ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືສອງຝ່າຍ

 

Lao SKorean

 

ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ໃນວັນທີ 7 ກັນຍາ 2023, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ພົບປະສອງຝ່າຍກັບ ຜູ້ນຳປະເທດເພື່ອນມິດ ເພື່ອທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືກັນໃນຕໍ່ຫນ້າ ກັບ ພະນະທ່ານ ຢຸນ ຊອກ ຢອນ (Yoon Suk Yeol), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ເຊິ່ງເປັນການພົບປະຄັ້ງທຳອິດ ພາຍຫຼັງທີ່ລັດຖະບານ ສ.ເກົາຫຼີ ໄດ້ສຳເລັດການແຕ່ງຕັ້ງຄະນະລັດຖະບານຊຸດໃຫມ່ ໃນເດືອນພຶດສະພາ ຜ່ານມາ, ຊຶ່ງຝ່າຍລາວ ສະແດງຄວາມພ້ອມທີ່ຈະໄດ້ຮ່ວມເຮັດວຽກກັບ ລັດຖະບານ ສ.ເກົາຫຼີ ຊຸດໃຫມ່ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລາວ-ສ.ເກົາຫຼີ ໃຫ້ມີບາດກ້າວອັນໃຫມ່ໃນອະນາຄົດ.

 

ໃນໂອກາດນີ້, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ດີ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ຕະຫຼອດໄລຍະ 28 ປີ ຜ່ານມາ, ເຊິ່ງ ຝ່າຍ ສ. ເກົາຫຼີ ຍິນດີທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານການເພື່ອການພັດທະນາ (ODA) ແລະ ການສະໜອງເງິນກູ້ຜ່ານກອງທຶນຮ່ວມມືພັດທະນາເສດຖະກິດ (EDCF) ຂອງ ສ.ເກົາຫຼີ ໃຫ້ແກ່ ສປປ ລາວ, ໂດຍສະເພາະ ການພັດທະນາໂຄງລ່າງພື້ນຖານ, ສາທາລະນະສຸກ, ວຽກງານສຶກສາ, ກະສິກຳ ແລະ ອື່ນໆ ເພື່ອແນ່ໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ນັບມື້ນັບດີຂຶ້ນ ລວມທັງການພິຈາລະນາຂໍສະເໜີຂອງຝ່າຍລາວ ສໍາລັບໂຄງການຫັນເປັນດີຈີຕອນ ຂອງ ລັດຖະບານ ສປປ ລາວ. ພ້ອມກັນນີ້, ທັງສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລາວ-ສ.ເກົາຫຼີ ເປັນຕົ້ນ ການລົງທຶນໃນຂະແໜງກໍ່ສ້າງພື້ນຖານໂຄງລ່າງ, ການແລກປ່ຽນດ້ານແຮງງານ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການແລກປ່ຽນທາງດ້ານວັດທະນະທຳ ແລະ ອື່ນໆ, ເຊິ່ງຝ່າຍ ເກົາຫຼີ ເຫັນດີທີ່ຈະສືບຕໍ່ ແລະ ເພີ່ມໂຕເລກນໍາເຂົ້າແຮງງານລາວ ເພື່ອໄປເຮັດວຽກຢູ່ ສ.​ເກົາຫລີ ໃຫ້ນັບມື້ນັບຫຼາຍຂຶ້ນ.

 

ສອງຝ່າຍ ເຫັນດີໃຫ້ການຮ່ວມມື ແລະ ສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫລາຍຝ່າຍ ເປັນຕົ້ນ ການຮ່ວມມືໃນຂອບ ອາຊຽນ-ສ.​ເກົາຫລີ,​ ແມ່ນ້ຳຂອງ-​ສ.​ເກົາຫລີ, ອົງການ ສປຊ ແລະ ອື່ນໆ.​ ຝ່າຍລາວ ສະແດງຄວາມຂອບໃຈ ຕໍ່ຝ່າຍ ສ. ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານອຸປະກອນ ແລະ ຍານພາຫະນະຕ່າງໆ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງລາວ ໃນໂອກາດການເປັນປະທານອາຊຽນ 2024 ຂອງ ສປປ ລາວ. ​

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456164
ມື້ນີ້169
ມື້ວານ214
ອາທິດນີ້1201
ເດືອນນີ້169