ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມ ຄັ້ງທີ XIII ຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ

saiydean lao mynma

ກອງປະຊຸມຄັ້ງທີ XIII ຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-16 ສິງຫາ 2108 ທີ່ແຂວງຫຼວງພະບາງ, ຄະນະຜູ້ແທນຝ່າຍລາວນຳໂດຍທ່ານ ແສງເພັດຮຸ່ງ ບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍມຽນມານຳໂດຍທ່ານ ອູມິນຕໍ, ເລຂາທິການກະຊວງການຕ່າງປະເທດ ແຫ່ງ ສສ ມຽນມາ ພ້ອມດ້ວຍຕົວແທນຈາກຂະແໜງການ ແລະ ແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມ, ຫົວໜ້າຄະນະທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ມຽນມາທີ່ໄດ້ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງ ເຊິ່ງສະແດງອອກໃນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາ, ລວມທັງການຮ່ວມມືອັນດີໃນຂົງເຂດວຽກງານຊາຍແດນ. ການຂະຫຍາຍຕົວຂອງການພົວພັນ ຮ່ວມມືດັ່ງກ່າວ ບໍ່ພຽງແຕ່ຈະສ້າງຜົນປະໂຫຍດທາງດ້ານເສດຖະກິດໃຫ້ແກ່ປະຊາຊົນຕາມຊາຍແດນເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມສັນຕິພາບ ແລະ ຄວາມກ້າວໜ້າຂອງສອງປະເທດ ກໍຄືພາກພື້ນ.

ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ XII ຂອງຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ໃນໜຶ່ງປີຜ່ານມາ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືບັນຫາທີ່ພົວພັນເຖິງການຮ່ວມມື ລະຫວ່າງ ເຈົ້າໜ້າທີ່ຊາຍແດນຂອງທັງສອງປະເທດ ເປັນຕົ້ນແມ່ນການນຳໃຊ້ບັດຜ່ານແດນ, ດ່ານຊາຍແດນ, ການຄ້າຊາຍແດນ, ການຄຸ້ມຄອງ ແລະ ກວດກາຫຼັກໝາຍຊາຍແດນ, ການສະກັດກັ້ນການຄ້າຂາຍຢາເສບຕິດ, ການເດີນເຮືອຕາມລຳແມ່ນ້ຳຂອງ ແລະ ບັນຫາອື່ນໆ.

ໃນໂອກາດນີ້, ປະທານຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ໄດ້ຕາງໜ້າລັດຖະບານຂອງຕົນລົງນາມຮັບຮອງເອົາແຜນທີ່ເສັ້ນຊາຍແດນ ລາວ-ມຽນມາ ໝາຍເລກ 12 ສະບັບປັບປຸງໃໝ່, ເຊິ່ງແຜນທີ່ສະບັບດັ່ງກ່າວແມ່ນໄດ້ນຳໃຊ້ເຕັກນິກທັນສະໄໝທີ່ມີຄວາມຊັດເຈນສູງ ເພື່ອເປັນເອກະສານຊ້ອນທ້າຍສັນຍາວ່າດ້ວຍເສັ້ນຊາຍແດນຖາວອນ ລະຫວ່າງ ສອງປະເທດ, ສະບັບລົງວັນທີ 11 ມິຖຸນາ 1994.

ສອງຝ່າຍເຫັນດີເປັນເອກະພາບກັນໃນການຊຸກຍູ້ໃຫ້ເຈົ້າໜ້າທີ່ຊາຍແດນທ້ອງຖິ່ນຂອງຕົນ ເອົາໃຈໃສ່ເພີ່ມທະວີການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ ໃນການປ້ອງກັນ ການກໍ່ອາຊະຍາກຳຂ້າມແດນ, ການຄ້າຂາຍຢາເສບຕິດ ແລະ ສິ່ງຜິດກົດໝາຍອື່ນໆ ເພື່ອແນໃສ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ. ພ້ອມນັ້ນ ກໍ່ເຫັນດີໃຫ້ເຈົ້າໜ້າທີ່ທ້ອງຖິ່ນສຶກສາອົບຮົມປະຊາຊົນ ທີ່ອາໄສຢູ່ບໍລິເວນຊາຍແດນຂອງສອງປະເທດ ປະຕິບັດການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດ.

ກອງປະຊຸມຄັ້ງນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ, ທັງເປັນການປົກປັກຮັກສາເສັ້ນຊາຍແດນ ຂອງທັງສອງປະເທດ ໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຍາວນານ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480325
ມື້ນີ້155
ມື້ວານ157
ອາທິດນີ້723
ເດືອນນີ້6556