ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງປັບປຸງຂໍ້ຕົກລົງ

kp org

ໃນວັນທີ 10-11 ມັງກອນ 2018 ທີ່ຫ້ອງປະຊຸມສໍານັກງານປົກຄອງແຂວງອຸດົມໄຊ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍມາດຖານຕຳແໜ່ງຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາທ່ານຮອງເຈົ້າແຂວງ, ເລຂາທິການ ແລະ ຮອງເລຂາທິການສະພາປະຊາຊົນແຂວງ, ຫົວໜ້າ ແລະ ຮອງຫ້ອງວ່າການແຂວງ, ຫົວໜ້າ ແລະ ຮອງພະແນກຂັ້ນແຂວງ ລວມທັງຜູ້ຕາງໜ້າຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງແຂວງໄຊຍະບູລີ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ, ຫົວພັນ ແລະ ອຸດົມໄຊ ເຂົ້າຮ່ວມຈໍານວນ 80 ກ່ວາທ່ານ.

ໃນວັນທີ 10 ມັງກອນ 2018, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ໂດຍແມ່ນ ທ່ານ ສົມຄິດ ວັນຄໍາ, ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ເປັນຜູ້ບັນຍາຍ. ຈຸດປະສົງຕົ້ນຕໍໃນການເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ຜູ້ເຂົ້າເຂົ້າຮ່ວມກອງປະຊຸມ ແນໃສ່ຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມກອງປະຊຸມໄດ້ແລກ ປ່ຽນຄໍາເຫັນ ກ່ຽວກັບຫຼັກການ ແລະ ລະບຽບການ ກ່ຽວກັບການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ໂດຍການສົມທຽບໃສ່ພາກປະຕິບັດຂອງສາກົນ ແລະ ພາກປະຕິບັດຂອງ ສປປ ລາວ ໃນໄລຍະຜ່ານມາ. ກົດໝາຍສະບັບນີ້ ຈະເປັນບ່ອນອີງທີ່ສໍາຄັນໃຫ້ແກ່ບັນດາອົງການຂັ້ນທ້ອງຖິ່ນໃນການຮ່ວມມືກັບຕ່າງປະເທດ, ເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ. ກົດໝາຍດັ່ງກ່າວ ເລີ່ມມີຜົນສັກສິດນັບແຕ່ວັນທີ 18 ພະຈິກ 2017 ເປັນຕົ້ນມາ. ການສ້າງກົດໝາຍສະບັບນີ້ເປັນບາດ ກ້າວອັນສຳຄັນໃນການພັດທະນາຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ນິຕິກຳ,ໂດຍສະເພາະແມ່ນການຄຸ້ມຄອງວຽກງານສົນທິສັນຍາ ແລະ ສັນຍາສາກົນ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ປະກອບສ່ວນໃນການຈັດຕັ້ງປະຕິບັດນະໂຍບາຍ ການຕ່າງປະເທດຂອງພັກ-ລັດ ໃຫ້ໄດ້ຮັບຜົນດີຂຶ້ນເລື່ອຍໆ.

ໃນວັນທີ 11 ມັງກອນ 2018, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄ້ວາ, ປຶກສາຫາລື ແລະ ແລກ ປ່ຽນຄໍາເຫັນໃສ່ຮ່າງປັບປຸງຂໍ້ຕົກລົງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງ ປະເທດແຂວງ, ນະຄອນຫຼວງ ແລະ ຮ່າງຂໍ້ຕົກລົງວ່າດ້ວຍມາດຖານຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ. ສອງຮ່າງນິຕິກຳດັ່ງກ່າວ ແມ່ນມີຄວາມສຳຄັນ ເນື່ອງຈາກເປັນນິຕິກຳທີ່ກຳນົດທີ່ຕັ້ງ, ພາລະບົດ ບາດ, ໂຄງປະກອບການຈັດຕັ້ງ, ຂອບເຂດສິດ ແລະ ໜ້າທີ່, ແບບແຜນ ແລະ ວິທີການເຮັດວຽກຂອງພະແນກ ການຕ່າງປະເທດແຂວງ ແລະ ນະຄອນຫຼວງ ລວມທັງການແບ່ງຂັ້ນຄຸ້ມຄອງວຽກງານການຕ່າງປະເທດລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງຂຶ້ນຕື່ມ ໂດຍສອດຄ່ອງກັບ, ກົດໝາຍວ່າດ້ວຍລັດຖະບານ ປີ 2016, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ປີ 2015, ກົດໝາຍວ່າດ້ວຍລັດຖະກອນ ປີ 2017, ກົດ ໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ປີ 2017, ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການຕ່າງປະເທດ ປີ 2017 ລວມທັງນິຕິກຳທີ່ກ່ຽວຂ້ອງອື່ນ.

ກະຊວງການຕ່າງປະເທດຈະສືບຕໍ່ເອົາຮ່າງນິຕິກຳ 02 ສະບັບດັ່ງກ່າວໄປ ລົງໄປທາບທາມຄຳຄິດຄຳເຫັນນຳບັນດາແຂວງພາກກາງ ແລະ ພາກໃຕ້ ເພື່ອສາມາດສັງລວມຄວາມຄິດເຫັນ ແນ່ໃສ່ປັບປຸງຮ່າງນິຕິກຳດັ່ງ ກ່າວໃຫ້ສອດຄ່ອງກັບສະພາບຄວາມເປັນຈິ່ງຂອງປະເທດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485367
ມື້ນີ້68
ມື້ວານ227
ອາທິດນີ້403
ເດືອນນີ້4672