ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ແລະ ຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດ ຂອບການຮ່ວມມືພາກພື້ນ (CLV, CLMV ແລະ ACMECS)

 

ThongphanhCLVweb

 

ໃນວັນທີ 24 ມີນາ 2017, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດຂອບການຮ່ວມມືພາກພື້ນ(CLV, CLMV ແລະ ACMECS), ທີ່ ແຂວງຈຳປາສັກ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມຈາກສູນກາງ ແລະ ຈາກແຂວງຈໍາປາສັກ, ​​ແຂວງສາລະວັນ, ແຂວງເຊກອງແລະ ແຂວງອັດຕະປື ຫຼາຍກວ່າ 50 ທ່ານ.

ກອງປະຊຸມໄດ້ປຶກສາຫາ ແລະ ຜັນຂະຫຍາຍ ຜົນກອງປະຊຸມ ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມຫລ່ຽມ​ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 9, ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ຂອບ​ການ​ຮ່ວມ​ມືຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 7. ນອກນີ້, ກອງປະຊຸມ ຍັງໄດ້ຕີລາຄາສູງ ໃນການຈັດຕັ້ງປະຕິບັດຂອງ 4 ແຂວງພາກໃຕ້ ໃນການຈັດຕັ້ງປະຕິບັດວຽກງານໃນ 3 ຂອບການຮ່ວມມືດັ່ງກ່າວ, ເຊິ່ງຜ່ານມາກໍ່​ມີຫລາຍ​ໂຄງການ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ເປັນ​ກ້າວໆ ເປັນຕົ້ນ: ​ໂຄງການ​ປັບປຸງ ​ແລະ ຍົກ​ລະດັບເສັ້ນທາງ​ເຊື່ອມ​ຈອດ ລະຫວ່າງ ​ບັນດາ​ບ້ານ, ເມືອງ ​ແລະ ​ແຂວງ, ການ​ກໍ່ສ້າງ​ໂຮງຮຽນ, ​ໂຮງໝໍ, ສຸກສາລາ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ອື່ນ​ໆ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ​ແລະ ສົ່ງ​ເສີມ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ຂົງ​ເຂດດັ່ງກ່າວ​ໃຫ້​ດີ​ຂຶ້ນເທື່ອລະກ້າວ. ພ້ອມດຽວກັນນີ້, ກອງ​ປະຊຸມ​ ຍັງ​ໄດ້​ປຶກສາ​ຫາລືແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ການແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ທິດທາງໃນຕໍ່ໜ້າ. ອັນພົນເດັ່ນ ແມ່ນໂຄງການບູລິ​ມະ​ສິດ​ 5 ໂຄງການ​ທີ່ໄດ້ຖືກຮັບຮອງເອົາ ໃນກອງປະຊຸມສຸດຍອດ CLV ຄັ້ງຫຼ້າສຸດ.

ກອງປະຊຸມໃນຄັ້ງນີ້, ອັດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍບັນລຸໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້ ແລະ ຖື​ໄດ້​ວ່າ ເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນສູງ ເພາະ​ເປັນ​ເວທີສໍາຄັນອັນໜຶ່ງທີ່ເປີດໂອກາດ​ໃຫ້​ບັນດາ​ຂະແໜງການທີ່ກ່ຽວຂ້ອງ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນໍາກັນຕໍ່ກັບບັນຫາ ແລະ ສິ່ງທີ່ທ້າທາຍຕ່າງໆ ໂດຍສະເພາະການແກ້ໄຂຂໍ້ຄົງຄ້າງ ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ ຂອງສາມຂອບການຮ່ວມມືດັ່ງກ່າວ ໃຫ້ປະກົດຜົນເປັນຈິງ​.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484741
ມື້ນີ້52
ມື້ວານ205
ອາທິດນີ້1179
ເດືອນນີ້4046