ໃນວັນທີ 20 ມັງກອນ 2017, ທີ່ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ທ່ານ ຫງວຽນ ບາ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ, ເນື່ອງໃນໂອກາດ ບຸນປີໃໝ່ ເຊິ່ງເປັນບຸນປະເພນີຂອງປະຊາຊົນຫວຽດນາມ.
ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າໃຫ້ຄະນະນຳກະຊວງການຕ່າງປະເທດ ພ້ອມດ້ວຍພະນັກງານ ໄດ້ອວຍພອນໄຊອັນປະເສີດ ແດ່ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄອບຄົວ ແລະ ພະນັກງານ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ.