ໃນວັນທີ 26 ທັນວາ 2017, ທີ່ ສູນການຮ່ວມມື ແລະ ການຝຶກອົບຮົມສາກົນ (ICTC), ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດ ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ II, ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ພາຍຫຼັງໄດ້ດຳເນີນມາແຕ່ວັນທີ 23 ຕຸລາ 2017.
ໃຫ້ກຽດເປັນປະທານໃນພິທີຄັ້ງນີ້ ໂດຍ ທ່ານ ແສງເພັດ ຮຸ່ງບຸນຍ່ວງ, ຮອງເລຂາຄະນະບໍລິຫານງານພັກ,ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກກົມຕ່າງໆ ຂອງກະຊວງການຕ່າງປະເທດ ແລະຄະນະພົວພັນການຕ່າງປະ ເທດສູນກາງພັກ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະບໍລິຫານງານພັກ,ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຜູ້ເຂົ້າຝຶກອົບຮົມ ຈົ່ງເອົາໃຈໃສ່ສືບຕໍ່ນຳເອົາບົດຮຽນ ແລະ ຄວາມຮັບຮູ້ທີ່ຖອດຖອນໄດ້ຈາກການຝຶກອົບຮົມນີ້, ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ຜົນສຳເລັດ, ມີຄຸນນະພາບ ແລະ ມີປະສິດທິຜົນສູງສຸດ, ໂດຍສະເພາະ ເປັນພະນັກງານຫຼັກແຫຼ່ງຜູ້ສືບທອດ ຕ້ອງໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ໃນການຄົ້ນຄວ້າບັນດາເນື້ອໃນເອກະສານການເມືອງ, ເຊື່ອມຊືມເນື້ອແທ້ທິດສະດີມາກ-ເລນິນ, ກຳແໜ້ນແນວທາງນະໂຍບາຍ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ວາງອອກໃຫ້ເລິດເຊິ່ງ. ໃນໂອກາດດຽວກັນ ທ່ານ ປອ ຄຳພັນ ວົງພະຈັນ, ຮອງຫົວໜ້າກົມວິຊາການ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ກໍໄດ້ມອບໃບຢັ້ງຢືນ ໃຫ້ຜູ້ສຳເລັດການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ຈຳນວນ 46 ສະຫາຍ, ຍິງ 14 ສະຫາຍ.
ໃນການຝຶກອົບຮົມໃນຊຸດທີ II ນີ້, ແມ່ນໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ແລກປ່ຽນບົດຮຽນປະ ສົບການ, ສົນທະນາກັນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ເຊິ່ງໄດ້ເຮັດໃຫ້ຜູ້ເຂົ້າຝຶກອົບຮົມສາມາດຮຽນຮູ້ ແລະ ເຂົ້າໃຈເນື້ອໃນ ແລະ ຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງກ່ຽວກັບ ຫຼັກວິຊາປັດຊະຍາ, ເສດຖະສາດການເມືອງ, ຫຼັກມູນລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ ແລະ ການກໍ່ສ້າງພັກ. ນອກຈາກການສຶກສາຄົ້ນຄວ້າຮ່ຳຮຽນທິດສະດີ ແລະ ພຶດຕິກຳຕົວຈິງແລ້ວ, ຜູ້ເຂົ້າຝຶກອົບຮົມຍັງໄດ້ເຄື່ອນໄຫວທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາເສດຖະກິດປະເທດ ຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ ແລະ ສະຖານທີ່ສຳຄັນທາງປະຫວັດສາດ, ຫໍພິພິທະພັນ ແລະ ເຄື່ອນໄຫວກິດຈະກຳກິລາ ອື່ນໆ.