ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຊີ້ນຳກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ລົງຕິດຕາມ ແລະ ລົງຊຸກຍູ້ວຽກງານການຮ່ວມມືດ້ານມະນຸດສະທຳລະຫວ່າງ ລາວ-ອາເມລິກາ

 

HESengphetvisitMIA

 

ໃນລະຫວ່າງວັນທີ 27-29 ມີນາ 2017 ທີ່ຜ່ານມາ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ໄດ້ເດີນທາງໄປຢ້ຽມຢາມການປະຕິບັດງານຮ່ວມ ລາວ-ອາເມລິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 3 ປະຈໍາສົກປີ 2016-2017, ຢູ່ຈຸດສຸມລ້ອງມ້າ, ເມືອງບົວລະພາ, ແຂວງຄຳມ່ວນ. ການເດີນທາງໄປຢ້ຽມຢາມ ຂອງຄະນະດັ່ງກ່າວໃນຄັ້ງນີ້ ແມ່ນເພື່ອເປັນການຕິດຕາມ ແລະ ກວດກາການປະຕິບັດງານຂອງຄະນະວິຊາການຮ່ວມ ລາວ-ອາເມລິກາ ໃນການປະຕິບັດວຽກງານມະນຸດສະທຳ ແລະ ທັງເປັນການສະແດງເຖິງ ຄວາມເອົາໃຈໃສ່ ໃຫ້ການຮ່ວມມືຂອງລັດຖະບານ ແຫ່ງ ສປປ ລາວ ເພື່ອແກ້ໄຂບັນຫາ ຜູ້ຫາຍສາບສູນ ໃນປາງສົງຄາມຢູ່ລາວ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ພົບປະ ແລະ ໂອ້ລົມກັບບັນດາພະນັກງານວິຊາການ ປະຈໍາພາກສະໜາມຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ອໍານາດການປົກຄອງທ້ອງ ຖິ່ນທີ່ຄ້າຍພັກບ້ານລະໂບຍໃໝ່, ເມືອງບົວລະພາ, ແຂວງຄຳມ່ວນ. ນອກຈາກນັ້ນ, ຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ການປະຕິບັດງານຕົວຈິງຢູ່ຈຸດຂຸດຄົ້ນຕ່າງໆ, ໂດຍໄດ້ຮັບຟັງການລາຍງານ ສະພາບການປະຕິບັດວຽກງານຢູ່ແຕ່ລະຈຸດຂຸດຄົ້ນ ຈາກຫົວໜ້າພາກສະໜາມຝ່າຍລາວ ແລະ ຝ່າຍອາເມລິກາ, ຊຶ່ງເຫັນວ່າ ການຮ່ວມມືມີປະສິດທິຜົນອັນດີ, ຍ້ອນພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍພໍ່ແມ່ປະຊາຊົນທ້ອງຖິ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ ວຽກງານຂອງຕົນ ເປັນຢ່າງດີ.

ຕະລອດໄລຍະເວລາ 30 ປີທີ່ຜ່ານມາ, ການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນວຽກງານມະນຸດສະທຳ ໄດ້ພົບຄວາມຫຍຸ້ງຍາກຫຼາຍປະການ ເນື່ອງຈາກວ່າ ສະພາບແວດລ້ອມພູມີປະເທດທີ່ສູງຊັນ, ໄລຍະເວລາໃນການ ເຮັດວຽກ ຂຶ້ນກັບສະພາບດິນຟ້າອາກາດ, ຈຸດຂຸດຄົ້ນສ່ວນຫຼາຍບໍ່ມີທາງລົດເຂົ້າໄປເຖິງ ຈໍາເປັນຕ້ອງໄດ້ນໍາໃຊ້ຍົນ ໃນການຂົ່ນສົ່ງທີມງານ ແລະ ອຸປະກອນເຂົ້າໄປຈຸດຂຸດຄົ້ນ. ມາເຖິງປະຈຸບັນ ການຂຸດຄົ້ນໄດ້ສຳເລັດແລ້ວ ຈຳນວນ 272 ກໍລະນີ ຈາກຈໍານວນຜູ້ຫາຍສາບສູນທັງໝົດຢູ່ລາວ ໃນຈຳນວນ 573 ກໍລະນີ ແລະ ຍັງເຫຼືອຈະສືບຕໍ່ຄົ້ນຫາອີກ 301 ກໍລະນີ.

 ສັງລວມແລ້ວ, ລັດຖະບານກໍ່ຄືປະຊາຊົນລາວໄດ້ໃຫ້ການຮ່ວມມືຕະຫຼອດມາ ແລະ ຈະສືບຕໍ່ໃຫ້ການຮ່ວມມື ໃນວຽກງານດັ່ງກ່າວຕາມຄວາມອາດສາມາດຕົວຈິງ ເພື່ອນໍາເອົາສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນ ທັງໝົດ ສົ່ງຄືນໃຫ້ຄອບຄົວຂອງພວກກ່ຽວ. ການຮ່ວມມືໃນດ້ານນີ້ໄດ້ຮັບຜົນສຳເລັດເປັນຢ່າງດີ ກໍ່ຍ້ອນການຮ່ວມມື ຂອງລັດຖະບານລາວ, ເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ການຮ່ວມມືອັນດີຂອງປະຊາຊົນ ບັນດາເຜົ່າ. ສິ່ງເຫຼົ່ານີ້ ໄດ້ສະແດງໃຫ້ເຫັນເຖິງນະໂຍບາຍມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ປະຊາຊົນອາເມລິກາ, ໂດຍສະເພາະ ຕໍ່ຄອບຄົວຍາດພີ່ນ້ອງ ຂອງຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485362
ມື້ນີ້63
ມື້ວານ227
ອາທິດນີ້398
ເດືອນນີ້4667