ໃນຕອນບ່າຍຂອງ ວັນທີ 23 ກໍລະກົດ 2016, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ເປັນປະທານກອງປະຊຸມ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາຜູ້ຕາງຫນ້າຂອງຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ.
ໃນຕອນບ່າຍ ວັນທີ 23 ກໍລະກົດ 2016, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ເປັນປະທານກອງປະຊຸມຄະນະກຳມາທິການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນ.
ປັດຈຸບັນ ການກະກຽມສຳລັບການເປັນ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ຂອງ ສປປ ລາວ ແມ່ນມີຄວາມຄືບໜ້າດີທັງດ້ານເນື້ອໃນ, ພາລາທິການ ແລະ ບຸກຄະລາກອນ ໂດຍໄດ້ຮັບການຮ່ວມມື, ຊ່ວຍເຫລືອເປັນຢ່າງດີ ຈາກພາຍໃນ ແລະ ຕ່າງປະເທດ ກໍຄື ໄດ້ສ້າງຕັ້ງຄະນະກຳມະການຮັບຜິດຊອບຊີ້ນຳລວມ ໂດຍແມ່ນ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ແຕ່ງຕັ້ງ 13 ຄະນະອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກ ແຕກຕ່າງກັນ.