ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 78

   

    

  

20230919 DPM UN 1

20230919 DPM UN 2

20230919 DPM UN 3

  

  

ໃນວັນທີ 19 ກັນຍາ 2023, ທີ່ ນະຄອນ ນິວຢອກ, ສ. ອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 78, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: "ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນໜຶ່ງດຽວຄືນໃຫມ່ ໃຫ້ແກ່ປະຊາຄົມໂລກ: ເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ, ຄວາມກ້າວໜ້າ ແລະ ຍືນຍົງໃຫ້ແກ່ທຸກຄົນ".

   

ທ່ານ ອັນໂຕນິໂອ ກູເຕເຣັສ, ເລຂາທິການໃຫຍ່ ອົງການ ສປຊ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ເຊິ່ງໃນນັ້ນ ໄດ້ຢ້ຳຄືນ ບັນດາຫຼັກການຂອງກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະ ຄວາມຫມັ້ນຄົງສາກົນ, ທັງຮຽກຮ້ອງໃຫ້ເພີ້ມທະວີຄວາມເຂັ້ມແຂງ ຂອງຂອບການຮ່ວມມືຫຼາຍຝ່າຍ, ຄວາມເປັນຫນຶ່ງດຽວຂອງບັນດາປະເທດສະມາຊິກ ເພື່ອພ້ອມກັນແກ້ໄຂ ບັນດາສິ່ງທ້າທາຍທີ່ປະຊາຄົມໂລກພວມປະເຊີນໃນປັດຈຸບັນ, ຄວາມຕ້ອງການໃນການຊ່ວຍເຫຼືອດ້ານມະນຸດສະທຳໃນທົ່ວໂລກ ທີ່ນັບມື້ນັບເພີ່ມຂຶ້ນເນື່ອງຈາກຂໍ້ຂັດແຍ່ງດ້ານອາວຸດ, ແຕ່ກົງກັນຂ້າມ ການຊ່ວຍເຫຼືອດ້ານການພັດທະນາຂອງສາກົນ ແມ່ນນັບມື້ນັບຫຼຸດລົງ, ຢໍ້າຄືນເຖິງຄວາມຈຳເປັນອັນຮີບດ່ວນ ໃນການລະດົມເງິນທຶນໃຫ້ໄດ້ຈຳນວນ 500 ຕື້ໂດລາ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ເປົ້າຫມາຍການພັດທະນາແບບຍືນຍົງ (ປພຍ), ຮຽກຮ້ອງໃຫ້ປະເທດຮັ່ງມີ ແລະ ປະເທດທີ່ປ່ອຍມົນລະພິດຈຳນວນຫຼາຍ ຕ້ອງໃຫ້ການຊ່ວຍເຫຼືອແກ່ປະເທດທີ່ມີເສດຖະກິດຂະຫຍາຍຕົວໃໝ່ ແລະ ຕ້ອງແກ້ໄຂບັນຫາສະພາບການປ່ຽນແປງດິນຟ້າອາກາດທັນທີ ໂດຍຜ່ານການສະໜອງທຶນ ຕາມສັນຍາທີ່ໃຫ້ໄວ້ ແລະ ປ່ຽນແທນການນຳໃຊ້ພະລັງງານເຊື້ອໄຟໃນປະຈຸບັນ ເປັນພະລັງງານທົດແທນ. 

  

ປະທານ ສະມັດຊາໃຫຍ່ ສປຊ ສະໄໝທີ 78, ທ່ານ ເດນນີສ ຟຣານຊີສ, ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ວາງແນວທາງ ເພື່ອເຕົ້າໂຮມບັນດາປະເທດສະມາຊິກ ເພື່ອບັນລຸຈຸດປະສົງຮ່ວມກັນ ສຸມໃສ່ແກ້ໄຂບັນດາສິ່ງທ້າທາຍ ເປັນຕົ້ນແມ່ນ ຂໍ້ຂັດແຍ່ງ, ການປ່ຽນແປງສະພາບດິນຟ້າອາກາດ, ບັນຫາໜີ້ສິນ, ວິກິດການພະລັງງານ ແລະ ສະບຽງອາຫານ, ຄວາມທຸກຍາກ ແລະ ໄພອຶດຫິວ ເຊິ່ງທັງໝົດ ໄດ້ກະທົບຕໍ່ຫມາກຜົນຂອງການພັດທະນາ ທີ່ຍາດມາໄດ້ໃນຫລາຍປີຜ່ານມາ ແລະ ເຮັດໃຫ້ຄວາມທຸກຍາກຂອງປະຊາຊົນໃນທົ່ວໂລກ ເພີ່ມສູງຂຶ້ນ. ທ່ານ ຈຶ່ງຮຽກຮ້ອງໃຫ້ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຂອງສາກົນຄືນໃໝ່ ແລະ ນຳໃຊ້ເວທີສະມັດຊາໃຫຍ່ອົງການ ສປຊ ເພື່ອຈຸດປະກາຍໄຟແຫ່ງການຫັນປ່ຽນ, ສ້າງຄວາມສາມັກຄີສາກົນ ແລະ ພ້ອມກັນແກ້ໄຂສິ່ງທ້າທາຍຕ່າງໆ ໄປພ້ອມກັນ. ພ້ອມດຽວກັນນີ້, ທ່ານ ປະທານສະມັດຊາໃຫຍ່ ຍັງໄດ້ຮຽກຮ້ອງໃຫ້ ຊອກວິທີການເພື່ອຢຸດຕິຂໍ້ຂັດແຍ່ງໂດຍໄວ ແນ່ໃສ່ສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ສ້າງຂີດຄວາມສາມາດໃຫ້ແມ່ຍິງ ແລະ ເດັກຍິງ, ສືບຕໍ່ເອົາໃຈໃສ່ ສະໜັບສະໜູນປະເທດດ້ອຍພັດທະນາ, ປະເທດທີ່ບໍ່ມີຊາຍແດນຕິດທະເລ ແລະ ບັນດາປະເທດເກາະດອນນ້ອຍ. ຫຼັງຈາກນັ້ນ, ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ ກໍ່ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອສະແດງທັດສະນະ ຕໍ່ບັນຫາພາກພື້ນ ແລະ ສາກົນ ກໍຄືນະໂຍບາຍຂອງແຕ່ລະປະເທດ ໃນການປົກປ້ອງຜົນປະໂຫຍດແຫ່ງຊາດ.

  

ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ຍັງໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ພາຍໃຕ້ຂໍ້ລິເລີ່ມດ້ານການພັດທະນາສາກົນ (Global Development Initiative ຫລື GDI) ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຮັນ ເສິງ, ຮອງປະທານປະເທດ ສປ ຈີນ, ເພື່ອສືບຕໍ່ຜັນຂະຫຍາຍ ຜົນຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງຄັ້ງທຳອິດ ວ່າດ້ວຍການຈັດຕັ້ງປະຕິບັດ ວຽກງານ ເພື່ອການພັດທະນາຮ່ວມກັນຂອງສາກົນ ຈັດຂຶ້ນທີ່ ປັກກິງ, ສປ ຈີນ, ໃນເດືອນ ກໍລະກົດ ຜ່ານມາ. ຜ່ານມາ ສປປ ລາວ ສາມາດຍາດໄດ້ຜົນປະໂຫຍດຈາກນະໂຍບາຍ ແລະ ຂໍ້ລິເລີ່ມຂອງ ສປ ຈີນ ໂດຍສະເພາະແມ່ນ ຂໍ້ລິເລີ່ມໜື່ງແລວໜື່ງເສັ້ນທາງ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກາດສ້າງຕັ້ງກອງທຶນພິເສດທີ່ມີຈຳນວນ 10 ຕື້ໂດລາ ເພື່ອຈັດຕັ້ງປະຕິບັດ ຂໍ້ລິເລີ່ມ GDI ແລະ ໄດ້ຢໍ້າຄືນການສະຫນັບສະຫນູນ ແລະ ມີສ່ວນຮ່ວມ ຂອງ ສປປ ລາວ ພາຍໃຕ້ຂໍ້ລິເລີ້ມ GDI.

  

ນອກນີ້, ຫົວຫນ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ປະກອບຄຳເຫັນ ຕໍ່ກອງປະຊຸມສຸດຍອດວ່າດ້ວຍເປົ້າໝາຍການພັດ ທະນາແບບຍືນຍົງ ໃນຫົວຂໍ້ ກ່ຽວກັບ “ການລະດົມທຶນຮອນ, ການລົງທຶນ ແລະ ບັນດາວິທີການຈັດຕັ້ງປະຕິບັດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ” ເຊິ່ງໄດ້ຢໍ້າຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທ່າມກາງສະພາບວິກິດການຂອງໂລກໃນປັດຈຸບັນ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍຸດທະສາດດ້ານການເງິນ ເພື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຢ່າງມີປະສິດທິພາບ ໂດຍມີການການສະໜັບສະໜູນ ແລະ ການຮ່ວມມືຈາກສາກົນ ກໍ່ຄື ຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງປະຕິ ບັດແຜນວຽກບູລິມະສິດ ລວມທັງ ການຊອກຫາວິທີທາງເພື່ອແກ້ໄຂ ບັນດາສິ່ງທ້າທາຍດ້ານເສດຖະກິດ ແລະ ການເງິນ ໃຫ້ມີຄວາມຍືນຍົງ, ພ້ອມທັງສະເໜີໃຫ້ມີການປະຕິຮູບໂຄງສ້າງທາງດ້ານການເງິນສາກົນ ຢ່າງຮີບດ່ວນ.

  

  

 

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456151
ມື້ນີ້156
ມື້ວານ214
ອາທິດນີ້1188
ເດືອນນີ້156