ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຮອງຜູ້ບັນຊາການກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດພາກພື້ນປາຊີຟິກ

20180510vmsengphet

 

ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2018, ຢູ່ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນໂທ Bryan P. Fenton, ຮອງຜູ້ບັນຊາການກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດພາກພື້ນປາຊີຟິກ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 10-11 ພຶດສະພາ 2018.

ໃນໂອກາດດັ່ງກ່າວນີ້, ທ່ານຮອງລັດຖະມົນຕີ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ, ຊຶ່ງເປັນໂອກາດທີ່ສຳຄັນໃນການປຶກສາຫາລື ເພື່ອຊອກຊ່ອງທາງເພີ້ມທະວີການພົວພັນ ແລະ ຮ່ວມມືສອງຝ່າຍໃນຕໍ່ໜ້າ ພາຍຫຼັງທີ່ສອງປະເທດໄດ້ມີການຍົກລະດັບເປັນຄູ່ຮ່ວມມືແບບກວມລວມ, ໂດຍສະເພາະໃນວຽກງານຂຸດຄົ້ນຊອກຫາສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ(MIA), ການຊ່ວຍ ເຫຼືອດ້ານມະນຸດສະທາໍ. ນອກນັ້ນ, ຍັງໄດ້ປຶກສາຫາລືໃນບັນຫາທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນຢ່າງກົງໄປກົງມາ ເພື່ອເປັນການເສີມຂະຫຍາຍການພົວພັນ-ຮ່ວມມື ລະຫວ່າງ ສອງປະເທດ. ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສະຫະລັດ ອາເມລິກາ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະວຽກງານເກັບກູ້ລູກລະເບີດທີ່ຍັງບໍ່ທັນແຕກ, ການສຶກສາ, ສາທາລະນະສຸກ, ການຄວບຄຸມ ແລະ ປາບປາມຢາເສບຕິດ ກໍຄື ໃນດ້ານການບັງຄັບໃຊ້ກົດໝາຍ ແລະ ອື່ນໆ.

ໃນລະຫວ່າງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານຮອງຜູ້ບັນຊາການກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດພາກພື້ນປາຊີຟິກ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ພົນຕີ ອ່ອນສີ ແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອຮັດແໜ້ນການພົວພັນ ຮ່ວມມື ລະຫວ່າງ ສປປ ລາວ - ສະຫະລັດ ອາເມລິກາ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ທ່ານຮອງຜູ້ບັນຊາການ ແລະ ຄະນະຍັງໄດ້ໄປຢ້ຽມຢາມສະຖານທີ່ທາງດ້ານວັດທະນະທາໍຢູ່ນະຄອນຫຼວງວຽງຈັນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484520
ມື້ນີ້36
ມື້ວານ188
ອາທິດນີ້958
ເດືອນນີ້3825