ໃນວັນທີ 16 ມີນາ 2017, ທີ່ ມານິລາ, ຟີລິບປີນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting), ຊຶ່ງປະກອບດ້ວຍ ບັນດາຫົວໜ້າເຈົ້າຫນ້າທີ່ອາວຸໂສອາຊຽນ ຮັບຜິດຊອບເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄ້ຳປະຊາຄົມເສດຖະກິດອາຊຽນ ແລະ ເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນ ພາຍໃຕ້ການເປັນເຈົ້າພາບ ແລະ ປະທານຂອງ ຟີລິປີນ.
ກອງປະຊຸມປຶກສາຫາລືຮ່ວມຄັ້ງນີ້ ໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ຊຶ່ງຈະຈັດຂຶ້ນໃນວັນທີ 26-29 ເມສາ 2017, ໃນນີ້ ກອງປະຊຸມໄດ້ຜ່ານແຜນການເຄື່ອນໄຫວ ແລະ ວາລະກອງປະຊຸມລວມທັງບັນດາເອກະສານ ທີ່ຈະຮັບຮອງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30. ກອງປະຊຸມ ຍັງໄດ້ຮັບຟັງລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025, ແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ປຶກສາຫາລື ກ່ຽວກັບ ທິດທາງໃນຕໍ່ໜ້າໃນການຈັດກອງປະຊຸມປຶກສາຫາລືຮ່ວມ ໃຫ້ມີປະສິດທິພາບຍິ່ງຂຶ້ນ. ໃນນີ້, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງ ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ເພາະສອງເອກະສານ ແມ່ນສ່ວນຫນຶ່ງຂອງວິໄສທັດປະຊາຄົມອາຊຽນ 2025 ທີ່ຮັບຮອງເອົາ ຢູ່ ສປປ ລາວ ໃນປີຜ່ານມາ.
ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ສຸມໃສ່ການປຶກສາຫາລື ກ່ຽວກັບ ກິດຈະກໍາໃນສາມແຜນແມ່ບົດປະຊາຄົມອາຊຽນ 2025 ທີ່ມີລັກສະນະກວມລວມຫລາຍເສົາຄໍ້າ ແນໃສ່ຊອກຫາຂະແຫນງການທີ່ເປັນເຈົ້າການໃນການຈັດຕັ້ງປະຕິບັດ ທັງລະດັບພາກພື້ນ ແລະ ລະດັບຊາດ ເພື່ອໃຫ້ກິດຈະກໍາດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ກ່ອນການຈັດກອງປະຊຸມປຶກສາຫາລືຮ່ວມ ໄດ້ມີກອງປະຊຸມຂອງຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໃນວັນທີ 14 ແລະ 15 ມີນາ 2017 ຕາມລຳດັບ.