ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ສືບຕໍ່ພົບປະສອງຝ່າຍກັບຜູ້ນຳປະເທດເພື່ອນມິດ

 

  

20230906 PM Lao AusTimorIMF Bilat 01

 

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ທີ່ ຈາກາກຕາ, ສ. ອິນໂດເນເຊຍ, ໃນວັນທີ 6 ກັນຍາ 2023, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຜູ້ນຳປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ຂອງ ສປປ ລາວ ເພື່ອທົບທວນຄືນການຮ່ວມມືທີ່ຜ່ານມາ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ.

 

ພົບປະກັບ ທ່ານ ແອນໂທນີ້ ແອວບານິຊີ (Antony Albanese), ນາຍົກລັດຖະມົນຕີ ອົດສະຕຣາລີ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ອົດສະຕຣາລີ ຕະຫຼອດໄລຍະ 71 ປີ ຜ່ານມາ ພ້ອມທັງ ສະແດງຄວາມຍິນດີຈະສືບຕໍ່ການພົວພັນຮ່ວມມືກັນໃນຕໍ່ຫນ້າ, ເຊິ່ງ ທັງສອງຝ່າຍ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງທີ່ທັງສອງປະເທດ ຈະຍົກລະດັບສາຍພົວພັນມິດຕະພາບຂອງສອງປະເທດເປັນ “ຄູ່ຮ່ວມມືຮອບດ້ານ (Comprehensive Partnership)” ໃນອະນາຄົດອັນໃກ້ນີ້ ລວມທັງການສົ່ງເສີມດ້ານການຄ້າ-ການລົງທຶນ ແລະ ການຮ່ວມມືດ້ານອື່ນຂອງສອງປະເທດ  ໃຫ້ນັບມື້ນັບເພີ່ມຂຶ້ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມື ອາຊຽນ-ອົດສະຕຣາລີ ໂດຍສະເພາະໃນໄລຍະການເປັນປະເທດປະສານງານ ອາຊຽນ-ອົດສະຕຣາລີ ຂອງ ສປປ ລາວ ໃນສົກປີ 2021-2024, ຊຶ່ງ ສປປ ລາວ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ  ໃຫ້ມີປະສິດທິຜົນສູງ ກໍ່ຄື ເພື່ອຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄຫມພິເສດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນການກະກຽມເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ .

 

   

20230906 PM Lao AusTimorIMF Bilat 02

 

ການພົບປະກັບ ທ່ານ ເກ ຣາລາ ຊານານາ ກຸສເມົາ (Kay Rala Xanana Kusmao), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລດສເຕ; ສອງຝ່າຍ ໄດ້ຕີລາຄາສູງ ແລະ ຈະຮ່ວມກັນສືບຕໍ່ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຕີມໍ-ເລດສເຕ ຕະຫຼອດໄລຍະ 2 ທົດສະວັດ ຜ່ານມາ ພ້ອມທັງເຫັນດີຮ່ວມກັນ ທີ່ຈະຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດ ສືບຕໍ່ປຶກສາຫາລືກັນ ໃນການສ້າງສັນຍາ ແລະ ຂໍ້ຕົກລົງຕ່າງໆ ເພື່ອເປັນບ່ອນອີງໃນການເອື້ອອໍານວຍຄວາມສະດວກໃຫ້ແກ່ການສົ່ງເສີມການຮ່ວມມືຂອງສອງປະເທດ ໃນອະນາຄົດ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນທີ່ຈະສືບຕໍ່ສະໜັບສະໜູນການເປັນສະມາຊິກອາຊຽນ ຂອງ ຕີມໍ-ເລດສະເຕ.

 

   

20230906 PM Lao AusTimorIMF Bilat 03

 

ໃນຕອນແລງຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່ໄດ້ສືບຕໍ່ພົບປະກັບ ທ່ານ ນາງ ຄິດສະຕາລິນາ ຈໍຈີວາ (Kristalina Georgieva), ຜູ້ອໍານວຍການຂອງອົງການກອງທຶນການເງິນສາກົນ (IMF), ເຊິ່ງ ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນການຮ່ວມມື ລະຫວ່າງ ສປປ ລາວ ແລະ IMF ໃນໄລຍະຜ່ານມາ ລວມທັງທິດທາງແຜນການຕໍ່ຫນ້າ, ຝ່າຍລາວ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ອົງການ IMF ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະ ການຊ່ວຍເຫຼືອດ້ານການເງິນ ແລະ ດ້ານວິຊາການ ລວມທັງການໃຫ້ຄຳແນະນຳ ແລະ ຄຳປຶກສາດ້ານນະໂຍບາຍ ແລະ ສະຫນັບສະຫນູນການພັດທະນາເສດຖະກິດ-ການເງິນ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດມາ ແລະ ຫວັງວ່າ IMF ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຕໍ່ຫນ້າ ໂດຍສະເພາະ ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

 

ສປປ ລາວ ແລະ ອົງການ IMF ໄດ້ສ້າງຕັ້ງສາຍພົວພັນການຮ່ວມມືນຳກັນແຕ່ປີ 1961 ແລະ ໄດ້ມີການພົວພັນທີ່ດີ ແລະ ຮ່ວມກັນເຮັດວຽກຢ່າງໃກ້ຊິດຕະຫຼອດມາ.

 

---------------------------------------------------

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456135
ມື້ນີ້140
ມື້ວານ214
ອາທິດນີ້1172
ເດືອນນີ້140