ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມປຶກສາຫາລືລະດັບສູງ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຄັ້ງທີ 13

ຄະນະຜູ້ແທນຂອງ ສປປ ລາວ ແລະ ອົດສະຕຣາລີ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືລະດັບສູງ ລະຫວ່າງ ສປປ ລາວ - ອົດສະຕຣາລີ ຄັ້ງທີ 13, ໃນວັນທີ 31 ຕຸລາ 2018 ທີ່ ນະຄອນຫຼວງວຽງຈັນ.

ກອງປະຊຸມ ທີ່ຈັດຂຶ້ນພາຍໃຕ້ການເປັນເຈົ້າພາບຂອງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ ສະແດງເຖິງສາຍພົວພັນທີ່ແໜ້ນແຟ້ນ ແລະ ຍາວນານ ຕະຫຼອດໄລຍະ 66 ປີ ທີ່ຜ່ານມາ.

 

ກອງປະຊຸມ ໄດ້ມີການປຶກສາຫາລື ກ່ຽວກັບ ການຮ່ວມມືອັນດີໃນຂະແຫນງການຕ່າງໆ ລະຫວ່າງສອງປະເທດ ແລະ ບັນຫາທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເພີ່ມມູນຄ່າການຄ້າສອງຝ່າຍ ແລະ ຂະແຫນງການທີ່ຈະຮ່ວມມືກັນໃນອະນາຄົດ ເພື່ອສົ່ງເສີມສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພືຶ້້ນ.

ສປປ ລາວ ແລະ ອົດສະຕຣາລີ ໄດ້ກຳນົດທິດທາງສໍາລັບການຮ່ວມມືສອງຝ່າຍ ໃນຕໍ່ໜ້າ ໃນຂະແຫນງການຕ່າງໆ ລວມທັງຂະແຫນງປ້ອງກັນຄວາມສະຫງົບ ແລະ ການຄ້າ. ສອງຝ່າຍ ເຫັນດີສືບຕໍ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ໂດຍສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ແລະ ໃນຂະແໜງການຄ້າ, ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ດ້ານກະສິກຳ ແລະ ໂຄງການຮ່ວມມືດ້ານສິດທິມະນຸດ.

ອົດສະຕຣາລີ ສະແດງຄວາມຫມາຍຫມັ້ນທີ່ຈະຮັກສາບົດບາດທີ່ນໍາຫນ້າຂອງຕົນ ໃນການສະໜັບສະໜູນຂະ       ແໜງການທີ່ເປັນບູລິມະສິດຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໃນນັ້ນລວມທັງດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການຄຸ້ມຄອງນໍ້າ, ການຄ້າ ແລະ ການພັດທະນາພາກທຸລະກິດເອກະຊົນ. ອົດສະຕຣາລີ ໄດ້ເຮັດວຽກຢ່າງໃກ້ຊິດກັບ ສປປ ລາວ ໃນການໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາຢ່າງທັນການ ແລະ ມີປະສິດທີພາບ ຕໍ່ເຫດການໄພພິບັດ ຢູ່ ແຂວງອັດຕະປື.

ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ສອງຝ່າຍ ໄດ້ຢໍ້າຄືນເຖິງຄວາມສຳຄັນຂອງການເປັນແກນກາງຂອງ ອາຊຽນ ໃນການຊອກຫາສິ່່ງທ້າທາຍຕ່າງໆໃນພາກພື້ນ ແລະ ຫລັກການໃນການຮ່ວມມືຢ່າງມີຫລັກການ ແລະ ການເປີດກວ້າງເຊື່່່ອມໂຍງທາງດ້ານເສດຖະກິດຢ່າງຮອບດ້ານ ເພື່່ອສົ່ງເສີມຄວາມຫມັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.

ກອງປະຊຸມປຶກສາຫາລືລະດັບສູງ ລະຫວ່າງ ສປປ ລາວ - ອົດສະຕຣາລີ ຄັ້ງຕໍ່ໄປ ຈະຖືກຈັດຂຶ້້ນໃນປີ 2020, ຊຶ່ງຈະມີຂຶ້ນ ກ່ອນທີ່ ສປປ ລາວ ຈະຮັບໜ້າທີ່ ເປັນປະເທດປະສານງານ ສໍາລັບການພົວພັນ ອາຊຽນ-ອົດສະຕຣາລີ ໃນປີ 2021.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484366
ມື້ນີ້70
ມື້ວານ273
ອາທິດນີ້804
ເດືອນນີ້3671