ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

 

20230713 AMMPMC Aus 01

 

ວັນທີ 13 ກໍລະກົດ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ. ອາເມລິກາ, ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ. ເກົາຫຼີ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະພາບເອີຣົບ (ອີຢູ), ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 24 ຕາມລໍາດັບ.

 

20230713 AMMPMC Aus 02

 

ໃນນາມ ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ, ທ່ານ ຮອງນາຍົກລັດຖະມົນຕີ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ ໄດ້ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ຮ່ວມກັບ ທ່ານ ນາງ ເພັນນີ ວອງ (Penny Wong), ລັດຖະມົນຕີຕ່າງປະເທດອົດສະຕຣາລີ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ໂດຍຜ່ານການຈັດຕັ້ງປະຕິບັດເອກະສານຊ້ອນທ້າຍຂອງແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ (2020-2024) ແລະ ຂໍ້ລິເລີ່ມ “ອົດສະຕຣາລີ ເພື່ອອະນາຄົດຂອງອາຊຽນ” (Aus4ASEAN Futures). ພ້ອມນີ້, ກອງປະຊຸມ ຍັງໄດ້ເຫັນດີຮ່ວມກັນໃນການເລີ່ມຮ່າງແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ ສະບັບໃໝ່ (2025-2029) ເພື່ອຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ. ພິເສດ, ສອງຝ່າຍ ໄດ້ເຫັນດີຈັດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ເພື່ອສະເຫຼີມສະຫຼອງ 50 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ໃນວັນທີ 4-6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ.

 

20230713 AMMPMC India

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ຮັບຮອງເອົາເອກະສານຊ້ອນທ້າຍຂອງແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ອາຊຽນ ແລະ ອິນເດຍ ແນ່ໃສ່ສົ່ງເສີມການພົວພັນຮ່ວມມືອາຊຽນ-ອິນເດຍ ໃນອານາຄົດ. ນອກນັ້ນ, ກອງປະຊຸມ ໄດ້ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືດ້ານການເຊື່ອມຈອດຕ່າງໆ ໃຫ້ເປັນຮູບປະທໍາ ເປັນຕົ້ນແມ່ນ: ໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍທາງດ່ວນດັ່ງກ່າວ ເພື່ອເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໂດຍໄວ.

 

20230713 AMMPMC NZL

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ-ນິວຊີແລນ ວ່າດ້ວຍການຮ່ວມມືພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ (AOIP) ແລະ ໄດ້ຊຸກຍູ້ໃຫ້ເລັ່ງລັດຂະບວນການພາຍໃນ ເພື່ອໃຫ້ສາມາດລົງນາມອານຸສັນຍາ ສະບັບທີ 2 ເພື່ອຍົກລະດັບການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA) ພາຍໃນປີນີ້.

 

20230713 AMMPMC Russia

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ລັດເຊຍ ໃນໄລຍະ 1 ປີ ທີ່ຜ່ານມາ ກໍຄືຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານຮອບດ້ານ ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ລັດເຊຍ (2021-2025). ພິເສດ, ສອງຝ່າຍ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ເນື່ອງໃນໂອກາດຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງອາຊຽນ ແລະ ລັດເຊຍ ແລະ ຍິນດີຕໍ່ຂໍ້ສະເໜີຂອງ ລັດເຊຍ ເພື່ອຈັດບັນດາກິດກະກໍາສະເຫຼີມສະຫຼອງໃນໂອກາດສໍາຄັນດັ່ງກ່າວ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ບັນດາຂົງເຂດບູລິມະສິດ ເປັນຕົ້ນແມ່ນ: ການຄ້າ-ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຊີ, ການທ່ອງທ່ຽວ, ການສຶກສາ ແລະ ຂົງເຂດອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

20230713 AMMPMC China

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານ ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ແລະ ເອກະສານຊ້ອນທ້າຍ ເພື່ອເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ. ໃນໂອກາດນີ້, ສອງຝ່າຍ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ໃນໂອກາດຄົບຮອບ 20 ປີ ຂອງ ສປ ຈີນ ແລະ ລະບຽບການເພື່ອເລັ່ງລັດການເຈລະຈາກົດແຫ່ງການປະພຶດ ຫຼື ຊີໂອຊີ ຢ່າງມີປະສິດທິພາບ ແລະ ມີເນື້ອໃນ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການເຈລະຈາບັນດາຖະແຫຼງການຮ່ວມ ທີ່ຈະຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 26 ໃນເດືອນກັນຍາ 2023 ນີ້. ພ້ອມນີ້, ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການເຈລະຈາ ຊີໂອຊີ ຮອບທີ່ສອງ, ລວມທັງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫຼງການ ແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຫຼື ດີໂອຊີ.

 

20230713 AMMPMC Japan

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ເຫັນດີດ້ານຫຼັກການເພື່ອຮັບຮອງເອົາຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 26 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2023. ພ້ອມນີ້, ກອງປະຊຸມ ໄດ້ເຫັນດີເຮັດວຽກຮ່ວມກັນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງຈະຈັດຂຶ້ນໃນວັນທີ 16-18 ທັນວາ 2023, ທີ່ ໂຕກຽວ, ຍີ່ປຸ່ນ.

 

20230713 AMMPMC ROK

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ. ເກົາຫຼີ ໄດ້ສະແດງຄວາມຍິນດີຕໍ່ແຜນຂອງ ສ. ເກົາຫຼີ ເພື່ອເພີ່ມການປະກອບສ່ວນງົບປະມານ ເປັນເງິນຈໍານວນ 48 ລ້ານໂດລາສະຫະລັດ ເຂົ້າໃນບັນດາກອງທຶນການຮ່ວມມື ອາຊຽນ-ສ.ເກົາຫຼີ ຈົນຮອດປີ 2027 ແນໃສ່ຈັດຕັ້ງປະຕິບັດບັນດາແຜນການຮ່ວມມືໃນຕໍ່ໜ້າ ພາຍໃຕ້ຂໍ້ລິເລີ່ມ ວ່າດ້ວຍ ຄວາມສາມັກຄີ ເກົາຫຼີ-ອາຊຽນ (KASI). ພ້ອມນີ້, ອາຊຽນ ໄດ້ເຫັນດີຕໍ່ການສະເໜີຂອງ ສ. ເກົາຫຼີ ເພື່ອຍົກລະດັບການພົວພັນການຮ່ວມມືອາຊຽນ-ສ. ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 24 ທີ່ຈະຈັດຂຶ້ນໃນເດືອນ ກັນຍາ 2023.

 

20230713 AMMPMC EU

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍຖະແຫຼງການ ຜູ້ນໍາຮ່ວມຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອີຢູ ຄົບຮອບ 45 ປີ ໃນທ້າຍປີ 2022 ທີ່ຜ່ານມາ ແລະ ໄດ້ເຫັນດີຮັດແໜ້ນການຮ່ວມມືໃນຂົງເຂດການເຊື່ອມຈອດພາກພື້ນ, ການຄ້າ, ການລົງທຶນ, ການໄປມາຫາສູ່ກັນລະຫວ່າງປະຊາຊົນ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເປັນຕົ້ນ.

 

20230713 AMMPMC UK

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ໄດ້ທົບທວນຄືນການຮ່ວມມືອາຊຽນ-ອັງກິດ ໃນໄລຍະ 1 ປີທີ່ຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ອັງກິດ (2022-2026) ແລະ ໄດ້ຊຸກຍູ້ໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວ ຢ່າງມີປະສິດຕິພາບ ແລະ ຄົບຖ້ວນ ໂດຍເນັ້ນໃສ່ຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການພັດທະນາພື້ນຖານໂຄງລ່າງ, ການເຊື່ອມຈອດ, ການສຶກສາ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນຂອງສອງພາກພື້ນ.

 

20230713 AMMPMC Canada

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ໄດ້ເຫັນດີຈັດກອງປະຊຸມສຸດຍອດອາຊຽນ-ການາດາ ໃນເດືອນກັນຍາ 2023, ລວມທັງການປະກາດການຍົກລະດັບການພົວພັນຮ່ວມມືອາຊຽນ-ການາດາ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນໂອກາດກອງປະຊຸມດັ່ງກ່າວ.

 

20230713 AMM Plus Three

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ. ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 24 ໄດ້ທົບທວນຄືນການຮ່ວມມືໃນຂອບອາຊຽນບວກສາມ ໃນໄລຍະຜ່ານມາ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນວຽກການຮ່ວມມືອາຊຽນບວກສາມ ສໍາລັບໄລຍະ 2023-2027 ຢ່າງມີປະສິດທິພາບ ແລະ ຄົບຖ້ວນ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບອາຊຽນບວກສາມ ໃນຖານະທີ່ເປັນເວທີການຮ່ວມມືທີ່ສໍາຄັນຂອງພາກພື້ນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ພະຍາດລະບາດ, ວິກິດການທາງການເງິນ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ອື່ນໆ. ພ້ອມນີ້, ຍັງເຫັນດີໃຫ້ມີການຮ່ວມມືໃນດ້ານການພັດທະນາລົດໄຟຟ້າໃນພາກພື້ນ ອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
457980
ມື້ນີ້37
ມື້ວານ203
ອາທິດນີ້1033
ເດືອນນີ້1985