ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ແລະ ເອກະສານວຽກງານຊາຍແດນລາວກັບປະເທດໃກ້ຄຽງ

201882MofoVMSengphet

 

ໃນວັນທີ 31 ກໍລະກົດ 2018, ຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ໂດຍສົມທົບກັບກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ແລະ ເອກະສານຊາຍແດນລາວກັບປະເທດໃກ້ຄຽງ ທີ່ ຫ້ອງວ່າການປົກຄອງເມືອງໂພນທອງ, ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.

ເຂົ້າຮ່ວມໃນກອງປະຊຸມຮັບຟັງເຊື່ອມຊຶມຄັ້ງນີ້ລວມມີຄະນະພັກກົມຈັດຕັ້ງ ແລະ ພະນັກງານ, ຄະນະພັກຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ສະມາຊິກພັກ ຕະຫຼອດເຖິງອ້າຍນ້ອງພະນັກງານທີ່ມາຈາກກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນລາວ-ໄທ ແລະ ຊາຍແດນລາວ-ກໍາປູເຈຍ ລວມທັງໝົດ ຈໍານວນ 80 ກ່ວາສະຫາຍ.

ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ເຊິ່ງສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນຈິດໃຈຂອງມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ 4 ສະບັບ ແລະ ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X ຂອງພັກ ໂດຍໄດ້ໃຫ້ທິດຊີ້ນໍາເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນພາຍໃນໜ່ວຍພັກ ແລະ ຈຸພັກ, ແລະ ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ໃຫ້ເຂົ້າໃຈເປັນເອກະພາບກັນຢ່າງທົ່ວເຖິງ ເພື່ອຮັບປະກັນໃຫ້ການນໍາພາຂອງພັກສາມາດຕອບສະໜອງໄດ້ໜ້າທີ່ການເມືອງໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ໂດຍໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ບຸກທະລຸ.

ການໂອ້ລົມຂອງສະຫາຍໃນຄັ້ງນີ້ໄດ້ສະທ້ອນໃຫ້ເຫັນພາບລວມຢ່າງຈະແຈ້ງ ຕໍ່ການຫັນເອົາເນື້ອໃນຈິດໃຈຂອງມະຕິດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃນວຽກງານຕົວຈິງ ກໍ່ຄື​ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ແລະ ບັນດາຈຸພັກທີ່ຂຶ້ນກັບ ຢ່າງມີຍຸດທະສາດ, ແຜນງານ ແລະ ໂຄງການລະອຽດ ເພື່ອຮັບປະກັນໃຫ້ການເຄື່ອນ​ໄຫວ​ວຽກ​ງານຂອງໜ່ວຍພັກຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດດໍາເນີນໄປຢ່າງມີປະສິດພາບ-ປະສິດທິຜົນ ແລະ ສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້. ການເຜີຍແຜ່ດັ່ງກ່າວໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານພາຍໃນກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນລາວ-ໄທ ແລະ ລາວ-ກໍາປູເຈຍ ສາມາດເຊື່ອມຊຶ່ມ ແລະ ກໍາແໜ້ນເນື້ອໃນມະຕິຄໍາສັ່ງຂອງຂັ້ນເທິງໄດ້ເລິກເຊິ່ງຂຶ້ນຕື່ມອີກ.

ພ້ອມກັນນີ້, ກໍ່ໄດ້ເຜີຍແຜ່ເອກະສານວຽກງານຊາຍແດນລາວກັບປະເທດໃກ້ຄຽງ ເຮັດໃຫ້ສະມາຊິກພັກ, ພະນັກງານພາຍໃນກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນລາວ-ໄທ ແລະ ລາວ-ກໍາປູເຈຍ ຍັງໄດ້ເຂົ້າໃຈຢ່າງຈະແຈ້ງເຖິງສະພາບຄວາມເປັນຈິງກ່ຽວກັບຊາຍແດນລາວ-ກໍາປູເຈຍ ລວມທັງທິດຊີ້ນໍາ ແລະ ທິດທາງໃນການແກ້ໄຂບັນຫາໃນຕໍ່ໜ້າ ກ່ຽວກັບການແກ້ໄຂວຽກງານຊາຍແດນກັບປະເທດໃກ້ຄຽງ ໂດຍຕ້ອງໃຊ້ຄວາມພະຍາຍາມແກ້ໄຂບັນຫາໂດຍສັນຕິວິທີຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກຢ່າງສະເໝີຕົ້ນສະເໝີປາຍ.

          ການລົງເຜີຍແຜ່ເອກະສານສໍາຄັນຂອງພັກໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງການ​ນຳ​​​ພັກ-ລັດ ​ຍາມໃດກໍ່ໄດ້​ໃຫ້​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ, ໃກ້ຊິດ​ຕິດ​ແທດ ​ແລະ ​​ໃຫ້​ການ​ຊີ້​ນຳ ນຳພາ​ວຽກງານຊາຍແດນຢ່າງໃກ້ຊິດ ແລະ ທັນການ ໂດຍ​ໄດ້​ເສຍສະລະ​ເວລາລົງ​​ເຄື່ອນ​ໄຫວ ແລະ ໃຫ້ກຽດໂອ້ລົມອ້າຍນ້ອງພະນັກງານທີ່ປະຈໍາຢູ່ພາກສະໜາມ ຈົນເຮັດໃຫ້ສະມາຊິກພັກ ແລະ ອ້າຍນ້ອງພະນັກງານສາມາດກໍາໄດ້ທິດຊີ້ນໍາຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານສໍາຫຼວດ, ປັກຫຼັກໝາຍຊາຍແດນ ແລະ ແກ້ໄຂຂໍ້ຂັດແຍ້ງຊາຍແດນກັບປະເທດເພື່ອນບ້ານໃນຕໍ່ໜ້າ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480260
ມື້ນີ້90
ມື້ວານ157
ອາທິດນີ້658
ເດືອນນີ້6491