ໃນຕອນເຊົ້າຂອງວັນທີ 27 ມີນາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສະເຕນ ອາ. ແຮນເຊັນ (Stein R. HANSEN), ຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາອຸດສາຫະກໍາ ຄົນໃໝ່ ປະຈໍາພາກພື້ນ, ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ.
ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຄວາມຊົມເຊີຍຕໍ່ ທ່ານ ສະເຕນ ອາ. ແຮນເຊັນ ທີ່ໄດ້ຖືກແຕ່ງຕັ້ງມາເປັນຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາອຸດສາຫະກໍາ ຄົນໃໝ່ ປະຈໍາ ພາກພື້ນ. ພ້ອມກັນນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການດັ່ງກ່າວ ທີ່ໄດ້ໃຫ້ຄວາມຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນ ການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດະນາເສດຖະກິດ-ສັງຄົມ ເປັນຕົ້ນ ການຍົກລະດັບພື້ນຖານໂຄ່ງລາງທາງດ້ານຄົມມະນາຄົມ ເພື່ອໃຫ້ອຸດສາຫະກໍາການຜະລິດພາຍໃນປະເທດ ອອກສູ່ຕະຫຼາດສາກົນໄດ້ງ່າຍຂື້ນ ແລະ ການຫຼຸດຜ່ອນຜົນກະທົບທາງດ້ານສິ່ງແວດລ້ອມ ໂດຍການໃຊ້ພະລັງງານທີ່ພຽງພໍ ແລະ ບໍ່ເປັນພິດອັນຕະລາຍຕໍ່ສະພາບແວດລ້ອມ ໃນຮູບແບບພະລັງງານທົດແທນ, ໃນນັ້ນມີ 05 ໂຄງການ ທີ່ກໍາລັງດໍາເນີນຢູ່ ແລະ 04 ໂຄງການ ທີ່ໄດ້ປະຕິບັດສໍາເລັດຢ່າງມີໝາກຜົນອັນດີ ໃນປີ 2015 ແລະ 2016 ທີ່ຜ່ານມາ.
ໃນໂອກາດອັນດຽວກັນ ທ່ານ ສະເຕນ ອາ. ແຮນເຊັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງລັດຖະມົນຕີ ແລະ ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ໃຫ້ການຮ່ວມມືສະໜັບສະໜູນລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກໍາ ແລະ ສປປ ລາວ ກໍຄືເປົ້າໝາຍການພັດທະນາແບບຍືນຍົງ ທີ່ຕິດພັນກັບວຽກງານຂອງອົງການໃຫ້ໄດ້ຮັບໝາກຜົນ.