ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ເພື່ອກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ແບບທາງໄກ

 

20201110-ASEAN-AMM-1

20201110-ASEAN-AMM-2

ກອງປະຊຸມ​​ລັດຖະມົນຕີຕ່າງປະເທດອາຊຽນ

 

20201110-ASEAN-AMM-3-1

20201110-ASEAN-AMM-4

20201110-ASEAN-AMM-5

ພິທີລົງນາມສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ຫຼື (TAC) ເພື່ອຮັບເອົາ ໂກໂລມບີ, ກູບາ ແລະ ອາຟຣິກາໃຕ້ ເຂົ້າເປັນພາຄີ

 

 

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ    ກົມມະສິດ, ລັດຖະມົນຕີ​​​ຕ່າງປະ​ເທດ, ໄດ້ນໍາພາຄະ​ນະ​ຜູ້​ແທນລາວ ​ເຂົ້າຮ່ວມກອງປະຊຸມ​​ລັດຖະມົນຕີຕ່າງປະເທດອາຊຽນ, ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົ​ມ​ການ​ເມືອງ-ຄວາມ​ໝັ້ນ​ຄົງ​ອາ​ຊຽນ ຄັ້ງ​ທີ 22 ແລະ ກອງ​ປະ​ຊຸມ​ສະ​ພາ​ປະ​ສານ​ງານ​ອາ​ຊຽນ ຄັ້ງ​ທີ 28, ເຊິ່ງຈຸດປະສົງລະດັບຄາດໝາຍຂອງທັງ 3 ກອງປະຊຸມນີ້ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືຜ່ານມາ ແລະ ກະກຽມດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນໄລຍະວັນທີ 12-15 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ຫວຽດນາມ.

ອ່ານເພີ່ມເຕີມ... 

ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ

 

Mofaparty4n1

Mofaparty4n2

Mofaparty4n0

Mofaparty4n4

 

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ, ດ້ວຍບັນຍາການຟົດຟື້ນ ແລະ ມີເນື້ອໃນສໍາຄັນເລິກເຊິ່ງ ພາຍຫລັງດໍາເນີນມາແຕ່ ວັນທີ 5-6 ພະຈິກ 2020, ທີ່ ສູນການຮ່ວມມືສາກົນແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາສະຫາຍ​ແຂກ​ທີ່​ຖືກ​ເຊີນ​ຈາກ​ກະຊວງ ​ແລະ ອົງການ​ອ້ອມ​ຂ້າງ​ສູນ​ກາງ​, ບັນດາ​ສະຫາຍ​ສະມາຊິກ​ພັກ​ອາວຸ​ໂສບຳນານ, ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຕາງໜ້າອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາສະຫາຍຜູ້​ແທນ​ສົມບູນ ​ເຂົ້າ​ຮ່ວມທັງໝົດ 221 ສະຫາຍ, ຍິງ 58 ສະຫາຍ, ​ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ສະມາ​ຊິກ​ພັກກະຊວງ​ການ​ຕ່າງປະ​ເທດ ທັງໝົດ 726 ສະຫາຍ, ຍິງ 208 ສະຫາຍ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີຄວາມຫມາຍຄວາມສໍາຄັນ, ສະແດງເຖິງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບສູງຂອງຜູ້ແທນກອງປະຊຸມ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານພັກ ສະໄໝທີ III ທີ່ສະເຫນີໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ; ຮັບຮອງເອົາແຜນພັດທະນາຂອງກະຊວງການຕ່າງປະເທດ ໄລຍະ 2021-2025 ສະເຫນີໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ຜູ້ແທນກອງປະຊຸມໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ການສະຫລຸບຕີລາຄາຫມາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ໄລຍະ 5 ປີຜ່ານມາ (2015- 2020) ເປັນຕົ້ນແມ່ນບັນດາຜົນສໍາເລັດອັນພົ້ນເດັ່ນທີ່ຍາດມາໄດ້ໃນການເຄື່ອນໄຫວວຽກງານຕ່າງປະເທດ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ຍັງໄດ້ເປັນເອກະພາບຮັບຮອງເອົາບັນດາທິດທາງລວມ ແລະ ຄາດຫມາຍສູ້ຊົນ ໃນ 5 ປີ ຕໍ່ໜ້າ (2021-2025) ທີ່ໄດ້ກໍານົດຢູ່ບົດລາຍງານການເມືອງ, ແຜນພັດທະນາກະຊວງການຕ່າງປະເທດ ແລະ ບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ III ໂດຍໄດ້ກໍານົດ 3 ທິດທາງໜ້າທີ່ລວມໃນ 3 ດ້ານຄື: ດ້ານການເຄື່ອນໄຫວຕ່າງປະເທດ, ການປະຕິບັດວຽກງານວິຊາສະເພາະ ແລະ ການກໍ່ສ້າງພັກ-ພະນັກງານ; ໄດ້ວາງ 11 ຄາດໝາຍສູ້ຊົນແລະ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ແຜນງານ 39 ໂຄງການ. ພ້ອມດຽວກັນນັ້ນ, ກໍ່ສືບຕໍ່ອອກແຮງຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ຕັ້ງໜ້າປະຕິບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ”, ສືບຕໍ່ປ່ຽນແປງໃໝ່ ແລະ ບຸກທະລຸທາງດ້ານຈິນຕະນາການ, ຍົກສູງຄວາມສາມາດປັບຕົວເຂົ້າກັບສະພາບການໃໝ່, ສ້າງສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍ, ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນປະເທດ ແລະ ຂອງຂະແໜງການຕ່າງປະເທດ, ເປັນເຈົ້າການຍາດແຍ່ງກາລະໂອກາດ ຄຽງຄູ່ກັບການຈຳກັດຜົນກະທົບຈາກສະພາບພາຍນອກ, ສາມາດປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປ້ອງຜົນປະໂຫຍດແຫ່ງຊາດຂອງ ສປປ ລາວ ຢູ່ໃນເວທີສາກົນ ແລະ ຂົນຂວາຍຍາດແຍ່ງຜົນປະໂຫຍດທາງດ້ານເສດຖະກິດມາໃຫ້ປະເທດຊາດນັບມື້ນັບຫຼາຍຂຶ້ນ, ສູ້ຊົນປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ແລະ ມີປະສິດທິພາບ, ຍົກສູງຂີດຄວາມສາມາດໃນການເປັນເສນາທິການໃຫ້ແກ່ຂັ້ນເທິງດ້ານການເຄື່ອນໄຫວຕ່າງປະເທດ ແລະ ວຽກງານວິຊາສະເພາະດ້ານຕ່າງໆ ໂດຍຜັນຂະຫຍາຍບັນດາແຜນງານໂຄງການຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ໃຫ້ປະກົດຜົນເປັນຈິງ, ປັບປຸງ ປົວແປງ ແລະ ກໍ່ສ້າງພັກຢ່າງຮອບດ້ານໂດຍຖືເອົາຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຄັນທຸງນຳໜ້າແນໃສ່ເພີ່ມທະວີບົດບາດ ແລະ ຄຸນນະພາບໃນການຊີ້ນໍາ-ນໍາພາຂອງຄະນະພັກທຸກຂັ້ນ, ສ້າງໄດ້ຖັນແຖວພະນັກງານ-ສະມາຊິກພັກ ມີຫຼັກໝັ້ນການເມືອງໜັກແໜ້ນ ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ.

ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຊຸດທີ IV ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ອອກຮັບສະຫມັກເລືອກຕັ້ງທັງຫມົດ 19 ສະຫາຍ, ຍິງ 1 ສະຫາຍ ແລະ ໄດ້ເລືອກເອົາ 15 ສະຫາຍ, ຍິງ 1 ສະຫາຍ, ລະອຽດມີຄື: 1. ສະຫາຍ ສະເຫຼີມໄຊ ກົມມະສິດ, 2. ສະຫາຍ ທອງສະຫວັນ ພົມວິຫານ, 3. ສະຫາຍ ບຸນເຫຼືອ ພັນດານຸວົງ, 4. ສະຫາຍ ທອງຜ່ານ ສະຫວັນເພັດ, 5. ສະຫາຍ ຕິ່ງ ສຸກສັນ, 6. ສະຫາຍ ວັນທາ ແສງເມືອງ, 7. ສະຫາຍ ດວງມະນີ ຍອດສີອຸດົມ, 8. ສະຫາຍ ນາງ ໄກມະນີ ອໍລະບູນ, 9. ສະຫາຍ ໄມທອງ ທໍາມະວົງສາ, 10. ສະຫາຍ ໂພໄຊ ໄຂຄໍາພິທູນ, 11. ສະຫາຍ ສີພັນດອນ ອ້ອຍດວງບຸດດີ, 12. ສະຫາຍ ອານຸສິນ ຂັດຕິຍະລາດ, 13. ສະຫາຍ ບຸນທະວີ ວິລະວົງ, 14. ສະຫາຍ ໄມບົວ ໄຊຍະວົງ ແລະ 15. ສະຫາຍ ກິ່ງໂພແກ້ວ ພົມມະຫາໄຊ.

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຄັ້ງທີ IV ໄດ້ເລືອກເອົາຄະນະພັກປະຈໍາກະຊວງ, ໄດ້ເປັນເອກະສັນຮັບຮອງເອົາເລຂາ-ຮອງເລຂາ ແລະ ເລືອກເອົາປະທານ-ຮອງປະທານກວດກາພັກກະຊວງ, ໂດຍໄດ້ເລືອກເອົາຄະນະພັກປະຈໍາພັກກະຊວງ 5 ສະຫາຍ, ປະກອບມີ: ສະຫາຍ ສະເຫລີມໄຊ ກົມມະສິດ, ສະຫາຍ ທອງສະຫວັນ ພົມວິຫານ, ສະຫາຍ ຕິ່ງ ສຸກສັນ, ສະຫາຍ ບຸນເຫລືອ ພັນດານຸວົງ ແລະ ສະຫາຍ ທອງຜ່ານ ສະຫວັນເພັດ.

ໄດ້ເປັນເອກະສັນກັນຮັບຮອງເອົາ ສະຫາຍ ສະເຫລີມໄຊ ກົມມະສິດ, ເປັນເລຂາຄະນະບໍລິຫານງານພັກກະຊວງ; ສະຫາຍ ທອງສະຫວັນ ພົມວິຫານ, ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ; ສະຫາຍ ບຸນເຫລືອ ພັນດານຸວົງ, ເປັນປະທານກວດກາພັກ; ສະຫາຍ ວັນທາ ແສງເມືອງ ແລະ ສະຫາຍ ດວງມະນີ ຍອດສີອຸດົມ, ເປັນຮອງປະທານກວດກາພັກ. ກອງປະຊຸມໄດ້ໃຊ້ສິດປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ຈໍານວນ 5 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ, ເພື່ອໄປເຂົ້າຮ່ວມກອງປະຊູມໃຫຍ່ຂອງພັກ ຄັ້ງທີ XI.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງນີ້ ມີຄວາມປິຕິຊົມຊື່ນ ແລະ ຮູ້ສືກເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບການເຂົ້າຮ່ວມ ແລະ ຮັບຟັງຄໍາເຫັນໂອ້ລົມຊີ້ນໍາຂອງ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຊຶ່ງສະຫາຍໄດ້ຕີລາຄາສູງຕໍ່ຫມາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ, ບັນດາມະຕິ, ຄໍາສັ່ງຕ່າງໆຂອງພັກ ຕະຫລອດໄລຍະ 5 ປີຜ່ານມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາ ຂອງບັນດາສະມາຊິກພັກ, ໃນການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ກໍ່ຄືປະຊາຊົນລາວບັນດາເຜົ່າ ມອບໝາຍໃຫ້ ແລະ ຍາດໄດ້ຜົນສຳເລັດໃນຫລາຍດ້ານ. ພ້ອມກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຊີ້ນໍາເພື່ອສືບຕໍ່ເສີມຂະຫຍາຍດ້ານດີ ທີ່ຕັ້ງຫນ້າ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນແຕ່ລະດ້ານໃຫ້ຫມົດໄປ. ຄຽງຄູ່ກັນນີ້, ຍັງຮຽກຮ້ອງໃຫ້ຄະນະບໍລິຫານພັກກະຊວງຊຸດໃຫມ່ ໃຫ້ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໃນຄັ້ງນີ້ ໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຈະຕ້ອງໄດ້ສູ້ຊົນ ຊີ້ນຳ-ນຳພາຈັດຕັ້ງປະຕິບັດ ໂດຍສະເພາະ ວຽກງານພົວພັນຕ່າງປະເທດ ໂດຍຄະນະພັກກະຊວງການຕ່າງປະເທດ ເປັນເຈົ້າການນຳພາພະນັກງານ, ສະມາຊິກພັກ ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ, ໂດຍມີການຈັດບຸລິມະສິດ, ກຳນົດເປົ້າໝາຍ, ຈຸດສຸມ ແລະ ສ້າງເປັນແຜນການເຄື່ອນໄຫວລະອຽດ ພາຍໃຕ້ຄຳຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ” ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ຫຼາຍລະດັບ ແລະ ຫຼາຍຮູບແບບ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ວາງອອກ ໃຫ້ປະສົບຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ໄຂຂຶ້ນຢ່າງເປັນທາງການ

 

MOFaparty4-1 MOFaparty4-2

MOFaparty4-3 MOFaparty4-4

 

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 5 ພະຈິກ 2020, ທີ່ ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ນະຄອນຫຼວງ ວຽງຈັນ, ຊຶ່ງຈະໄດ້ດໍາເນີນໄປເປັນເວລາ 1 ວັນເຄິ່ງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ແຫ່ງ ສປປລາວ, ມີບັນດາແຂກທີ່ຖືກເຊີນຈາກກະຊວງ ແລະ ອົງການອ້ອມຂ້າງສູນກາງຈຳນວນໜຶ່ງ, ບັນດາສະຫາຍສະມາຊິກພັກອາວຸໂສບຳນານ, ບັນດາສະຫາຍຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 221 ສະຫາຍ, ຍິງ 58 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ-ພະນັກງານ ແລະ ນັກສຶກສາທັງໝົດ ທີ່ຂຶ້ນກັບກະຊວງການຕ່າງປະເທດ ຈໍານວນ 2.550 ສະຫາຍ ທັງພາຍໃນ ແລະ ຕ່າງປະເທດ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484543
ມື້ນີ້59
ມື້ວານ188
ອາທິດນີ້981
ເດືອນນີ້3848