ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ບຸນຍັງ ວໍລະຈິດ ສຳເລັດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ແບບບໍ່ເປັນທາງການ ຜູ້ນຳເສດຖະກິດ (ອາເປັກ-ອາຊຽນ)

PDAPEC2Web

 

PDAPEC1Web

 

ໃນວັນທີ 10 ພະຈິກ 2017, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປ ດານັງ, ສສ. ຫວຽດນາມ, ເພື່ອເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນໍາເສດຖະກິດ ຂອບການຮ່ວມມືດ້ານເສດຖະກິດຂອງພາກພື້ນ ອາຊີ-ປາຊີຟິກ ຫລື ອາເປັກ ແລະ ຜູ້ນຳອາຊຽນ ພາຍໃຕ້ຫົວຂໍ້ ການເປັນຄູ່ຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃໝ່ ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງ ອາຊີ-ປາຊີຟິກ ແບບຮອບດ້ານ(Partnering for New Dynamism for a Comprehensively Connected and Integrated Asia-Pacific), ຊຶ່ງຈັດຂຶ້ນໃນ​ວັນ​ທີ 10-11 ພະຈິກ 2017, ທີ່ ດານັງ, ສສ. ຫວຽດນາມ.

ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບ ການສົ່ງເສີມການເຊື່ອມໂຍງ ແລະ ພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານການເຊື່ອມຈອດ ໃນພາກພື້ນອາຊີ-ປາຊີຟິກ ແລະ ການສ້າງຄວາມເຂັ້ມແຂງໃຫ້ໂຄງສ້າງເສດຖະກິດຂອງພາກພື້ນ ໃຫ້ມີຄວາມຍືນຍົງ, ໂປ່ງໃສ ແລະ ສາມາດປັບໂຕໄດ້ຢ່າງຄ່ອງແຄ້ວ ເພື່ອຮັບປະກັນໃຫ້ມີການປັບປຸງສາຍພົວພັນ ແລະ ການຮ່ວມມືຫລາຍລະດັບ ຢູ່ໃນພາກພື້ນ, ໂດຍມີຜູ້ນຳຈາກສະມາຊິກອາເປັກ ເຂົ້າຮ່ວມທັງໝົດ 21 ເຂດເສດຖະກິດ, ສປປ ລາວ, ກຳປູເຈຍ ແລະ ມຽນມາ ເຂົ້າຮ່ວມ ເພື່ອເພີ່ມທະວີການຮ່ວມມື ລະຫວ່າງ ປະເທດສະມາຊິກເອເປັກ ແລະ ອາຊຽນ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈ ພະນະທ່ານ ປະທານກອງປະຊຸມ ເຈິນ ດ້າຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ, ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາເປັກຄັ້ງນີ້ ໃນຖານະແຂກຂອງປະເທດເຈົ້າພາບ ຊຶ່ງເປັນການເປີດໂອກາດໄດ້ແລກປ່ຽນຄວາມຄິດເຫັນ ກັບບັນດາສະມາຊິກອາເປັກ ກ່ຽວກັບ ການຮ່ວມມືໃນຍຸກແຫ່ງການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ແລະ ສາກົນ, ພ້ອມທັງຖືໂອກາດນີ້ ຮ່ວມກັບບັນດາຜູ້ນຳອື່ນ ສະແດງຄວາມເຫັນອົກເຫັນໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ຮັບຜົນກະທົບອັນໜັກໜ່ວງ ຈາກລົມພາຍຸ ດຳຣິ ຫວ່າງບໍ່ດົນມານີ້.

ພະນະທ່ານ ບຸນຍັງ ວໍລະຈິດ ຍັງໄດ້ປະກອບຄຳເຫັນໃນກອງປະຊຸມທີ່ມີຫົວຂໍ້ວ່າ: “ການເປັນຄູ່ຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃໝ່ ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງ ອາຊີ-ປາຊີຟິກ ແບບຮອບດ້ານ”. ໃນກອງປະຊຸມນີ້ ທ່ານປະທານປະເທດ ສປປ ລາວ ໄດ້ກ່າວເຖິງຈຸດຢືນອັນຈະແຈ້ວ່າ: ໃນຍຸກສະໄໝປັດຈຸບັນ, ການເຊື່ອມຈອດ ແລະ ເຊື່ອມໂຍງໃນພາກພື້ນ ແລະ ສາກົນ ແມ່ນສິ່ງທີ່ຈຳເປັນສຳລັບທຸກປະເທດໃນໂລກ ບໍ່ວ່າໃຫຍ່ ຫລື ນ້ອຍ, ທຸກ ຫລື ຮັ່ງມີ. ໃນຖານະທີ່ເປັນສະມາຊິກອາຊຽນ, ສປປລາວສະໜັບສະໜູນແລະເຂົ້າຮ່ວມຢ່າງເຕັມປ່ຽມປະຕິບັດແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນແຕ່ນີ້ຫາປີ 2025, ຊຶ່ງມີຈຸດປະສົງແນໃສ່ສ້າງຄວາມເຂັ້ມແຂງໃຫ້ປະຊາຄົມອາຊຽນບົນພື້ນຖານປະຕິບັດການເຊື່ອມໂຍງແລະເຊື່ອມຈອດຢ່າງມີປະສິດທິພາບຢູ່ພາຍໃນອາຊຽນແລະລະຫວ່າງອາຊຽນກັບພາກພື້ນອື່ນເພື່ອນຳຜົນປະໂຫຍດຕົວຈິງມາສູ່ທຸກປະເທດ, ຊຶ່ງສອດຄ່ອງກັບແຜນງານການເຊື່ອມຈອດອາເປັກ 2015-2025.

ເພື່ອເຮັດໃຫ້ການເຊື່ອມໂຍງພາຍໃນອາຊຽນ ປະກົດຜົນເປັນຈິງ ແລະ ຮັບປະກັນຄວາມເທົ່າທຽມກັນ ລະຫວ່າງປະເທດອາຊຽນດ້ວຍກັນ, ​ໃນ​ໄລຍະ​ຜ່ານ​ມາ ບັນດາ​ສະມາຊິກອາຊຽນ ໄດ້ມີຂໍ້ລິເລີ່ມ ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ອາຊຽນ ​ເພື່ອຊ່ວຍເຫຼືອປະເທດສະມາຊິກໃໝ່, ລວມທັງ ສປປ ລາວ,ຊຶ່ງແນໃສ່ຫຼຸດຜ່ອນຄວາມແຕກໂຕນ ຂອງລະດັບການພັດທະນາເສດຖະກິດ ແລະ ເພີ່ມທະວີຄວາມສາມາດໃນການເຊື່ອມໂຍງເສດຖະກິດ ຢູ່​ພາຍ​ໃນອາຊຽນ ແລະ ກັບພາກພື້ນອື່ນໆຂອງໂລກໄດ້. ພະນະທ່ານ ປະທານປະເທດ ຍັງໄດ້ສະແດງຄວາມຫວັງວ່າ ອາເປັກ ຈະພິຈາລະນາໃຫ້ການສະໜັບສະໜູນ ຄວາມພະຍາຍາມໃນຈຸດ​ນີ້ ຂອງອາຊຽນ.

ທ່ານປະທານປະເທດລາວ ກ່າວວ່າ ສຳລັບ ສປປ ລາວ ຊຶ່ງເປັນປະເທດທີ່ອ້ອມຮອບດ້ວຍ 5 ປະເທດໃກ້ຄຽງນັ້ນ ໄດ້ຖືເອົາການເຊື່ອມຈອດ ເປັນບູລິມະສິດໜຶ່ງໃນການພັດທະນາປະເທດຂອງຕົນ. ລັດຖະບານລາວ ໄດ້ດຳເນີນນະໂຍບາຍ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປເປັນປະເທດເຊື່ອມຈອດ ໂດຍສຸມໃສ່ພັດທະນາລະບົບພື້ນຖານໂຄງລ່າງ ເພື່ອເຊື່ອມຈອດພາຍໃນປະເທດໃຫ້ທົ່ວເຖິງ ແລະ ລະຫວ່າງ ສປປ ລາວ ກັບປະເທດເພື່ອນບ້ານ ເຊັ່ນ: ສ້າງ ແລະ ປັບປຸງຖະໜົນຫົນທາງ, ຂະຫຍາຍສາຍການບິນ, ພັດທະນາການເດີນເຮືອຕາມລຳແມ່ນໍ້າຂອງ, ເລີ່ມກໍສ້າງເສັ້ນທາງລົດໄຟ ເພື່ອເຊື່ອມຈອດກັບເສັ້ນທາງລົດໄຟປະເທດເພື່ອນບ້ານ, ພ້ອມທັງມີການສຶກສາ ຂະຫຍາຍຕາໜ່າງເສັ້ນທາງລົດໄຟ ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ. ດ້ວຍ​ເປົ້າ​ໝາຍ​ອັນ​ຈະ​ແຈ້ງ​ດັ່ງກ່າວ, ສປປ ລາວ ຈຶ່ງ​ສະໜັບສະໜູນ ຂໍ້ລິເລີ່ມ ໜຶ່ງ​ແລວ ໜຶ່ງ​ເສັ້ນທາງສະເໜີ​ໂດຍ ສປ ຈີນ ​ເພາະ​ເຫັນ​ວ່າ ຂໍ້ລິເລີ່ມ​ດັ່ງກ່າວ ​ຈະປະກອບສ່ວນອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນ ກໍຄືການສົ່ງເສີມເປີດກວ້າງການຄ້າ, ການລົງທຶນ, ການທ່ອງທ່ຽວ ກໍຄືການເຊື່ອມໂຍງ ແລະ ການເຊື່ອມຈອດ ຂອງອາຊຽນ ແລະ ພາກພື້ນອື່ນ ຂອງໂລກ.

 

          ໃນຕອນທ້າຍ, ພະນະທ່ານ ບຸນຍັງ ວໍລະຈິດ ຍັງຖືໂອກາດດັ່ງກ່າວ ສະແດງຄວາມຂອບໃຈ ມາຍັງປະເທດສະມາຊິກອາຊຽນ ແລະ ເຂດເສດຖະກິດອາເປັກ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຄວາມພະຍາຍາມຂອງ ສປປ ລາວ ໃນການດຳເນີນນະໂຍບາຍໃຫ້ເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງເສດຖະກິດກັບພາກພື້ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຮັດແໜ້ນການຮ່ວມມືລະຫວ່າງ ສະມາຊິກອາເປັກ ກັບ ບັນດາປະເທດອາຊຽນ ຈະເປັນການສ້າງຄວາມເຂັ້ມແຂງໃໝ່ ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງ ອາຊີ-ປາຊີຟິກ ແບບຮອບດ້ານ, ຊຶ່ງຈະນຳໄປສູ່ການພັດທະນາແບບຍືນຍົງ ໃຫ້ແກ່ອາຊຽນ ແລະ ອາເປັກ.

 

         ໃນຕອນຄ່ຳຂອງວັນດຽວກັນ, ພະນະທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າຊຶ່ງຈັດໂດຍ ພະນະທ່ານ ເຈິນ ດ້າຍ ກວາງ,ປະທານປະເທດ ແຫ່ງ ສສ. ຫວຽດນາມ, ເພື່ອຕ້ອນຮັບບັນດາຜູ້ນຳອາເປັກ ແລະ ຜູ້ນຳອາຊຽນ, ທີ່ ໂຮງແຮມ ເຊເຣຕອນ, ດານັງ, ສສ. ຫວຽດນາມ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480284
ມື້ນີ້114
ມື້ວານ157
ອາທິດນີ້682
ເດືອນນີ້6515