ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ເດີນທາງໄປເຄື່ອນໄຫວເຮັດວຽກທີ່ ສາທາລະນະລັດ ກູບາ

 

President of Lao PDR

 

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງສະຫາຍ ມີເກັນ ດີເອັດສ-ກາແນນ ເບີມູເດັດສ (Miguel Diaz-Canel Bermudez), ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ, ໃນຕອນບ່າຍ ວັນທີ 11 ກັນຍາ 2023 ນີ້, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ຢູ່ ສາທາລະນະລັດ ກູບາ ໃນລະຫວ່າງວັນທີ 12-16 ກັນຍາ 2023.

ການເຄື່ອນໄຫວເຮັດວຽກ ຢູ່ ສາທາລະນະລັດ ກູບາ ຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ຢ້ຽມຢາມລັດຖະກິດ ສາທາລະນະລັດ ກູບາ ໃນລະຫວ່າງວັນທີ 13-14 ກັນຍາ 2023 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ພ້ອມດຽວກັນນັ້ນ, ຍັງຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມປະເທດ 77 ແລະ ຈີນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານວຽກງານການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ  ລະຫວ່າງ ປະເທດກໍາລັງພັດທະນາດ້ວຍກັນ ໃນລະຫວ່າງວັນທີ 15-16 ກັນຍາ 2023, ເຊິ່ງມີ 100 ກວ່າປະເທດ ເຂົ້າຮ່ວມ.

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກູບາ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 4 ພະຈິກ 1974. ຕະຫຼອດໄລຍະ 49 ປີຜ່ານມາ ການພົວພັນລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ໂດຍມີການແລກປ່ຽນການຢ້ຽມຢາມຄະນະຜູ້ແທນຂັ້ນສູງສຸດ ລົງຮອດວິຊາການນໍາກັນຢ່າງເປັນປະຈໍາ, ມີການຮ່ວມມືກັນໃນດ້ານຕ່າງໆ ເປັນຕົ້ນ ດ້ານການສຶກສາ ແລະ ກິລາ, ສາທາລະນະສຸກ, ກະສິກໍາ ແລະ ອື່ນໆ. ຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ກູບາ, ທ່ານ ມີແກນ ດີເອັດສ-ກາແນນ ເບີມູເດັດສ, ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ໃນປັດຈຸບັນ ໄດ້ຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເດືອນ ພະຈິກ 2018 ແລະ ທ່ານ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz),ນາຍົກລັດຖະມົນຕີ ແຫ່ງ ສ.ກູບາ ກໍ່ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເດືອນ ຕຸລາ 2022.

 

ກຸ່ມປະເທດ 77 ແລະ ຈີນ ແມ່ນກຸ່ມປະເທດກໍາລັງພັດທະນາທີ່ເປັນສະມາຊິກ ອົງການສະຫະປະຊາຊາດ ຊຶ່ງມີສະມາຊິກ 134 ປະເທດ ລວມທັງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີຈຸດປະສົງເປົ້າຫມາຍ  ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ,ວິທະຍາສາດ, ເຕັກໂນໂລຊີ ທີ່ເປັນຜົນປະໂຫຍດຮ່ວມກັນ ແລະ ເປັນກໍາລັງແຮງ ເພື່ອເຈລະຈາທາງດ້ານຜົນປະໂຫຍດຂອງປະເທດກໍາລັງພັດທະນາ ກັບກຸ່ມອື່ນໆ ໃນເວທີອົງການສະຫະປະຊາຊາດ, ຖືກສ້າງຕັ້ງຂຶ້ນໃນປີ 1964.

 

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456134
ມື້ນີ້139
ມື້ວານ214
ອາທິດນີ້1171
ເດືອນນີ້139