ໃນວັນທີ 04 ກັນຍາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈຟຣີ ຄວິນຕັນ ມິດເຊວ ດອຍຊ (Geoffrey Quinton Mitchell Doidge), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອາຝຣິກາໃຕ້ ຄົນໃໝ່ ປະຈຳ ສປປ ລາວ ແລະ ທ່ານ ນາດາຟ ເອຊາຣ໌ (Nadav Eshcar), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອິດສະຣາແອນ ຄົນໃໝ່ ປະຈຳ ສປປ ລາວ ຕາມລຳດັບ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງສອງປະເທດ ໃນໄລຍະຜ່ານມາ, ການໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ ພ້ອມທັງສະແດງຄວາມຫວັງວ່າ ໃນໄລຍະທີ່ ທ່ານເອກອັກຄະລັດຖະທູດ ມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີງາມຂອງສອງປະເທດ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນເລື້ອຍໆ.
ໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ທີ່ທ່ານຮອງລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ແລະ ໄດ້ໃຫ້ຄວາມເຊື່ອໝັ້ນວ່າ ໃນໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈະປະກອບສ່ວນເຫື່ອແຮງຂອງຕົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ໃຫ້ມີຜົນສຳເລັດຢ່າງຈົບງາມ.