ອົງຄະນະພັກກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະ ຊວງການຕ່າງປະເທດ ສະໄໝທີ IV ກາງສະໄໝ ຂຶ້ນ ໃນວັນທີ 21 ແລະ 22 ກໍລະກົດ 2023 ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະໜ່ວຍພັກ, ຫົວໜ້າກົມ, ຮອງຫົວກົມ, ເລຂາ ແລະ ປະທານອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ 67 ສະຫາຍ. ນອກຈາກນີ້, ຍັງມີຄະນະນໍາພາ-ຊີ້ນໍາ ແລະ ຕິດຕາມ ການຈັດກອງປະຊຸມກາງສະໄໝ ຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ ແລະ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມ ຊຶ່ງນໍາພາໂດຍ ສະຫາຍນາງ ບຸດສະດີ ທະນະເມືອງ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.
ຈຸດປະສົງຂອງກອງປະຊຸມກາງສະໄໝ ແມ່ນເພື່ອຕີລາຄາທົບທວນຄືນການນໍາພາ-ຊີ້ນໍາ ໃນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ແຜນພັດທະນາຂອງກະ ຊວງການຕ່າງປະເທດ 2021-2025 ມີດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຄືແນວໃດ; ພ້ອມກັນຖອດຖອນເປັນບົດຮຽນ ແລະ ກໍານົດມາດຕະການແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ກອງປະຊຸມຄັ້ງນີ້ ຍັງຈະໄດ້ມີການສໍາຫຼວດກວດກາ ແລະ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມຂອງຄະນະພັກກະຊວງ ແລະ ຕໍ່ບຸກຄົນໃນຄະນະພັກ ເພື່ອນໍາເອົາຂໍ້ຄິດເຫັນ ແລະ ການຕໍານິສົ່ງຂ່າວ ເພື່ອໃຫ້ຄະນະພັກ ແລະ ບຸກຄົນໃນຄະນະພັກນໍາໄປປັບປຸງແກ້ໄຂຕົນເອງ ແນໃສ່ເຮັດໃຫ້ການນໍາພາ-ຊີ້ນໍາ ມີການປັບປຸງດີຂຶ້ນ ຮັບປະກັນການປະຕິບັດໜ້າທີ່ການເມືອງຂອງກະຊວງການຕ່າງປະເທດ ໃຫ້ໄດ້ຮັບຜົນດີຍິ່ງຂຶ້ນ.
ໃນໂອກາດກອງປະຊຸມດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະ ຊຸມ ໂດຍໄດ້ຊົມເຊີຍຕໍ່ຜົນສໍາເລັດທີ່ກະຊວງການຕ່າງປະເທດສາມາດຍາດມາໄດ້ໃນໄລຍະ 2 ປີ ກວ່າຜ່ານມາໃນຫຼາຍໆດ້ານ ໃນທ່າມກາງການປະຕິບັດໜ້າທີ່ຢູ່ໃນສະພາບແວດລ້ອມທີ່ບໍ່ເອື້ອອໍານວຍເທົ່າທີ່ຄວນ ໂດຍສະເພາະແມ່ນການລະບາດຂອງພະຍາດໂຄວິດ 19. ນອກຈາກນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມກາງສະໄໝ ກໍ່ຄືການສໍາຫຼວດກວດກາ ການນໍາພາ-ຊີ້ນໍາ ຂອງຄະນະພັກກະຊວງ ໃນ 2 ປີກ່ວາຜ່ານມາ ມີຜົນສໍາເລັດ, ຈຸດດີ, ຈຸດອ່ອນ ຂໍ້ຄົງຄ້າງຄືແນວໃດ ທີ່ຈະໄດ້ພ້ອມກັນປັບປຸງແກ້ໄຂ ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ການເມືອງຂອງກະຊວງການຕ່າງປະເທດ ປະ ສົບຜົນສໍາເລັດຕາມພາລະບົດບາດໜ້າທີ່ຂອງຕົນ ແລະ ເພື່ອຈະສາມາດບັນລຸຈຸດປະສົງດັ່ງກ່າວ ສະຫາຍ ໄດ້ຊີ້ນໍາໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າ, ດ້ວຍຄວາມຮັບຜິດຊອບສູງ, ປະກອບຄໍາຄິດຄໍາເຫັນຢ່າງພາວະວິໄສ, ຕໍານິສົ່ງຂ່າວຕາມຄວາມເປັນຈິງ ແນໃສ່ເພື່ອກໍ່ສ້າງເຊິ່ງກັນແລະກັນ, ຫຼີກລຽງການສວຍໂອກາດນໍາໃຊ້ອະຄະຕິສ່ວນຕົວເພື່ອໃສ່ຮ້າຍປ້າຍສີ ຫຼື ທັບຖົມໂຈມຕີກັນ. ນອກຈາກນັ້ນ, ການ ນໍາສະເໜີຈຸດອ່ອນ ຂໍ້ຄົງຄ້າງຕ່າງໆ ໃຫ້ສະເໜີວິທີການທີ່ຕົນເອງເຫັນວ່າຈະສາມາດແກ້ໄຂບັນຫາດັ່ງກ່າວໄດ້ ເພື່ອກອງປະຊຸມຈະໄດ້ສັງລວມ ແລະ ນໍາໄປພິຈາລະນາ ເຖິງຄວາມເປັນໄປໄດ້ໃນການນໍາໄປຈັດຕັ້ງປະ ຕິບັດຕົວຈິງ.