ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະເຫຼີມສະຫຼອງ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ

 

LaoHungary3

 

ສປປ ລາວ ​ແລະ ຮົງ​ກາຣີ ໄດ້​ສ້າງ​ຕັ້ງ​ສາຍພົວພັນ​ທູດ​ນຳ​ກັນ ​ໃນ​ວັນ​ທີ 12 ກັນຍາ 1962 ແລະ ມາ​ເຖິງ​ປີ 2017 ນີ້ ການ​ພົວພັນການທູດ​ດັ່ງກ່າວ ​ໄດ້ໜູນວຽນມາຄົບຮອບ 55 ປີ ພໍດີ.

ຕະ​ຫຼອດ​ເຄິ່ງ​ສັດ​ຕະ​ວັດທີ່ຜ່ານມາ ເຖິງແມ່ນວ່າສະພາບຂອງສາກົນມີການຜັນແປຢູ່ເລື້ອຍໆ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຮົງ​ກາ​ຣີ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ບົນພື້ນຖານແຫ່ງການເຄົາລົບນັບຖືເຊິ່ງກັນ ແລະກັນ ແລະ ຫຼັກການແຫ່ງ ການພົວພັນສາກົນ ແລະ ທັງສອດຄ່ອງກັບຄວາມມຸ້ງມາດປາຖະໜາ ຂອງປະຊາຊົນສອງຊາດ ລາວ-ຮົງ​ກາ​ຣີ.

ເພື່ອ​ເປັນ​ການ​ສະ​ເຫຼີມສະຫລອງ ​ຄົບຮອບ 55 ປີສາຍພົວພັນ​ການ​ທູ​ດລາວ-ຮົງກາຣີ, ໃນຕອນຄ່ຳຂອງວັນທີ 7 ທັນວາ 2017, ທີ່ ໂຮງແຮມ ລາວພລາຊາ, ລັດຖະບານ ຮົງກາຣີ ຕາງໜ້າໂດຍສະຖານເອກອັກຄະລັດຖະທູດ ແຫ່ງ ຮົງກາຣີ ປະຈໍາ ສປປ ລາວ, ທີ່ມີສໍານັກງານຕັ້ງຢູ່ບາງກອກ,ສະມາຄົມ​ມິດຕະພາບ ລາວ-ຮົງກາຣີ ​ແລະ ກົງສູນກິດຕິມະສັກຮົງກາຣີ ປະຈໍາ ສປປ ລາວ ​ໄດ້​ຮ່ວມ​ກັນ​ຈັດ​ງານ​ພິທີສະເຫຼີມສະຫຼອງ ຄົບຮອບ 55 ປີ ສາຍພົວພັນການທູດ ລາວ-ຮົງກາຣີ,ໂດຍ​ການເປັນປະທານຮ່ວມຂອງ ທ່ານ ປີເຕີ ຢາກັບ (Peter Jakab), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາຣີ ປະຈຳ ສປປ ລາວ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ, ຊຶ່ງເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາການນໍາ ຈາກກະຊວງການເງິນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ ແລະ ມີບັນດາແຂກທັງພາຍໃນ ແລະ ຕ່າງປະເທດ ລວມທັງ​ດີດ​ນັກ​ສຶກສາ​ລາວ ທີ່​ຈົບ​ຈາກ​ຮົງ​ກາຣີຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນ​ພິທີ​ດັ່ງກ່າວ, ​ທັງ​ສອງ​ຝ່າຍ ລາວ-ຣົງກາຣີ ໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນ ແລະ ​ຕີ​ລາຄາ​ສູງຕໍ່ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີ ລະຫວ່າງ​ ສອງ​ປະ​ເທດ ຕະຫລອດ​ໄລຍະ 55 ປີ​ຜ່ານ​ມາ, ໂດຍສະເພາະຝ່າຍລາວເຮົາ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ ລັດຖະບານ ແລະ ປະຊາຊົນ ຮົງ​ກາ​ຣີ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ​ໃນ​ການສ້າງ​ສາ​ພັດ​ທະ​ນາ​ ສປປ ລາວ, ເປັນ​ຕົ້ນ​ແມ່ນການສະໜັບສະໜູນໃນດ້ານເງິນກູ້ດອກເບ້ຍຕໍ່າ ອັນເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຕໍ່ເນື່ອງ, ລວມທັງໄດ້ສືບຕໍ່ຊ່ວຍສ້າງຊັບພະຍາກອນມະນຸດ ເປັນຈໍານວນຫລາຍສົມຄວນໃຫ້ ແກ່ ສປປ ລາວ ຕະຫລອດມາ. ນອກນີ້ ສອງຝ່າຍ ​ໄດ້​ຢືນຢັນ​ທີ່​ຈະ​ສືບ​ຕໍ່​ເພິ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບໃໝ່ ທັງຈະສືບຕໍ່ໃຫ້ການ​ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການພັດທະນາປະເທດ ຂອງກັນ ແລະ ກັນ ໂດຍເພີ່ມທະວີການຮ່ວມມືທັງໃນອບສອງຝ່າຍ ແລະ ຫລາຍຝ່າຍ.

ງານພິທີ​ສະ​ເຫລີ​ມສະຫລອງ​ຄັ້ງ​ນີ້ ​ໄດ້​ດຳ​ເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ອົບ​ອຸ່ນ ທັງມີ​ຄວາມ​ໝາຍ​ສໍາຄັນ ​ແລະ ໄດ້​ຮັບ​ຜົນ​ສຳ​​ເລັດ​ເປັນ​ຢ່າງ​ດີ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484494
ມື້ນີ້10
ມື້ວານ188
ອາທິດນີ້932
ເດືອນນີ້3799