ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບ ທູດພິເສດຂອງ ກະຊວງການຕ່າງປະເທດ ແຫ່ງ ຣູມານີ

20181105VFMrecSPAfromRumania

ໃນວັນທີ 05 ພະຈິກ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Daniela Gitman, ທູດພິເສດຂອງ ກະຊວງການຕ່າງປະເທດ ແຫ່ງ ຣູມານີ, ຊຶ່ງໄດ້ເດີນທາງມາເຮັດວຽກ ທີ່ ສປປ ລາວ.

ການພົບປະກັນຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບທີ່ມີມູນເຊື້ອມາແຕ່ດົນນານຂອງສອງປະເທດ ຊຶ່ງນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 25 ພະຈິກ 1962 ເປັນຕົ້ນມາ. ສອງຝ່າຍໄດ້ມີການພົວພັນ-ຮ່ວມມືນຳກັນ ຢ່າງເປັນປົກກະຕິ ແລະ ໄດ້ໃຫ້ການສະໜັບສະໜູນ ຊື່ງກັນ ແລະ ກັນ ໃນເວທີພາກພື້ນແລະສາກົນ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອຮັດແໜ້ນການພົວພັນ-ຮ່ວມມືສອງຝ່າຍເປັນຕົ້ນ: ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆແລະຊຸກຍູ້ໃຫ້ມີການເຊັນບົດບັນທຶກຄວາມເຂົ້້າໃຈ(MOU) ລະຫວ່າງສອງກະຊວງການຕ່າງປະເທດລາວ-ຣູມານີເພື່ອເປັນຂົວຕໍ່ໃຫ້ແກ່ການຮ່ວມມືໃນຂະແໜງການອື່ນໆທີ່ສອງປະເທດມີຄວາມສົນໃຈຮ່ວມກັນ ແລະ ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ການເຊັນສັນຍາ ກ່ຽວກັບ ການຍົກເວັ້ນວິຊາສຳລັບໜັງສືຜ່ານແດນການທູດ ລະຫວ່າງ ສປປ ລາວ ແລະ ຣູມານີ. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລືກັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການຕ່າງໆໃນອະນາຄົດ ເປັນຕົ້ນ: ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ອື່ນໆ.

ໃນໂອກາດດຽວກັນນີ້, ທ່ານ ນາງ Daniela Gitman ກໍໄດ້ສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບຂອງ ທ່ານຮອງລັດຖະມົນຕີ ຄໍາເພົາ ເອີນທະວັນ ໃນຄັ້ງນີ້, ແລະ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ສປປ ລາວ ທີ່ ໃຫ້ການສະໜັບສະໜູນ ຣູມານີ ໃນເວທີ ພາກພື້ນ ແລະ ສາກົນ, ໂດຍສະເພາະ ໃນຂອບການຮ່ວມມືຂອງ ອົງການ ສປຊ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480317
ມື້ນີ້147
ມື້ວານ157
ອາທິດນີ້715
ເດືອນນີ້6548