ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ທີ່ສະໜາມບິນສາກົນ, ແຂວງຫຼວງພະບາງ

mop hup kadouk laungphabarng

ໃນຕອນເຊົ້າຂອງ ວັນທີ 14 ສິງຫາ 2018, ທີ່ສະໜາມບິນສາກົນ, ແຂວງຫຼວງພະບາງ ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ໄດ້ເສຍຊິີວິດໃນປາງສົງຄາມຢູ່ລາວ ທີ່ຖືກຄົ້ນພົບຈາກການປະຕິບັດງານຮ່ວມໃນພາກສະໜາມ ລະຫວ່າງ ຄະນະວິຊາການລາວ-ອາເມລິກາ ຄັ້ງທີ 5 ປະຈໍາສົກປີ 2017-2018, ຢູ່ ເຂດແຂວງອຸດົມໄຊ ແລະ ຫົວພັນ.

ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA,ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມລິກາ ແມ່ນ ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ, ເປັນຜູ້ກ່າວຮັບ, ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍທີ່ເຂົ້າຮ່ວມເປັນສັກຂີພະຍານ.

ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງ ຂອງທະຫານອາເມລິກາຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ, ເລີ່ມແຕ່ປີ 1985 ເປັນຕົ້ນມາ ຄະນະວິຊາສອງຝ່າຍ ລາວ-ອາເມລິກາ ໄດ້ຮ່ວມກັນດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ທັງໝົດມີ 573 ຄົນ.ມາຮອດປະຈຸບັນ, ລັດຖະບານລາວ ໄດ້ມອບສິ່ງເສດເຫຼືອທະຫານອາເມລິກາທີ່ໄດ້ເສຍຊີວິດຢູ່ລາວທີ່ໄດ້ຮັບການສັນນະສູດແລ້ວຈຳນວນ 282 ຄົນ ໃຫ້ແກ່ຝ່າຍ ອາເມລິກາ ແລະ ຍັງອີກ 291 ຄົນ ທີ່ຍັງເຫຼືອແມ່ນຈະໄດ້ຮ່ວມກັນສືບຕໍ່ຄົ້ນຫາໃນຕໍ່ໜ້າ.

         ເມື່ອມໍ່ໆມານີ້, ລັດຖະບານສະຫະລັດອາເມລິກາໄດ້ຂໍຮ້ອງໃຫ້ລັດຖະບານ ສປປ ລາວ ຊ່ວຍເຫຼືອໃນການຊອກຫາຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວໃຫ້ໄວກວ່າເກົ່າ. ຕໍ່ບັນຫານີ້, ໂດຍເຫັນໄດ້ຄວາມສໍາຄັນຂອງວຽກງານມະນຸດສະທໍານີ້, ລັດຖະບານລາວໄດ້ໃຫ້ ແລະ ກຽມພ້ອມທີ່ຈະໃຫ້ການຮ່ວມມືໃນການປະຕິບັດງານຮ່ວມສອງຝ່າຍເພື່ອຊອກຄົ້ນ ໃນການເອົາສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນດັ່ງກ່າວສົ່ງຄືນໃຫ້ຄອບຄົວຂອງພວກກ່ຽວເທົ່າທີ່ຈະສາມາດເຮັດໄດ້. ສະນັ້ນ, ໃນໄລຍະ 2017-2018 ນີ້ ຝ່າຍລາວໄດ້ປະຕິບັດນະໂຍບາຍຕໍ່ລັດຖະບານອາເມລິກາ ຄື: ໄດ້ອະນຸຍາດໃຫ້ເພີ້ມການປະຕິບັດງານຮ່ວມລາວ-ອາເມລິກາ ໃນພາກສະໜາມຈາກ 4 ຄັ້ງ ຂື້ນເປັນ 5 ຄັ້ງຕໍ່ປີ, ລວມທັງໄດ້ຜ່ອນສັ້ນຜ່ອນຍາວຫຼາຍບັນຫາຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຝ່າຍລາວ ເພື່ອເຮັດໃຫ້ການຮ່ວມມືດ້ານມະນຸດສະທໍາດັ່ງກ່າວ ລະຫວ່າງ ສປປ ລາວ-ສະຫະລັດ ອາເມລິກາ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ດີຂື້ນເປັນກ້າວໆ.

ການຮ່ວມມືສອງຝ່າຍ ລາວ- ສະຫະລັດ ອາເມລິກາໃນດ້ານນີ້ ໄດ້ຮັບຜົນສໍາເລັດເປັນຢ່າງດີ ກໍ່ຍ້ອນມີການຮ່ວມມືຂອງລັດຖະບານ, ເຈົ້າໜ້າທີ່ທຸກຂັ້ນນັບແຕ່ສູນກາງລົງຮອດທ້ອງຖິ່ນ ກໍ່ຄືການຮ່ວມມືອັນດີຂອງປະຊາຊົນບັນດາເຜົ່າ, ອັນເປັນການສ່ອງແສງຢ່າງຈະແຈ້ງເຖິງນະໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນອາເມລິກາ, ໂດຍສະເພາະຕໍ່ຄອບຄົວຍາດຕິພີ່ນ້ອງຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484684
ມື້ນີ້200
ມື້ວານ188
ອາທິດນີ້1122
ເດືອນນີ້3989