ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງນິຕິກຳ ຂະແໜງການຕ່າງປະເທດ ສຳລັບ 04 ແຂວງພາກໃຕ້

 

4partofLaos

 

ໃນວັນທີ 12-13 ກຸມພາ 2018, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຈຳປາສັກ, ກະຊວງການຕ່າງປະເທດ ຮ່ວມກັບແຂວງຈຳປາສັກ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງນິຕິກຳຂະແໜງການຕ່າງປະເທດ 02 ສະບັບຄື: ຮ່າງປັບປຸງຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍ ມາດຕະຖານຕຳ ແໜ່ງຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ, ພາຍໃຕ້ການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາ ທ່ານຮອງເຈົ້າແຂວງ, ຮອງປະທານສະພາປະຊາຊົນແຂວງ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າ ແລະ ຮອງຫົວໜ້າພະແນກ, ພະນັກງານຫຼັກແຫຼ່ງ ແລະ ຜູ້ຕາງໜ້າຈາກພະແນກການຕ່າງໆທີ່ກ່ຽວຂ້ອງຂອງ 04 ແຂວງ ຄື: ແຂວງ ອັດຕະປື, ສາລະວັນ, ເຊກອງ ແລະ ຈຳປາສັກ ເຂົ້າຮ່ວມຈໍານວນ 140 ກ່ວາທ່ານ.

ໃນໂອກາດນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ໂດຍແມ່ນ ທ່ານ ສົມຄິດ ວັນຄໍາ, ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ເປັນຜູ້ບັນຍາຍ. ຈຸດປະສົງຕົ້ນຕໍໃນການເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ຜູ້ເຂົ້າເຂົ້າຮ່ວມກອງປະຊຸມ ແນໃສ່ຮັບປະກັນໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ຫຼັກການ ແລະ ລະບຽບການໃນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໂດຍການສົມທຽບໃສ່ການປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ. ກົດໝາຍສະບັບນີ້ ຈະເປັນບ່ອນອີງທີ່ສໍາຄັນໃຫ້ແກ່ບັນດາອົງການຂັ້ນທ້ອງຖິ່ນໃນການຮ່ວມມືກັບຕ່າງປະເທດ ແລະ ເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ. ການສ້າງກົດໝາຍສະບັບນີ້ ເປັນບາດກ້າວອັນສຳຄັນໃນການພັດທະນາຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນການຄຸ້ມຄອງວຽກງານສົນທິສັນຍາ ແລະ ສັນຍາສາກົນໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ ຊຶ່ງກົດໝາຍດັ່ງກ່າວ ເລີ່ມມີຜົນສັກສິດນັບແຕ່ວັນທີ 18 ພະຈິກ 2017 ເປັນຕົ້ນມາ.

ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄ້ວາ, ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນໃສ່ຮ່າງປັບປຸງຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍ ມາດຕະຖານຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ. 02 ຮ່າງນິຕິກຳດັ່ງກ່າວແມ່ນມີຄວາມສໍາຄັນຫຼາຍ ເນື່ອງຈາກເປັນນິຕິກຳທີ່ກຳນົດທີ່ຕັ້ງ, ພາລະບົດບາດ, ໂຄງປະກອບການຈັດຕັ້ງ, ຂອບເຂດສິດ, ໜ້າທີ່ ແລະ ແບບແຜນວິທີການເຮັດວຽກຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ລວມທັງການແບ່ງຂັ້ນຄຸ້ມຄອງວຽກງານການຕ່າງປະເທດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງຂຶ້ນຕື່ມ ໂດຍສອດຄ່ອງກັບກົດໝາຍ ວ່າດ້ວຍ ລັດຖະບານ ປີ 2016, ກົດໝາຍ ວ່າດ້ວຍ ການປົກຄອງທ້ອງຖິ່ນ ປີ 2015, ກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ປີ 2015, ກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ປີ 2017, ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການຕ່າງປະເທດ ປີ 2017 ລວມທັງນິຕິກຳທີ່ກ່ຽວຂ້ອງອື່ນ.

ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມ 02 ຮ່າງນິຕິກຳຂະແໜງການຕ່າງປະເທດ ສຳລັບເຈົ້າໜ້າທີ່ບັນດາແຂວງພາກໃຕ້ໃນຄັ້ງນີ້ ແມ່ນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ຫວ່າງບໍ່ດົນມານີ້, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມຄັ້ງທຳອິດຂຶ້ນໃນວັນທີ 10-11 ມັງກອນ 2018 ຢູ່ແຂວງ ອຸດົມໄຊ ສຳລັບເຈົ້າໜ້າທີ່ບັນດາແຂວງພາກເໜືອ ແລະ ຄັ້ງທີ 02 ໄດ້ຈັດຂຶ້ນໃນວັນທີ 29-30 ມັງກອນ 2018 ຢູ່ແຂວງ ບໍລິຄຳໄຊ ສຳລັບເຈົ້າໜ້າທີ່ບັນດາແຂວງພາກກາງ ແລະ ນະຄອນຫຼວງ. ພາຍຫຼັງສຳເລັດກອງປະຊຸມເຜີຍແຜ່ກົດໝາຍ ແລະ ທາບທາມ 02 ຮ່າງນິຕິກຳດັ່ງກ່າວໃນຄັ້ງນີ້ ກະຊວງການຕ່າງປະເທດ ຈະສັງລວມເອົາບັນດາຄຳຄິດຄຳເຫັນ ແລະ ຂໍ້ສະເໜີຂອງຜູ້ເຂົ້າຮ່ວມທັງໝົດທັງສາມພາກ ນຳໄປສ້າງບົດແນະນຳການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາ ກົນ ແລະ ປັບປຸງຮ່າງຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກ ການຕ່າງປະເທດແຂວງ, ນະຄອນຫຼວງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍ ມາດຕະຖານຕຳແໜ່ງຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ໃຫ້ສໍາເລັດຕາມແຜນການ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480284
ມື້ນີ້114
ມື້ວານ157
ອາທິດນີ້682
ເດືອນນີ້6515