ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາປີ 2019

20190314MekongLancang20190314MekongLancang220190314MekongLancang1

ໃນຕອນເຊົ້າຂອງວັນທີ 14 ມີນາ 2019, ກົມເສດຖະກິດ, ກະຊວງການຕ່າງປະເທດ ໃນນາມກອງເລຂາແຫ່ງຊາດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຮ່ວມກັບສະຖານ ເອກອັກຄະລັດຖະທູດສາທາລະນະລັດປະຊາຊົນຈີນ ປະຈໍາ ສປປ ລາວ ຈັດງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນທີ່ ໂຮງແຮມດອນຈັນພາເລດ. ໃຫ້ກຽດເປັນປະທານເປີດງານຄັ້ງນີ້ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຈຽງ ຈາຍຕົງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ. ໂດຍມີຜູ້ຕາງໜ້າຈາກບັນດາສະຖານທູດຂອງປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ( ກໍາປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ) ແລະ ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງລາວ ເຂົ້າຮ່ວມປະມານ 200 ທ່ານ.


ຈຸດປະສົງຂອງການຈັດງານຄັ້ງນີ້ ກໍ່ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຜົນຂອງກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ເປັນການສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 3 ປີ ແລະ ທັງເປັນການເຜີຍແຜ່ຄວາມຮູ້ກ່ຽວກັບ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ບັນດາກະຊວງຂະແໜງການ, ສະຖາບັນຄົ້ນຄ້ວາ, ນັກສຶກສາ, ສື່ມວນຊົນ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຂອບການຮ່ວມມືດັ່ງກ່າວໃຫ້ກວ້າງຂວາງ ແລະ ເລິກເຊິ່ງຂຶ້ນຕື່ມ. ນອກຈາກນີ້, ຍັງເປັນການເພີ່ມທະວີ ຮັດແໜ້ນການພົວພັນຮ່ວມມື, ແລກປ່ຽນວັດທະນະທໍາ ແລະ ຊຸກຍູ້ການທ່ອງທ່ຽວລະຫວ່າງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຕື່ມອີກ.


ໃນງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້ລ້ານຊ້າງຄັ້ງນີ້ ປະກອບມີຫຼາຍກິດຈະກໍາຄື: ພິທີປະຖະກະຖາກ່ຽວກັບໂອກາດ ແລະ ສິ່ງທ້າທາຍຂອງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ການປະກວດຮູບພາບຖ່າຍ ກ່ຽວກັບວັດທະນະທໍາ ແລະ ເອກະລັກຂອງປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ, ສາຍຮູບເງົາສາລະຄະດີເລື່ອງສັ້ນ ກ່ຽວກັບວັດທະນະທໍາ ແລະ ການທ່ອງທ່ຽວຂອງປະເທດສະມາຊິກ. ພ້ອມດຽວກັນນັ້ນ, ໃນຕອນບ່າຍວັນທີ 15 ມີນາ 2019 ກໍ່ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາ ລະຫວ່າງ ກະຊວງການຕ່າງປະເທດ ແລະ ບັນດາສະຖານທູດປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480349
ມື້ນີ້7
ມື້ວານ172
ອາທິດນີ້747
ເດືອນນີ້6580