ໃນວັນທີ09 ກຸມພາ 2017, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ນໍາພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບາ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ, ເນື່ອງໃນໂອກາດບຸນປີໃໝ່, ຊຶ່ງເປັນບຸນປະເພນີຂອງປະຊາຊົນຫວຽດນາມ ທີ່ໝູນວຽນບັນຈົບຄົບຮອບອີກເທື່ອໜຶ່ງ ໃນປີ 2018 ນີ້.
ໃນໂອກາດນີ້, ສະຫາຍຮອງລັດຖະມົນຕີ ນາງ ຄໍາເພົາ ເອີນທະວັນ ຕາງໜ້າໃຫ້ຄະນະນຳກະຊວງການຕ່າງປະເທດ ໄດ້ມອບກະຕ່າດອກໄມ້, ພ້ອມທັງໄດ້ອວຍພອນໄຊອັນປະເສີດແກ່ສະຫາຍເອກອັກຄະລັດຖະທູດ ຫງວຽນ ບາ ຮຸ່ງ, ພ້ອມດ້ວຍພັນລະຍາ ແລະ ພະນັກງານສະຖານທູດ ແລະ ໂດຍຜ່ານສະຫາຍເອກອັກຄະລັດຖະທູດ ໄປຍັງບັນດາຜູ້ນໍາພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງມີແຕ່ຄວາມຜາສຸກ, ມີພະລາໄມແຂງແຮງ, ມີຜົນສໍາເລັດໃໝ່ໃນໜ້າທີ່ວຽກງານ. ພ້ອມນີ້, ສະຫາຍຮອງລັດຖະມົນຕີ ກໍໄດ້ກ່າວຊົມເຊີຍຜົນສໍາເລັດທີ່ຍາດມາໄດ້ໃນຫລາຍດ້ານ ຂອງ ສສ. ຫວຽດນາມ ເປັນຕົ້ນ ແມ່ນການພັດທະນາເສດຖະກິດ-ສັງຄົມ ໃນປີ 2017 ຜ່ານມາ, ຕີລາຄາສູງ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະນົງແກ່ນຕະຫຼອດໄປ.
ໃນໂອກາດດຽວກັນ, ສະຫາຍເອກອັກຄະລັດຖະທູດ ຫງວຽນ ບາ ຮຸ່ງ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນໄຊອັນປະເສີດ ແລະຄວາມປາຖະໜາດີຂອງ ສະຫາຍຮອງລັດຖະມົນຕີ,ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສສ. ຫວຽດນາມ ແລະ ສປປ ລາວ ໃນໄລຍະຜ່ານ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ ນັບມື້ຈະໄດ້ຮັບການຖະນຸຖະໜອມບໍາລຸງຄູນສ້າງ ສືບທອດຮຸ້ນຄົນຕໍ່ໆໄປໃນທັງສອງປະເທດ.