ເຖິງ: - ສະຫາຍ ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
- ສະຫາຍ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
- ສະຫາຍ ນາງ ປານີ ຢາທໍ່ຕູ້
ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ.
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ, ປະຊາຊົນຫວຽດນາມ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍຝາກຄຳອວຍພອນອັນປະເສີດທີ່ສຸດມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ລັດ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາ ລະນະລັດ ປະຊາຊົນລາວ, ມາຍັງບັນດາສະຫາຍ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງທຸກທົ່ວໜ້າ.
ພວກຂ້າພະເຈົ້າສຸດທີ່ດີອົກດີໃຈຫຼາຍທີ່ເຫັນວ່າຕະຫຼອດໄລຍະ 42 ປີຜ່ານມາ, ພາຍໃຕ້ການນຳພາອັນສະ ຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ມູນເຊື້ອການປະຕິວັດອັນອົງອາດກ້າແກ່ນ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງຈຶ່ງສາມາດຍາດມາໄດ້ໄຊຊະນະອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ: ມີຄວາມສະຫງົບ, ມີຄວາມສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການ ປັບປຸງຢ່າງບໍ່ຢຸດຢັ້ງ.
ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນຈິງໃຈມາຍັງປະຊາຊົນລາວບັນດາເຜົ່າອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ນຳພາ ຈະສືບຕໍ່ຍາດມາໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ VIII (ໄລຍະ 2016-2020) ຢ່າງມີໄຊ ປະສົບຜົນສຳເລັດໃນການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.
ພວກຂ້າພະເຈົ້າກໍ່ສຸດທີ່ດີອົກດີໃຈທີ່ເຫັນວ່າ ໃນໄລຍະຜ່ານ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຊື່ສັດບໍລິສຸດ, ສະໜິດສະໜົມ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ໂດຍມີ ປະທານ ໂຮ່ ຈີ ມິນ, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ພ້ອມກັບບັນດາລຸ້ນການນຳ, ປະຊາຊົນສອງຊາດ ຮ່ວມກັນເພີ່ມພູມຄູນສ້າງ ເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບມີປະສິດທິຜົນ ແລະ ແທດເໝາະຕົວຈິງ, ຕອບສະໜອງຄວາມໝຸ້ງມາດປາດຖະໜາ ແລະ ຜົນປະໂຫຍດຂອງສອງປະເທດພວກເຮົາ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍທີ່ຈະຮ່ວມກັບພັກ, ລັດ ແລະ ປະ ຊາຊົນລາວບັນດາເຜົ່າອ້າຍນ້ອງ ຕັດສິນໃຈຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຂອງພາກພື້ນ ແລະ ຂອງໂລກ.
ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ທີ່ມີຄວາມໝາຍສຳຄັນຍິ່ງ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບ ຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ຄົບຮອບ 40 ປີ ຈະເປັນຂິດໝາຍສະແດງໃຫ້ເຫັນເຖິງຄວາມ ໃກ້ຊິດຕິດແທດ, ສາຍພົວພັນມິດຕະພາບອັນບໍລິສຸດຜຸດຜ່ອງ ແລະ ການພົວພັນຮ່ວມມືຮອບດ້ານ ຕະຫຼອດໄລຍະເສັ້ນທາງພັດທະນາອັນສະຫງ່າລາສີຂອງສອງຊາດຫວຽດນາມ-ລາວ. ສາຍພົວພັນສາມັກຄີພິເສດຫວຽດນາມ-ລາວ ຈະສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ພັດທະນາຢ່າງແຂງແຮງ ຈາກປະຊາຊົນລຸ້ນຕໍ່ໆໄປຂອງສອງປະເທດ ບົນເສັ້ນທາງກ້າວໄປສູ່ຄວາມສີວິໄລ ແລະ ຄວາມຜາສຸກ ເພື່ອສ້າງສັງຄົມນິຍົມຢ່າງສຳເລັດຜົນຢູ່ແຕ່ປະເທດ.
ໃນໂອກາດອັນສະຫງ່າລາສີ, ຕາງໜ້າໃຫ້ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄູນຢ່າງເລິກເຊິ່ງມາຍັງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ໃຫ້ ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ ແລະ ລໍ້າຄ່າ ແກ່ປະຊາຊົນຫວຽດນາມ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມືອກ່ອນ ກໍ່ຄືໃນພາລະກິດກໍ່ສ້າງ ແລະ ພັດທະນາປະເທດຊາດໃນປະຈຸບັນ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ ໝັ້ນຄົງທະໜົງແກ່ນຕະຫຼອດກາລະນານ.
ອວຍພອນໃຫ້ບັນດາສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກ່ວາເກົ່າໃນໜ້າທີອັນສູງສົ່ງຂອງຕົນ./.
ນະຄອນຫຼວງຮ່າໂນ້ຍ, ວັນທີ 01 ທັນວາ 2017.
ຫງວຽນ ຝູ ຈ໋ອງ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ເຈີ່ນ ດ້າຍ ກວາງ
ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ
ຫງວຽນ ຊວັນ ຟຸກ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ
ຫງວຽນ ທິ ກິມ ເງິນ
ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.