ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12

  

  

20230716 12th MGC 1

   

ໃນວັນທີ 16 ກໍລະກົດ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ທີ່ ບາງກອກ, ປະເທດໄທ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Subrahmanyam Jaishankar, ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ແລະ ບັນດາປະເທດແມ່ນໍ້າຂອງ ກໍໄດ້ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.

  

   

20230716 12th MGC 2

 

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ໄດ້ຮ່ວມກັນທົບທວນຄືນການຮ່ວມມື ລະຫວ່າງບັນດາປະເທດແມ່ນໍ້າຂອງ ແລະ ອິນເດຍ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງຜ່ານມາ ແລະ ແຜນປະຕິບັດງານແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄລຍະປີ 2019-2022. ເຊິ່ງໃນນັ້ນ, ເຫັນວ່າໄດ້ມີຫຼາຍໂຄງການຮ່ວມມືໄດ້ຖືກຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ຊ່ວຍປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວພວກເຮົາກໍໄດ້ມີໂຄງການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ທີ່ຕິດພັນກັບການແກ້ໄຂຄວາມທຸກຍາກທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ລາວ ຈຳນວນຫຼາຍກວ່າ 11 ໂຄງການ ມູນຄ່າ 500,000 ກວ່າໂດລາສະຫະລັດ. ​

  

  

20230716 12th MGC 3

   

ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອຟື້ນຟູສະພາບເສດຖະກິດໃນພາກພື້ນແມ່ນໍ້າຂອງ ໂດຍສະເພາະ ພັດທະນານະວັດຕະກຳ ແລະ ເຕັກໂນໂລຊີທັນສະໄໝເຂົ້າໃນທຸກຂົງເຂດ, ​ສົ່ງເສີມບັນດາຈຸນລະວິສາຫະກິດ, ວິສາຫະກິດຂະນ້ອຍ ແລະ ກາງ (MSMEs) ແລະ ວິສາຫະກິດຂະນ້ອຍ ແລະ ກາງ (SMEs), ຮັດແໜ້ນການຮ່ວມມືໃນການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ເພື່ອການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍບັນດາຂົງເຂດບູລິມະສິດຂອງຂອບການຮ່ວມມື ຄື: ການທ່ອງທ່ຽວ, ວັດທະນະທຳ, ສຶກສາ, ສາທາລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີການສື່ສານ (ICT), ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກະສິກຳ.

  

ກອງປະຊຸມ ຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ແລະ ເອກະສານຊ້ອນທ້າຍ ຈໍານວນ 2 ສະບັບ: ເອກະສານແນວຄວາມຄິດຕໍ່ປະເທດຮັບຜິດຊອບກົນໄກການຮ່ວມມື ແລະ ເອກະສານແນວຄວາມຄິດການຮ່ວມມືສະພາທຸລະກິດແມ່ນໍ້າຂອງ-ແມ່ນໍາ້ຄົງຄາ. ໃນໂອກາດດຽວກັນນີ້, ສປປ ລາວ ກໍໄດ້ມອບ-ຮັບ ການເປັນປະເທດປະທານຮ່ວມ ໃຫ້ແກ່ ສສ. ມຽນມາ ສືບຕໍ່ເປັນປະທານໝູນວຽນຮ່ວມກັບ ອິນເດຍ ຕໍ່ໄປ.

  

  

20230716 12th MGC 4  

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2000 ໂດຍມີອິນເດຍເປັນຄູ່ຮ່ວມພັດທະນາ. ກົນໄກການຮ່ວມມືລະດັບສູງສຸດແມ່ນກອງປະຊຸມລັດຖະມົນຕີຕ່າງປະເທດ ໂດຍຈະຖືກຈັດຂຶ້ນໃນໄລຍະດຽວກັນກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໃນທຸກໆປີ. ຊຶ່ງກອງປະຊຸມລັດຖະມົນຕີແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງປະຖົມມະເລີກ ໄດ້ຖືກຈັດຂຶ້ນໃນວັນທີ 10 ພະຈິກ 2000, ທີ່ ນະຄອນຫຼວງວຽງຈັນ. ຈຸດປະສົງຂອງການຮ່ວມມືແມ່ນເພື່ອເສີມສ້າງ ແລະ ເຊື່ອມໂຍງການຮ່ວມມືກັນໃນດ້ານ: ວຽກງານການທ່ອງທ່ຽວ, ວັດທະນະທຳ, ສຶກສາ, ສາທາລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີການສື່ສານ (ICT), ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ       ຂະໜາດກາງ, ກະສິກຳ, ລວມທັງ ໂຄງການເຫັນຜົນໄວ (Quick Impact Project - QIP) ເຊິ່ງ ອິນເດຍ ສະໜັບສະໜູນທຶນຮອນ ຈຳນວນ 1 ລ້ານ ໂດລາສະຫະລັດ ໃຫ້ແກ່ປະເທດແມ່ນໍ້າຂອງທັງໝົດ.

   

  

 

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
457982
ມື້ນີ້39
ມື້ວານ203
ອາທິດນີ້1035
ເດືອນນີ້1987