ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

 

20230714 EAS 01

 

ໃນວັນທີ 14 ກໍລະກົດ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ, ຮອງນາຍົກ  ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 13 ຂອງລັດຖະມົນຕີຕ່າງປະເທດ ພາຍໃຕ້ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມລິກາ ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 30.

 

20230714 EAS 02

 

ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 13 ໄດ້ທົບທວນການຮ່ວມມື ແລະ ຢໍ້າຄືນຄວາມໝາຍໝັ້ນເພື່ອຮັດແໜ້ນການຮ່ວມມືພາຍໃຕ້ກົນໄກກອງປະຊຸມສຸດຍອດອາຊີຕາເວັນອອກ ຫຼື ອີເອເອສ ໃນຖານະທີ່ເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ຮ່ວມມືໃນຂົງເຂດຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມເປັນຫ່ວງ ແລະ ມີຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄື ໃນໂລກ ໂດຍສອດຄ່ອງກັບບັນດາຫຼັກການ ແລະ ຈຸດປະສົງຂອງກົນໄກກອງປະຊຸມສຸດຍອດອາຊີຕາເວັນອອກ ທີ່ມີອາຊຽນເປັນແກນກາງ. ສໍາຄັນ, ກອງປະຊຸມ ໄດ້ຮັບຮອງເອົາແຜນປະຕິບັດງານສະບັບໃໝ່ ສໍາລັບສົກປີ 2024-2028 ເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍການຮ່ວມມືໃນຂອບອີເອເອສ.

 

20230714 AMMPMC US 02

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມລິກາ ໄດ້ຮັບຮອງເອົາເອກະສານຊ້ອນທ້າຍຂອງແຜນປະຕິບັດງານອາຊຽນ-ສ.ອາເມລິກາ ສໍາລັບສົກປີ 2021-2025 ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງອາຊຽນ ແລະ ສ.ອາເມລິກາ. ພ້ອມນີ້, ກອງປະຊຸມ ໄດ້ເຫັນດີໃນດ້ານຫຼັກການຕໍ່ຂໍ້ສະເໜີຂອງ ສ.ອາເມລິກາ ໃນການສ້າງຕັ້ງສູນອາຊຽນ-ສ.ອາເມລິກາ ຢູ່ ສ.ອາເມລິກາ ເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການພົວພັນຮ່ວມມື ອາຊຽນ-ສ.ອາເມລິກາ.

 

20230714 ARF

 

ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 30 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານ ຮ່າໂນ້ຍ ສະບັບທີ 2 (2020-2025) ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າຂອງເວທີພາກພື້ນອາຊຽນ ທີ່ມີອາຊຽນເປັນແກນກາງ ໂດຍສະເພາະການເສີມຂະຫຍາຍບົດບາດ ແລະ ປະສິດທິພາບຂອງເວທີພາກພື້ນອາຊຽນ ໃນຖານະທີ່ເປັນເວທີສໍາຄັນໃນສົ່ງເສີມການປຶກສາຫາລືດ້ານການເມືອງ ແລະ ຄວາມໝັ້ນຄົງທີ່ສ້າງສັນ ແລະ ການຮ່ວມມື ເພື່ອຮັບມືກັບສິ່ງທ້າທາຍ ແລະ ບັນຫາຕ່າງໆ ທີ່ມີຄວາມສົນໃຈຮ່ວມກັນໃນພາກພື້ນອາຊີ-ປາຊີຟິກ. ໂອກາດນີ້, ກອງປະຊຸມ ໄດ້ຮັບຮອງເອົາເອກະສານຜົນກອງປະຊຸມ ຄື: 1). ບັນຊີກິດຈະກໍາຂອງເວທີພາກພື້ນອາຊຽນ ສໍາລັບສົກປີ 2023-2024, 2). ຖະແຫຼງການສະເຫຼີມສະຫຼອງຄົບຮອບ 30 ປີ ຂອງເວທີພາກພື້ນອາຊຽນ, 3). ເອກະສານແນວຄວາມຄິດກ່ຽວກັບການສັງລວມບັນດາເອກະສານເພື່ອສະເຫຼີມສະຫຼອງຄົບຮອບ 30 ປີ ຂອງເວທີພາກພື້ນອາຊຽນ, 4). ແຜນວຽກເວທີພາກພື້ນອາຊຽນ ກ່ຽວກັບການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ (2023-2024).

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
457982
ມື້ນີ້39
ມື້ວານ203
ອາທິດນີ້1035
ເດືອນນີ້1987