ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນຂັ້ນສູງ ສປປ ລາວ ສຶບຕໍ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 ແລະ ກອງປະຊຸມປິ່ນອ້ອມລະດັບສູງ, ທີ່ ນິວຢອກ, ສ. ອາເມລິກາ, ໃນວັນທີ 22 ກັນຍາ 2023

     

    

  

20230922 UNGA 1

    

ໃນວັນທີ 22 ກັນຍາ 2023, ທີ່ນິວຢອກ, ສ. ອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໃນຖານະທີ່ ສປປ ລາວ   ເປັນປະເທດປະສານງານການພົວພັນ ອາຊຽນ-ອົງການຮ່ວມມືເສດຖະກິດ (Economic Cooperation Organization-ECO), ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົງການຮ່ວມມືເສດຖະກິດ ຄັ້ງທີ 15 ຮ່ວມກັບທ່ານ Jeyhun Bayramov, ລັດຖະມົນຕີຕ່າງປະເທດອາແຊກໄບຊານ ໃນຖານະປະທານຂອງ ECO. ກອງປະຊຸມຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດ ແລະ ຄະນະຜູ້ແທນ ຂອງປະເທດສະມາຊິກອາຊຽນ, ECO, ຕີມໍແລັດສະເຕ ແລະ ກອງເລຂາ ຂອງທັງສອງອົງການ ເຂົ້າຮ່ວມ.

  

ກອງປະຊຸມ ໄດ້ທົບທວນການຮ່ວມມືລະຫວ່າງອາຊຽນ ແລະ ECO ໂດຍສະເພາະການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MoU) ປີ 2006 ລະຫວ່າງ ກອງເລຂາອາຊຽນ ແລະ ກອງເລຂາ ECO ແລະ ແຜນວຽກເພື່ອຈັດຕັ້ງປະຕິບັດ MoU ດັ່ງກ່າວ. ພ້ອມກັນນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮັດແໜ້ນການຮ່ວມມືໃນຂົງເຂດທີ່ເປັນທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຄ້າ ແລະ ການລົງທຶນ, ການເຊື່ອມຈອດ, ການຫັນປ່ຽນພະລັງງານທີ່ຍືນຍົງ, ການຫັນເປັນດີຈີຕອນ, ກະສິກໍາ, ການຄຸ້ມຄອງຄວາມສ່ຽງໄພພິບັດ, ການຄວບຄຸມຢາເສບຕິດ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ.  ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບຮອງແຜນວຽກການຮ່ວມມືອາຊຽນ-ECO ສໍາລັບໄລຍະປີ 2024-2028 ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນອະນາຄົດ.

  

  

  

20230922 UNGA 2

    

ນອກຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງກຸ່ມເພື່ອນປົກປ້ອງກົດບັດອົງການສະຫະປະຊາຊາດ (Ministerial Meeting for the GOF UN Defense Charter) ພາຍໃຕ້ການເປັນປະທານຂອງທ່ານ Yvan Gil, ລັດຖະມົນຕີກະຊວງການຕ່າງປະເທດ ເວເນຊູເອລາ ແລະ ໄດ້ຮັບກຽດເຂົ້າຮ່ວມໂດຍລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກປະເທດສະມາຊິກຂອງກຸ່ມ ຈຳນວນ 20 ທ່ານ ແລະ ຜູ້ຕາງໜ້າຈາກປະເທດສັງເກດການຈຳນວນໜຶ່ງ. ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບວຽກງານທີ່ຕິດພັນກັບບັນຫາການປົກປ້ອງກົດບັດ ສປຊ ໂດຍສະເພາະແມ່ນການເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະ ຄວາມສາມັກຄີລະຫວ່າງປະເທດ, ຕ້ານທຸກໄພຂົ່ມຂູ່ທີ່ເປັນການລະເມີດກົດບັດ ສປຊ ລວມທັງການນຳໃຊ້ມາດຕະການບີບບັງຄັບຝ່າຍດຽວຕໍ່ບາງປະເທດທີ່ເປັນການລະເມີດກົດບັດ ສປຊ ກໍຄືກົດໝາຍສາກົນ, ການນຳໃຊ້ບັນຫາສິດທິມະນຸດແບບສອງມາດຕະຖານເພື່ອຫວັງຜົນປະໂຫຍດທາງການເມືອງ ແລະ ບັນຫາອື່ນໆ ລວມທັງທິດທາງການຮ່ວມມືຂອງກຸ່ມໃນຕໍ່ໜ້າ; ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການຮັບຮອງເອົາຖະແຫຼງການການເມືອງຈຳນວນ 4 ສະບັບ.

  

ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂັ້ນລັດຖະມົນຕີ ຄັ້ງທີ 47 ຂອງກຸ່ມ 77 ແລະ ຈີນ. ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມື ແລະ ປຶກສາຫາລື ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງກຸ່ມ 77 ແລະ ຈີນ ໄດ້ຈັດຂຶ້ນໃນວັນທີ 15-16 ກັນຍາ 2023, ທີ່ ລາຮາວານ, ສ. ກູບາ.  ໃນໂອກາດນີ້, ກອງປະຊຸມໄດ້ຮັບຮອງເອົາປະເທດອູກັນດາ ເປັນປະທານ ກຸ່ມ 77 ແລະ ຈີນ ສໍາລັບສົກປີ 2024 ຕໍ່ຈາກ ສ. ກູບາ.

  

  

  

20230922 UNGA 3

20230922 UNGA 4

  

  

ຫລັງຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ເຄື່ອນໄຫວພົບປະສອງຝ່າຍກັບ ທ່ານ ນ. ຄິດຕີ ວານເດີ ເຮເດັນ, ຮອງຜູ້ອຳນວຍການບໍລິຫານອົງການ UNICEF ເຊິ່ງທັງສອງຝ່າຍໄດ້ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບການເພີ່ມທະວີການຮ່ວມມື ລວມທັງການກະກຽມສະເຫຼີມສະຫຼອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNICEF ຄົບຮອບ 50 ປີ (ແຕ່ປີ 1973 ຫາ 2023), ເຊິ່ງມີແຜນຈະຈັດຂຶ້ນ ຢູ່ ສປປ ລາວ ໃນເດືອນຕຸລາ- ພະຈິກ 2023.

  

  

 

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456164
ມື້ນີ້169
ມື້ວານ214
ອາທິດນີ້1201
ເດືອນນີ້169