ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ລັດເຊຍ ຄັ້ງທີ 15

ARSOM15th

 

ໃນວັນທີ 18 ພຶດສະພາ 2018, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕິ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນຂອງ ສປປ ລາວ ແລະ ທ່ານ ອີກໍ ມໍກູລອບ (Igor V. Morgulov), ຮອງລັດຖະມົນຕິ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນ ຂອງລັດເຊຍ ໄດ້ເປັນປະທານຮ່ວມ ກອງປະຊຸມ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນ-ລັດເຊຍ ຄັ້ງທີ 15 ທີ່ ມົດສະກູ, ສະຫະພັນລັດເຊຍ.

 

ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືອາຊຽນ-ລັດເຊຍ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນ ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ລັດເຊຍ ຄົບຮອບ 20 ປີ ຈັດຂຶ້ນໃນວັນທີ 19-20 ພຶດສະພາ 2016 ທີ່ ໂຊຈິ, ລັດເຊຍ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ລັດເຊຍ 2016-2020. ກອງປະຊຸມໄດ້ ສະແດງຄວາມເພິ່ງພໍ່ໃຈຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບັນດາຂໍ້ສະເໜີແນະຂອງໜ່ວຍງານຜູ້ຊົງຄຸນວຸດທິ ອາຊຽນ-ລັດເຊຍ ແລະ ໄດ້ປຶກສາຫາລື ກ່ຽວກັບ ທິດທາງສຳລັບການຮ່ວມມືໃນຕໍ່ໜ້າ ທີ່ກວມເອົາຂົງເຂດການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ກອງປະຊຸມໄດ້ເຫັນດີເພີ່ມທະວີການຮ່ວມມືລະຫວ່າງອາຊຽນ ແລະ ລັດເຊຍ ໃນຂົງເຂດຕ່າງໆ ເປັນຕົ້ນແມ່ນການຕ້ານການກໍ່ການຮ້າຍ, ການຄ້າ ແລະ ການລົງທຶນ, ພະລັງງານ ແລະ ບໍ່ແຮ່, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການສຶກສາ ລວມທັງການສົ່ງເສີມ ການຮ່ວມມືລະຫວ່າງອາຊຽນ ແລະ ສະຫະພັນຢູເຣເຊຍເພື່ອການຮ່ວມມືດ້ານເສດຖະກິດ (EAEU) ລວມທັງການສ້າງສັນຍາການຄ້າເສລີຮ່ວມກັນ ແລະ ການຮ່ວມມືລະຫວ່າງອາຊຽນ ແລະ ອົງການຮ່ວມມືຊາງໄຮ (SCO) ແລະ ຂົງເຂດອື່ນໆ ທີ່ອາຊຽນ ແລະ ລັດເຊຍ ມີຄວາມສົນໃຈຮ່ວມກັນ ແນໃສ່ປະກອບສ່ວນເຂົ້າໃນການກ້າວໄປສູ່ການຍົກລະດັບການພົວພັນອາຊຽນ-ລັດເຊຍ ເປັນຄູ່ຮ່ວມຍຸດທະສາດໃນຕໍ່ໜ້າ.

 

ໃນໂອກາດນີ້, ກອງປະຊຸມ ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈ ແລະ ຄວາມເປັນຫ່ວງຮ່ວມກັນ. ກອງປະຊຸມຍັງໄດ້ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີີການຕ່າງປະເທດ ອາຊຽນ-ລັດເຊຍ ຊຶ່ງຈະຈັດຂຶ້ນໃນເດືອນ ສິງຫາ 2018 ທີ່ ສິງກະໂປ.

 

ປັດຈຸບັນ ສປປ ລາວ ເຮັດໜ້າທີ່ເປັນປະເທດປະສານງານ ສຳລັບການພົວພັນ ອາຊຽນ-ລັດເຊຍ ໃນໄລຍະ 3 ປີ ເຊິ່ງຈະສືບຕໍ່ໜ້າທີ່ດັ່ງກ່າວຈົນເຖິງ ເດືອນສິງຫາ 2018.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480264
ມື້ນີ້94
ມື້ວານ157
ອາທິດນີ້662
ເດືອນນີ້6495