ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2017 ທີ່ມະນິລາ, ປະເທດຟີລິບປິນ, ທ່ານທອງຜ່ານສະຫະວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງສປປລາວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມືໃນຂອບອາຊຽນບວກສາມ ແລะ ກະກຽມໃຫ້ແກ່ກອງປະຊຸມໃນລະດັບລັດຖະມົນຕີຕ່າງປະເທດ ແລະ ລະດັບຜູ້ນຳຂອງບັນດາປະເທດ ອາຊຽນບວກສາມທີ່ຈະຈັດຂຶ້ນໃນເດືອນສິງຫາ ແລະ ພະຈິກໃນປີນີ້ຢູ່ຟີລິບປິນ. ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳຮ່ວມມືຕ່າງໆໃນໄລຍະຜ່ານມາລວມທັງການຈັດຕັ້ງຜັນຂະຫຍາຍບັນດາຄຳຕົກລົງຂອງຜູ້ນຳຢູ່ກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 19 ທີ່ໄດ້ຈັດຂຶ້ນຢູ່ສປປລາວໃນປີຜ່ານມາ. ພ້ອມນັ້ນ, ກອງປະຊຸມກໍໄດ້ເຫັນດີໃຫ້ເລັ່ງລັດການຮ່າງແຜນວຽກການຮ່ວມມືອາຊຽນບວກສາມໄລຍະ 2018-2022 ໃຫ້ສຳເລັດໂດຍໄວເພື່ອປ່ຽນແທນແຜນວຽກສະບັບປະຈຸບັນທີ່ຈະສີ້ນສຸດໃນປີ 2017 ນີ້. ອັນສຳຄັນແມ່ນກອງປະຊຸມໄດ້ປຶກສາຫາລືກ່ຽວກັບການສະເຫຼີມສະຫຼອງຄົບຮອບ 20 ປີແຫ່ງການສ້າງຕັ້ງກົນໄກອາຊຽນບວກສາມ (1997-2017) ໂດຍເຫັນດີໃຫ້ມີການຮັບຮອງເອົາຖະແຫຼງການອາຊຽນບວກສາມຄົບຮອບ 20 ປີໃນໂອກາດກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 20 ໃນເດືອນພະຈິກ 2017 ຢູ່ຟີລິບປິນ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ກໍໄດ້ນຳພາຄະນະຜູ້ແທນສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ໃນນີ້ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ EAS ໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ EAS ຄັ້ງທີ 11 ທີ່ໄດ້ຈັດຂຶ້ນໃນປີຜ່ານມາຢູ່ສປປລາວກໍຄືບັນດາກິດຈະກຳຮ່ວມມືຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຂອງ EAS (ການເງິນ, ພະລັງງານ, ການສຶກສາ, ການຄຸ້ມຄອງໄພພິບັດທຳມະຊາດ, ວຽກງານສາທາລະນະສຸກ ແລະ ພະຍາດຕິດແປດ ແລະ ການເຊື່ອມໂຍງອາຊຽນ) ພ້ອມທັງປຶກສາຫາລືກ່ຽວກັບບັນດາກິດຈະກຳ ແລະ ຂໍ້ລິເລີ່ມຕ່າງໆທີ່ຈະຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ. ນອກນັ້ນ, ກໍໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃນດ້ານຕ່າງໆເປັນຕົ້ນແມ່ນດ້ານເນື້ອໃນ ແລະ ພາລາທິການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 7 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນເດືອນສິງຫາ ແລະ ພະຈິກ 2017 ຢູ່ຟີລິບປິນ. ໃນໂອກາດນີ້, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນຕ່າງໆທີ່ມີຄວາມສົນໃຈຮ່ວມກັນ.