ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງການຮ່ວມມື ຄົບຮອບ 50 ປີ ລະຫວ່າງ ສປປ ລາວ ແລະ ທະນາຄານພັດທະນາອາຊີ

 

50Lao-ADB1 50Lao-ADB2

 

ໃນຕອນ​ຄ່ຳ​ຂອງ​ວັນທີ 20 ​ເມສາ 2017, ກະຊວງ​ການ​ຕ່າງປະ​ເທດ ຮ່ວມ​ກັບ ທະນາຄານ​ພັດທະນາ​ອາຊີ ໄດ້​ຈັດ​​ພິທີ​ສະເຫຼີ​ມສະຫຼອງການ​ຮ່ວມ​ມືຄົບຮອບ 50 ປີ ລະຫວ່າງ ສປປ ລາວ ​ແລະ ທະນາຄານ​ພັດທະນາ​ອາຊີ ທີ່ ໂຮງ​ແຮ​ມ Crown Plaza, ​ພາຍ​ໃຕ້​ການ​ເປັນ​ປະທານ​​ຮ່ວມຂອງ ທ່ານ ທອງ​ຜ່ານ ສະຫວັນ​ເພັດ, ຮອງ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ​ເຈ​ມ ນິວ​ເຈິ​ນ, ຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້, ທະນາຄານພັດທະນາອາຊີ.

ເປັນກຽດ​ເຂົ້າ​ຮ່ວມ​ພິທີ​ໃນ​ຄັ້ງ​ນີ້ ມີທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ, ປະທານສະຫະພັນແມ່ຍິງລາວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງ​ຕ່າງໆ​ອ້ອມ​ຂ້າງ​ສູນ​ກາງ, ແຂກກິດຕິມະສັກ ຈາກ ທະນາຄານພັດທະນາອາຊີ ໂດຍແມ່ນ ທ່ານ ເດວິດ ເມີຄີສັນ (David F.Murchison), ຜູ້ອຳນວຍການບໍລິຫານ, ບັນດາທູດຕານຸທູດຕ່າງປະເທດ ປະຈໍາລາວ, ອົງການ​ຈັດ​ຕັ້ງ​ສາກົນ, ລວມເຖິງ ພາກເອກະຊົນ ແລະ ສື່​ມວນ​ຊົນເຂົ້າຮ່ວມຫລາຍ​ກວ່າ 200 ທ່ານ.

ພິທີສະເຫຼີ​ມສະຫຼອງການ​ຮ່ວມ​ມືຄົບຮອບ 50 ປີ ລະຫວ່າງ ສປປ ລາວ ​ແລະ ທະນາຄານ​ພັດທະນາ​ອາຊີ ໃນຄັ້ງນີ້ ໄດ້ທົບທວນຄືນ ບັນດາການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານພັດທະນາອາຊີທີ່ຜ່ານມາ ​ເລີ່​ມ​ແຕ່​ຊຸມປີ 1967 ເປັນຕົ້ນມາ, ທະນາຄານ​ພັດທະນາ​ອາຊີ ໄດ້​ໃຫ້​ທຶນ​ຊ່ວຍ​ເຫຼືອເພື່ອການພັດທະນາ ແກ່ ສປປ ລາວ ໃນຫຼາຍ​ດ້ານເຊັ່ນ: ດ້ານ​ກະສິກຳ, ດ້ານ​ພື້ນຖານ​​ໂຄງ​ລ່າງ​, ດ້ານ​ການ​ສຶກສາ ​ໂດຍ​ສະ​ເພາະ ການພັດທະນາດ້ານພະລັງງານ​ໄຟຟ້າ ​ແລະ ການ​ກໍ່ສ້າງ​ຖະໜົນ​ຫົນທາງ​ ເພື່ອ​ຊຸກຍູ້​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ ຢູ່​ໃນ ສປປ ລາວ. ຈົນ​ເຖິງ​ປະຈຸບັນ ສປປ ລາວ ແລະ ທະນາຄານ​ພັດທະນາ​ອາຊີ ​​ໄດ້​ມີ​ການ​ພົວພັນຮ່ວມ​ມື​ກັນ ນັບ​ມື້​ນັບ​ເພີ່ມ​ທະວີຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງການຮ່ວມມືໄດ້ຂະຫຍາຍກວ້າງອອກໄປໂດຍກວມເອົາການພັດທະນາຊົນນະບົດ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ລວມເຖິງ ການຮ່ວມມືດ້ານການເງິນ ແລະ ການເຊື່ອມໂຍງເຂົ້າກັບພາກພື້ນ. ທ່ານ ຜຸູ້ຕາງໜ້າທະນາຄານພັດທະນາອາຊີ ໄດ້ຢືນຢັນຄວາມໝັ້ນໝາຍຂອງເອດີບີ ໃນການເປັນຄູ່ຮ່ວມເພື່ອສຶບຕໍ່ຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍ​ທີ່​ວາງ​ໄວ້​ໃນ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດ 2016-2020, ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDG) ​ແລະ ​ເປົ້າ​ໝາຍ​ເພື່ອ​ນຳ​ພາ​ປະ​ເທດ​ໃຫ້​ຫຼຸ​ດພົ້ນ​ອອກ​ຈາກສະພາວະ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020.

ນອກຈາກນັ້ນ, ພາຍໃນງານຍັງໄດ້ມີການວາງສະແດງຮູບພາບ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານພັດທະນາອາຊີ ເພື່ອເປັນການສະເຫຼີມສະຫຼອງ ການເປັນຄູ່ຮ່ວມມືທີ່ຍາວນານ ແລະ ເປັນການຈາລຶກ ໝາກຜົນຈາກການຮ່ວມມືທີ່ສ້າງສັນ ໃນຕະຫຼອດໄລຍະ 50 ປີ ທີ່ຜ່ານມາ. ງານວາງສະແດງຮູບພາບດັ່ງກ່າວຈະສືບຕໍ່ວາງສະແດງຮອດວັນທີ 22 ເມສາ 2017 ຢູ່ ບໍລິເວນດ້ານໜ້າປະຕູໄຊ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480314
ມື້ນີ້144
ມື້ວານ157
ອາທິດນີ້712
ເດືອນນີ້6545