ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາດ້ານນະໂຍບາຍລະດັບຊາດ ກ່ຽວກັບການສ້າງຄວາມເຂັ້ມແຂງດ້ານການຜະລິດ, ຄວາມຫຼາກຫຼາຍໃນການສົ່ງອອກ ແລະ ການປັບໂຄງສ້າງເສດຖະກິດ: ນະໂຍບາຍ ແລະ ຍຸດທະສາດ ເພື່ອການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແບບຍືນຍົງຂອງ ສປປ ລາວ

20190312IO20190312IO1

   ກະຊວງການຕ່າງປະເທດຮ່ວມກັບອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດທະນາ (UNCTAD), ໄດ້ຈັດກອງປະ​ຊຸມສຳມະນາດ້ານນະໂຍບາຍລະດັບຊາດ ກ່ຽວກັບ ການສ້າງຄວາມເຂັ້ມແຂງດ້ານການຜະລິດ, ຄວາມຫຼາກຫຼາຍໃນການສົ່ງອອກ ແລະ ການປັບໂຄງສ້າງເສດຖະກິດ: ນະໂຍບາຍ ແລະ ຍຸດທະສາດ ເພື່ອການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາທີ່ຍືນຍົງຂອງ ສປປ ລາວ, ໃນວັນທີ 12 – 13 ມີນາ 2019, ທີ່ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ​ເຊິ່ງມີຜູ້ເຂົ້າຮ່ວມຂັ້ນຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມທີ່ກ່ຽວຂ້ອງຈາກບັນດາກະຊວງ ຂະແໜງການອ້ອມຂ້າງສູນກາງ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມປະມານ 100 ທ່ານ.

         ກອງປະຊຸມຄັ້ງນີ້ ເປັນກອງປະຊຸມລະດັບສູງຊຶ່ງມີຈຸດປະສົງເພື່ອປຶກສາຫາລືກັນ ໃນການວາງແຜນຍຸດທະສາດ ແລະ ນະໂຍບາຍ ເພື່ອຊອກຫາວິທີໃນການແກ້ໄຂບັນດາສິ່ງທ້າທາຍ ທີ່ ສປປ ລາວ ກຳລັງປະເຊີນ ແລະ ກໍານົດບູລິມະສິດ, ແນວທາງໃນຕໍ່ໜ້າຂອງລັດຖະບານ ແລະ ຍຸດທະສາດການຍາດແຍ່ງການຊ່ວຍເຫຼືອຈາກ ບັນດາຄູ່ຮ່ວມພັດທະນາໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ເພື່ອໃຫ້ສາມາດຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາທີ່ຍືນຍົງ ແລະ ປ້ອງກັນບໍ່ໃຫ້ຕົກຢູ່ໃນ ສະຖານະກຸ່ມປະເທດກຳລັງພັດທະນາທີ່ມີລາຍໄດ້ຕ່ຳ ແລະ ເພື່ອເປັນການກຽມພ້ອມຮັບມືກັບສະພາບການ ພາຍຫຼັງການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຂອງ ສປປ ລາວ.

ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ​ແລະ ​ປຶກສາ​ຫາລືກ່ຽວກັບ ບັນດາສິ່ງທ້າທາຍດ້ານນະໂຍບາຍ ທີ່ ສປປ ລາວ ໄດ້ປະເຊີນໃນການກຽມພ້ອມສຳລັບ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ ກຳລັງການຜະລິດ, ການສົ່ງອອກສິນຄ້າໃຫ້ມີຄວາມຫລາກຫລາຍຂຶ້ນ ທັງຢູ່ໃນຂົງເຂດພາກພື້ນ ແລະ ສາກົນ ແລະ ການປັບປ່ຽນໂຄງສ້າງເສດຖະກິດ ເພື່ອການເຕີບໃຫຍ່ຂະຫຍາຍຕົວທີ່ຍືນຍົງ ແລະ ທົ່ວເຖິງ ພາຍຫຼັງຈາກການຫຼຸດພົ້ນ. ກອງປະຊຸມໄດ້ມີການສົນທະນາກ່ຽວກັບ ຜົນປະໂຫຍດແລະຜົນເສຍຂອງການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ - ນະໂຍບາຍແລະຍຸດທະສາດທີ່ຈຳເປັນ ເພື່ອສ້າງຜົນປະໂຫຍດສູງສຸດ, ຄວາມເຂົ້າໃຈຕໍ່ສະພາບແວດລ້ອມພາຍຫຼັງຈາກການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະບັນດາມາດຕະການສະໜັບສະໜູນທີ່ຈຳເປັນຈາກທັງພາຍໃນແລະສາກົນ, ບັນດາບົດຮຽນປະສົບການຂອງປະເທດທີ່ໄດ້ຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາໃໝ່.

ລັດຖະບານ ສປປ ລາວ ແມ່ນມີຄວາມໝາຍໝັ້ນທີ່ຈະຮ່ວມມືກັບ ບັນດາອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ ເພື່ອບັນລຸເປົ້າໝາຍໃນການພັດທະນາແບບຍືນຍົງ (ປພຍ/SDGs) ໂດຍເລັ່ງໃສ່ການແກ້ໄຂຄວາມທຸກຍາກ ແລະ ສ້າງເງື່ອນໄຂໃຫ້ແກ່ການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ໃນອະນາຄົດ. ສຳລັບ ສປປ ລາວ ໄດ້ບັນລຸເກນການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ເປັນຄັ້ງທໍາອິດໃນປີ 2018 ໂດຍການປະເມີນຂອງໜ່ວຍງານທີ່ກ່ຽວຂ້ອງຂອງ ສະພາເສດຖະກິດ - ສັງຄົມ ສປຊ (ECOSOC) ແລະ ຈະຖືກປະເມີນອີກເປັນຮອບທີ 2 ໃນປີ 2021. ການປະເມີນໃນປີ 2018 ສປປ ລາວ ເຮົາສາມາດບັນລຸ 2ໃນ 3 ເງື່ອນໄຂຂອງເກນການຫລຸດພົ້ນ ຄື: ລວມຍອດຜະລິດຕະພັນແຫ່ງຊາດ (GNI) ແລະ ດັດສະນີຊັບສິນມະນຸດ (HAI), ສ່ວນດັດສະນີຄວາມບອບບາງທາງດ້ານເສດຖະກິດ (EVI) ແມ່ນ ສປປ ລາວ ຍັງບໍ່ສາມາດບັນລຸໄດ້. ສະນັ້ນ, ກອງປະຊຸມໃນຄັ້ງນີ້ ຈຶ່ງມີຄວາມໝາຍສໍາຄັນ ແລະ ເປັນໂອກາດອັນດີໃຫ້ແກ່ ຂະແໜງການກ່ຽວຂ້ອງຂອງ ສປປ ລາວ ເພື່ອປຶກສາລາຍລະອຽດການກະກຽມຄວາມພ້ອມດ້ານຕ່າງໆ ໂດຍສະເພາະແມ່ນການສຸມໃສ່ປຶກສາຫາລືວຽກທີ່ກ່ຽວຂ້ອງກັບເງື່ອນໄຂທີ່ ສປປ ລາວ ເຮົາຍັງບໍ່ທັນຜ່ານເກນການປະເມີນໃນປີ 2018 ເພື່ອແນໃສ່ໃຫ້ ສປປ ລາວ ສາມາດບັນລຸເກນການປະເມີນການຫລຸດພົ້ນຈາກ LDCs ເປັນຄັ້ງທີ 2ໃນປີ 2021.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480410
ມື້ນີ້68
ມື້ວານ172
ອາທິດນີ້808
ເດືອນນີ້6641