ, ວຽກງານກະສິກຳ ແລະ ປ່າໄມ້ ແລະ ອື່ນໆ, ຊຶ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ​-ສັງຄົມ, ການເຊື່ອມໂຍງເຂົ້າກັບພາກພື້ນຂອງ ສປປລາວ ແລະ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ນັບດີຂຶ້ນເປັນກ້າວໆ.

ພ້ອມນີ້, ທ່ານຮອງລັດຖະມົນຕີ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ04 ໂຄງກາານຊ່ວຍເຫຼືອ ຄັ້ງນີ້ ຈະປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະ​ນາ​ຂະ​ແໜງ​ການປະ​ມົງ, ເພີ່ມ​ຂີດຄວາມ​ອາດ​ສາ​ມາດ​ໃຫ້​ແກ່​ຂະ​ແໜງ​ການປ້ອງ​ກັນ​ຄວາມ​ສະ​ຫງົບ, ສະໜອງ​ນ້ຳ​ປະ​ປາໃຫ້ແກ່ປະຊາຊົນຊາວນະຄອນຫຼວງພະບາງໄດ້ພຽງພໍ ແລະ ​ສະ​ໜັບ​ສະ​ໜູນການດຸ່ນດ່ຽງງົບປະມານແກ່ ສ​ປ​ປ ລາວ, ແລະ ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ບັນດາໂຄງການຊ່ວຍເຫຼືອຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດແກ່ການພັດທະນາ ສປ ລາວ ກໍຄືປະຊາຊົນລາວ. ໃນຕອນທ້າຍ ທ່ານຮອງລັດຖະມົນຕີ ໄດ້ອວຍພອນໃຫ້ສາຍພົວພັນການເປັນຄູ່ຮ່ວມຍຸດທະສາດລະຫວ່າງລາວ ແລະ ຍີ່ປຸ່ນໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນອານາຄົດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484688
ມື້ນີ້204
ມື້ວານ188
ອາທິດນີ້1126
ເດືອນນີ້3993