ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ຢູ່ ສ.ກູບາ

 

LaoCuba1

LaoCuba2

ພົບປະກັບ ສະຫາຍ ມີເກັນ ດີເອັດສ-ການແນນ ເບີຣມູເດັດສ (Miguel Diaz-Canel Bermudez), ເລຂາທີ່ຫນຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ

LaoCuba4

ພົບປະ ສະຫາຍ ເອັສຕາບານ ລາໂຊ ເຮີນານເດສ (Esteban Lazo Hernandez), ປະທານສະພາແຫ່ງຊາດ ອໍານາດປະຊາຊົນ ແຫ່ງ ສ.ກູບາ

LaoCuba3

ພົບປະ ສະຫາຍ ມານູເອັນ ມາເຣໂຣ ກຣຸຊ (Manuel Marrero Cruz), ນາຍົກລັດຖະມົນຕີແຫ່ງ ສ.ກູບາ

 

ໃນລະຫວ່າງວັນທີ 13-14 ກັນຍາ 2023,  ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ກູບາ ຕາມການເຊື້ອເຊີນ ຂອງ ສະຫາຍ ມີເກັນ ດີເອັດສ-ກາແນນ ເບີຣມູເດັດສ, ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ.

 

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ.ກູບາ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະ ຄັ້ງນີ້ ແມ່ນແນໃສ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.

 

ໃນໄລຍະການຢ້ຽມຢາມຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແຫນ່ງ ສະຫາຍ ມີເກັນ ດີເອັດສ-ການແນນ ເບີຣມູເດັດສ (Miguel Diaz-Canel Bermudez), ເລຂາທີ່ຫນຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ; ພົບປະ ສະຫາຍ ເອັສຕາບານ ລາໂຊ ເຮີນານເດສ (Esteban Lazo Hernandez), ປະທານສະພາແຫ່ງຊາດ ອໍານາດປະຊາຊົນ ແຫ່ງ ສ.ກູບາ; ພົບປະ ສະຫາຍ ມານູເອັນ ມາເຣໂຣ ກຣຸຊ (Manuel Marrero Cruz), ນາຍົກລັດຖະມົນຕີແຫ່ງ ສ.ກູບາ ແລະ ພົບປະອະດີດການນໍາຂັ້ນສູງຂອງ ສ.ກູບາ  ເຊຶ່ງສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ທີ່ມີມູນເຊື້ອ ແລະ ເພື່ອນມິດຍຸດທະສາດ ໄດ້ຮັບການເສີມຂະຫຍາຍນັບມື້ນັບມີຄວາມເລິກເຊິ່ງ ອັນໄດ້ນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມກັນຊຸກຍູ້ສົ່ງເສີມ ການພົວພັນການຮ່ວມມື ທີ່ມີມາແລ້ວນັ້ນ ໃຫ້ຫມັ້ນຄົງທະນົງແກ່ນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆ ຕາມທ່າແຮງຂອງສອງປະເທດ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຖືໂອກາດນີ້ ສະແດງຄວາມຂອບໃຈ ມາຍັງ ພັກ, ລັດ ກໍ່ຄືປະຊາຊົນກູບາອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ທັງໃນໄລຍະປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ໂດຍສະເພາະ ການສ້າງຊັບພະຍາກອນມະນຸດ, ດ້ານການແພດ, ກິລາ ແລະ ອື່ນໆ.   ໃນການພົບປະ, ທັງສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມທີ່ພົ້ນເດັ່ນຂອງແຕ່ລະປະເທດ ແລະ ປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ  ທິດທາງໃນການເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ຫນ້າຖານອ້າຍນ້ອງ, ຄວາມສາມັກຄີອັນແໜ້ນແຟ້ນ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທິຜົນຕົວຈິງເປັນກ້າວໆ. ນອກຈາກນັ້ນ, ກໍ່ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈນໍາກັນ.

 

ນະໂອກາດພົບປະການນໍາຂັ້ນສູງ ສ.ກູບາ, ສະຫາຍ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນເຖິງນະໂຍບາຍອັນສະ ເໝີຕົ້ນສະເໝີປາຍຂອງ ພັກ ແລະ ລັດຖະບານລາວ ທີ່ມີຕໍ່ ພັກ ແລະ ລັດຖະບານກູບາ ໃນການເຄື່ອນໄຫວຕໍ່ສູ້ໃນເວທີພາກພື້ນ ແລະ ສາກົນ ລວມທັງການເຄື່ອນໄຫວຕໍ່ສູ້ເພື່ອຢຸດຕິການປິດລ້ອມກູບາ ມາເປັນເວລາ 60 ກວ່າປີ ແລະ ກ່າວສະແດງຄວາມຊົມເຊີຍຜົນສໍາເລັດ ແລະ ໄຊຊະນະ ທີ່ ພັກ, ລັດຖະບານ ແລະ ປະຊາຊົນກູບາ ຍາດມາໄດ້ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການສ້າງສາພັດທະນາປະເທດ; ພ້ອມທັງ ຊົມເຊີຍ ສ.ກູບາ ເປັນເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມປະເທດ 77 ແລະ ຈີນ ໃນຄັ້ງນີ້ ຊຶ່ງສະແດງເຖິງຄວາມເຊື່ອໝັ້ນ ແລະ ການຮັບຮູ້ຂອງສາກົນຕໍ່ບົດບາດຂອງກູບາໃນເວທີສາກົນ.

 

ໃນໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສ.ກູບາ ຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເຂົ້າຢ້ຽມຊົມ ສູນ ຟີແດນ ກາດສໂຕ ແລະ ນໍາເອົາຫຼຽນຄໍາແຫ່ງຊາດ ທີ່ລັດຖະບານແຫ່ງ ສປປ ລາວ ມອບໃຫ້ທ່ານ ຟີແດນ ກາດສໂຕ ໃນປີ 1986 ມາວາງໄວ້ທີ່ສູນແຫ່ງນີ້ ແລະ ລົງນາມໃນປຶ້ມຄວາມຊົງຈໍາແຫ່ງການມາຢ້ຽມຢາມສູນດັ່ງກ່າວ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້. ນອກຈາກນັ້ນ, ໃນຕອນແລງ ວັນທີ 14 ກັນຍາ 2023, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ໂອ້ລົມນັກສຶກສາລາວ ທີ່ພວມສຶກສາ ຢູ່ ສ.ກູບາ ທີ່ ສະຖານເອກອັກຄະລັດຖະແຫ່ງ ສປປ ລາວ ປະຈໍາ ສ.ກູບາ ໂດຍມີນັກສຶກເຂົ້າຮ່ວມທັງຫມົດ 29 ທ່ານ ໃນຈໍານວນ 30 ທ່ານ ທີ່ສຶກສາ ຢູ່ ສ.ກູບາ, ພ້ອມທັງໄດ້ນໍາເອົາວັດຖຸປັດໃຈຈໍານວນໜຶ່ງສະຫນັບສະໜູນ ໃຫ້ກໍາລັງໃຈແກ່ລູກຫຼານນັກສຶກສາຂອງ ສປປ ລາວ ພວກເຮົາ.

 

ການຢ້ຽມຢາມ ສາທາລະນະລັດ ກູບາ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ນໍາເນີນໄປຢ່າງມີຜົນສໍາເລັດອັນຈົບງາມແຕ່ຕົ້ນຈົນຈົບ, ທັງໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຖານສະຫາຍອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ນະໂອກາດນີ້, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ເຊື້ອເຊີນ ປະທານປະເທດ ແຫ່ງ ສ.ກູບາ ໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເຫັນວ່າເໝາະສົມ.

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456150
ມື້ນີ້155
ມື້ວານ214
ອາທິດນີ້1187
ເດືອນນີ້155