ໂດຍປະຕິບັດຕາມການຕົກລົງເຫັນດີຂອງສອງນາຍົກລັດຖະມົນຕີລາວແລະກຳປູເຈຍ, ຄັ້ງວັນທີ 23 ພະຈິກ 2016 ທີ່ ຊຽມຣຽບ, ຣາຊະອານາຈັກ ກໍາປູເຈຍ, ໃນວັນທີ 27 ມັງກອນ 2017, ຄະນະປະຕິບັດງານຮ່ວມລາວ-ກໍາປູເຈຍ; ກໍາປູເຈຍ-ລາວ, ຊຶ່ງຝ່າຍລາວ ນຳໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄະນະປະຕິບັດງານຮ່ວມຝ່າຍກຳປູເຈຍ ນຳໂດຍ ທ່ານ ລອງ ວິຊະໂລ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ໂດຍມີທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາການນໍາຂອງແຂວງ, ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງລາວ ແລະ ກຳປູເຈຍ ໄດ້ຮ່ວມກັນສຳຫຼວດພູມີປະເທດຕົວຈິງແລະປຶກສາຫາລືກັນ ກ່ຽວກັບຈຸດທີ່ຈະກໍ່ສ້າງຂົວຂ້າມເຊລຳເພົາແລະ ໄດ້ເຫັນດີເປັນເອກະພາບກັນກໍານົດຈຸດທີ່ຈະສ້າງຂົວດັ່ງກ່າວ ຢູ່ລະຫວ່າງບໍລິເວນບ້ານເວີນຍາງ, ເມືອງມຸນລະປະໂມກ, ແຂວງຈໍາປາສັກ (ລາວ) ແລະ ຕາແສງທ່າເປືອຍ, ແຂວງເພຣຍວິເຮຍ (ກໍາປູເຈຍ) ຊຶ່ງມີໄລຍະຫ່າງຈາກປາກເຊລໍາເພົາປະມານ 1500 ແມັດ.
ການລົງສຳຫຼວດຢູ່ພື້ນທ່ີ່ຕົວຈິງໃນຄັ້ງນີ້ ເປັນການປະຕິບັດຕາມເຈດຕະນາລົມແລະຄວາມມຸ້ງມາດປາດຖະ ໜາຂອງລັດຖະບານສອງປະເທດລາວແລະກຳປູເຈຍທີ່ຢາກຈະຂະຫຍາຍຕາໜ່າງການເຊື່ອມໂຍງ ເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ, ສົ່ງເສີມການແລກປ່ຽນການຄ້າ, ການທ່ອງທ່ຽວ ລະຫວ່າງສອງປະເທດ, ພ້ອມທັງເປັນການເພີ່ມທະວີການຮ່ວມມື ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທັງໃນລະດັບສູນກາງແລະ ທ້ອງຖິ່ນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຕາມບໍລິເວນຊາຍແດນໃຫ້ນັບມື້ດີຂຶ້ນກວ່າເກົ່າ.
ອີງໃສ່ຜົນການສຳຫຼວດພື້ນທີ່ຕົວຈິງ, ສອງຝ່າຍໄດ້ປຶກສາຫາລືແລະ ແລກປ່ຽນຄວາມເຫັນນໍາກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຂົວດັ່ງກ່າວໄດ້ຮັບການກໍ່ສ້າງໂດຍໄວ ແລະ ຮັບປະກັນທາງດ້ານສິດຜົນປະໂຫຍດຂອງທັງສອງຝ່າຍ, ພ້ອມທັງຈະນໍາເອົາຜົນຂອງການສໍາຫຼວດພື້ນທີ່ຕົວຈິງຄັ້ງນີ້ ລາຍງານຂັ້ນເທິງຂອງຕົນໃຫ້ການຊີ້ນໍາ. ການພົບປະແລະ ການສຳຫຼວດພື້ນທີ່ຕົວຈິງໃນຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດ, ມິດຕະພາບທີ່ດີນຳກັນແລະໄດ້ລົງນາມບົດບັນທຶກຮ່ວມກັນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.