ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະຣາຊະທູດ ກຳປູເຈຍ ປະຈໍາ ສປປ ລາວ

   

   

  

20230718 DPM resent FM to CBD Am 1

20230718 DPM resent FM to CBD Am 2

  

  

ໃນວັນທີ 18 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ທອງ ສຸຄຸນເທຍຣີ (THONG Sokuntheary), ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈໍາ ສປປ ລາວ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີ. ພ້ອມນີ້, ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານເອກອັກຄະຣາຊະທູດ ເພື່ອເປັນການຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ຢ່າງມີປະສິດທິຜົນ.

      

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານຂອງ ທ່ານເອກອັກຄະຣາຊະທູດ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ນັບຕັ້ງແຕ່ວັນທີ 02 ຕຸລາ 2020 ເປັນຕົ້ນມາ, ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ກໍ່ຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຫມັ້ນຄົງຍາວນານ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານທູດ ໄດ້ປະກອບສ່ວນຊຸກຍູ້ການເຂົ້າຮ່ວມກອງປະຊຸມຕ່າງໆ ແລະ ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນຂັ້ນສູງພັກ ແລະ ລັດຖະບານ ຂອງສອງປະເທດ ຢ່າງເປັນປົກກະຕິ, ຊຸກ​ຍູ້​​ການ​ຮ່ວມ​ມື ລະ​ຫວ່າງ ກະຊວງທີ່ກ່ຽວຂ້ອງຂອງສອງປະເທດ ໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ສາມາດລົງນາມເອກະສານສຳຄັນຮ່ວມກັນໃນຫຼາຍສະບັບ ເປັນຕົ້ນ ດ້ານພະລັງງານ, ດ້ານວັດທະນະທຳ ແລະ ທ່ອງທ່ຽວ, ດ້ານການສຶກສາ, ດ້ານການເງິນ ແລະ ທະນະຄານ. ປະຈຸບັນ ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ແມ່ນມີທ່ວງທ່າທີ່ດີຂຶ້ນ, ເຊິ່ງ ການລົງທຶນຂອງກໍາປູເຈຍ ຢູ່ ສປປ ລາວ ມີມູນຄ່າທັງໝົດ 127 ລ້ານໂດລາສະຫະລັດ ໃນນັ້ນ, ໂຄງການໃຫຍ່ທີ່ສຸດແມ່ນ ໂຄງການສໍາປະທານ ຄື: ໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນ ແລະ ກາຊີໂນແດນສະຫວັນ ມີມູນຄ່າການລົງທຶນສູງເຖິງ 110 ລ້ານໂດລາສະຫະລັດ; ສະເພາະປີຜ່ານມາ ມູນຄ່າການຄ້າສອງຝ່າຍ ມີຫຼາຍກວ່າ 106 ລ້ານໂດລາສະຫະລັດ, ໃນນັ້ນ ການຊື້-ຂາຍ ໄຟຟ້າແມ່ນກວມປະມານ 100 ລ້ານໂດລາສະຫະລັດ ຕໍ່ປີ. ພິເສດ, ທ່ານທູດ ໄດ້ປະກອບສ່ວນຢ່າງແຂງແຮງໃນການຊຸກຍູ້ການລົງນາມໃນແຜນປະຕິບັດງານຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ແຕ່ປີ 2023-2027 ແລະ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສອງລັດຖະບານ ລາວ ແລະ ກຳປູເຈຍ; ປະກອບສ່ວນຂົນຂວາຍເອົາການຊ່ວຍເຫຼືອດ້ານມະນຸດສະທຳແກ່ ສປປ ລາວ ໃນການຕ້ານພະຍາດໂຄວິດ-19 ເປັນຕົ້ນ ການສະໜອງວັກແຊັງ Sinovac, ອຸປະກອນການແພດ ແລະ ອື່ນໆ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານສາທາລະນະສຸກຂອງລາວ ກໍ່ຄື ການຮັບມືກັບພະຍາດດັ່ງກ່າວ ໃນໄລຍະທີ່ມີການແຜ່ລະບາດຫນັກຢູ່ ສປປ ລາວ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.

  

  

20230718 DPM resent FM to CBD Am 3

20230718 DPM resent FM to CBD Am 4

    

ໃນຂະນະດຽວກັນ, ທ່ານທູດ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພັກ-ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ພ້ອມທັງ ໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຍ້ອງຍໍຊົມເຊີຍຜົນງານ ແລະ ປະດັບຫຼຽນກາມິດຕະພາບ ອັນມີຄວາມໝາຍສໍາຄັນນີ້ ໃຫ້ແກ່ຕົນ, ເຊິ່ງເປັນສັນຍາລັກອັນມີຄວາມໝາຍຄວາມສໍາຄັນໃນການຊຸກຍູ້ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ກຳປູເຈຍ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມດຽວກັນນີ້, ກໍ່ຢືນຢັນວ່າ ພາຍຫຼັງທີ່ກັບຄືນປະເທດ ແລະ ໄປຮັບໜ້າທີ່ໃໝ່ແລ້ວ, ທ່ານທູດເອງ ກໍ່ຈະສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂື້ນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ.

  

 

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
457981
ມື້ນີ້38
ມື້ວານ203
ອາທິດນີ້1034
ເດືອນນີ້1986