ໃນຕອນແລງຂອງວັນທີ 07 ກັນຍາ 2023, ທີ່ ນະຄອນຫຼວງ ຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບເອົາການເປັນປະທານອາຊຽນຂອງ ສປປ ລາວ ສໍາລັບປີ 2024 ຕໍ່ຈາກ ອິນໂດເນເຊຍ, ເຊິ່ງມອບໂດຍ ພະນະທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ.
ສປປ ລາວ ຈະເປັນປະທານອາຊຽນ ເລີ່ມແຕ່ວັນທີ 01 ມັງກອນ - 31 ທັນວາ 2024 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”.