ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ ທີ່ ນະຄອນຫຼວງ ຈາກາກຕາ, ສ. ອິນໂດເນເຊຍ ໃນວັນທີ 11-14 ກໍລະກົດ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດ ຄືດັ່ງລຸ່ມນີ້:
ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຢ່າງສະໜິດແໜ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ ໂດຍສະເພາະການສຸມໃສ່ຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືສອງກະຊວງ ໄລຍະປີ 2021-2025 ແລະ ແຜນປະຕິບັດງານການທູດເສດຖະກິດ ໄລຍະປີ 2020-2025, ກໍ່ຄື ການຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືສອງຝ່າຍ ແລະ ການຕົກລົງຂອງ ການນຳຂັ້ນສູງ ໃນ 6 ເດືອນຜ່ານມາ ແລະ ການວາງແຜນວຽກຮ່ວມກັນໃນ 6 ເດືອນ ທ້າຍປີ. ສອງຝ່າຍ ເອກະພາບກັນ ຈະຮ່ວມກັນກະກຽມໃຫ້ແກ່ ການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ ກໍ່ຄືການເຂົ້າຮ່ວມກອງປະຊຸມ ສອງຝ່າຍ ປະຈໍາປີ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນ ການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ການແກ້ໄຂບັນຫາເສດຖະກິດພາຍໃນຂອງລາວ, ກໍ່ຄື ການກະກຽມໃຫ້ແກ່ການເປັນເຈົ້າພາບກອງປະຊຸມອາຊຽນ ໃນປີ 2024. ພ້ອມນີ້, ໄດ້ແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບໜ້າການກະກຽມຄວາມພ້ອມດ້ານຕ່າງໆ ໃນການເປັນປະທານອາຊຽນ ໃນປີ 2024.
ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ດາໂຕະ ເອຣາວັນ ເປີຮິນ ຢູຊອບ (Dato Erywan Pehin Yusof), ລັດຖະມົນຕີຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ. ໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ບຣູໄນ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 30 ປີຜ່ານມາ ໂດຍເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ສອງຝ່າຍໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການຮ່ວມມືທາງດ້ານກະສິກໍາ ແລະ ການຮ່ວມມືທາງດ້ານພະລັງງານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນເດືອນຕຸລາ 2022 ຜ່ານມາ, ພ້ອມທັງ ສືບຕໍ່ຮ່ວມກັນຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈດ່ັງກ່າວ ໃຫ້ປະກົດຜົນເປັນຈິງ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ໃນວຽກງານຂອບອາຊຽນ ໂດຍສະເພາະແມ່ນ ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.
-------------------------------------------------------------
ໃນວັນທີ 12 ກໍລະກົດ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດ ຄືດັ່ງລຸ່ມນີ້:
ໃນຕອນເຊົ້າ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ເບັນດິໂຕ ໂດດ ຊານໂຕດ ເຟຣອີຕາດ (Bendito dos Santos Freitas), ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຕີມໍ-ເລດສ໌ເຕ ແລະ ຄະນະ. ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັນເປັນຄັ້ງທໍາອິດ ນັບຕັ້ງແຕ່ ທ່ານ ເບັນດິໂຕ ໂດດ ຊານໂຕດ ເຟຣອີຕາດ ໄດ້ເຂົ້າຮັບຕໍາແໜ່ງເປັນລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ໃນວັນທີ 1 ກໍລະກົດ 2023 ເປັນຕົ້ນມາ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ກໍ່ຄື ສອງກະຊວງການຕ່າງປະເທດ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕໍໍ່ເນື່ອງ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 29 ກໍລະກົດ 2002 ເປັນຕົ້ນມາ. ພ້ອມນີ້, ສອງຝ່າຍຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຮັດແໜ້ນການພົວພັນຮ່ວມມືໃນຂອບສອງຝ່າຍ ກໍຄື ຫຼາຍຝ່າຍ ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ ຕີມໍ-ເລັດສ໌ເຕ ໃນການເຂົ້າເປັນສະມາຊິກອາຊຽນ.
ໃນຕອນບ່າຍ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ພົບປະກັບທ່ານ ນາງ ເພັນນີ ວອງ (Penny WONG), ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ຍາວນານ ລະຫວ່າງສອງປະເທດຕະຫຼອດໄລຍະ 7 ທົດສະວັດຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະແມ່ນຜົນສໍາເລັດຂອງການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ລວມທັງການຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ທົບທວນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືໃນຂອບສອງຝ່າຍກໍ່ຄືການຮ່ວມມື ອາຊຽນ-ອົດສະຕຣາລີ ໂດຍສະເພາະແມ່ນໃນຖານະທີ່ ສປປລາວ ເປັນປະເທດປະສານງານອາຊຽນ-ອົດສະຕຣາລີ, ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ຕໍ່ກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ, ທັງການຊ່ວຍເຫຼືອເພື່ອການພັດທະນາ ກໍ່ຄືການກະກຽມໃຫ້ແກ່ການເປັນປະທານອາຊຽນໃນປີ 2024 ທີ່ຈະມາເຖິງນີ້.
ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ພົບປະສອງຝ່າຍກັບ ທ່ານ ນາງ ນານາຍອັນ ມາຫຸຕາ(Nanaia MAHUTA), ລັດຖະມົນຕີຕ່າງປະເທດ ແຫ່ງ ນິວຊີແລນ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ນິວຊີແລນ ທີ່ໄດ້ຮັບການພັດທະນາ ໃນຕະຫຼອດໄລຍະຜ່ານມາ, ທັງລະຫວ່າງລັດຖະບານຕໍ່ລັດຖະບານ ກໍ່ຄືການພົວພັນລະຫວ່າງປະຊາຊົນສອງປະເທດ. ພິເສດ, ປີ 2023 ນີ້ ແມ່ນຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ. ພ້ອມນັ້ນ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບການພົວພັນຮ່ວມມື ອາຊຽນ-ນິວຊີແລນ ກໍຄື ບັນດາສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຕະຫຼອດມາ, ໂດຍສະເພາະແມ່ນຂະແໜງການສຶກສາ ທີ່ໄດ້ໃຫ້ທຶນການສຶກສາ ທັງໄລຍະສັ້ນ ແລະ ໄລຍະຍາວ ລວມທັງການຊ່ວຍເຫຼືອໃນຂະແໜງການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ.
ພ້ອມກັນນັ້ນ, ຍັງມີການພົບປະສອງຝ່າຍ ລະຫວ່າງ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກັບ ທ່ານ ເຊີຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ, ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ ວ່າດ້ວຍ ຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງເລິກ ໂດຍສະເພາະຂົງເຂດການເມືອງ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ພ້ອມນີ້, ສອງຝ່າຍໄດ້ເຫັນດີໃຫ້ສືບຕໍ່ຈັດກອງປະຊຸມປຶກສາຫາລືທາງດ້ານການເມືອງລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຣັດເຊຍ, ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານ ລາວ ແລະ ຣັດເຊຍ ຄັ້ງທີ 17 ວ່າດ້ວຍການຮ່ວມມືດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ແລະ ກອງປະຊຸມລະດັບອື່ນໆ; ຈະສືບຕໍ່ສົ່ງເສີມການຮ່ວມມືທາງດ້ານການຄົມມະນາຄົມທາງອາກາດ, ການທ່ອງທ່ຽວ, ດ້ານເສດຖະກິດ, ດ້ານພະລັງງານ ແລະ ອື່ນໆ; ຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບບັນຫາທີ່ພົ້ນເດັ່ນໃນພາກພື້ນ ແລະ ໃນໂລກ.
ໃນຕອນແລງ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ພົບປະສອງຝ່າຍກັບ ທ່ານ ດຣ. ສຸບຣາມານຢໍາ ໃຈຊັງກ່າ (Dr. Subramanyan Jaishankar), ລັດຖະມົນຕີວຽກງານພາຍນອກ ແຫ່ງ ສ. ອິນເດຍ. ໂອກາດນີ້, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບກັນ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ນັບມື້ນັບຂະຫຍາຍຕົວຕະຫຼອດໄລຍະ 67 ປີ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືດ້ານຕ່າງໆໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດກອງປະຊຸມປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ອິນເດຍ ຄັ້ງທີ 3, ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍຄັ້ງທີ 10, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ການຮ່ວມມືໃນຂອບອາຊຽນ-ອິນເດຍ ແລະ ອື່ນໆ. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນອິນເດຍ ສໍາລັບການຊ່ວຍເຫຼືອທີ່ມີຕໍ່ ສປປ ລາວ ໄລຍະຜ່ານມາ, ໂດຍສະເພາະແມ່ນຂົງເຂດການສຶກສາ, ກະສິກໍາ, ຊົນລະປະທານ, ຂົງເຂດຄົມມະນາຄົມຂົນສົ່ງ ແລະ ດ້ານອື່ນໆ, ກໍ່ຄືການສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
-------------------------------------------------------------
ໃນວັນທີ 13-14 ກໍລະກົດ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດເພື່ອນມິດ ເປັນຕົ້ນແມ່ນ ສະຫະພາບເອີຣົບ (ອີຢູ), ຣາຊະອານາຈັກ ນອກແວ, ການາດາ, ອັງກິດ, ສີລັງກາ ແລະ ສ. ອາເມຣິກາ.
ໃນການພົບປະລະຫວ່າງ ທ່ານ ສະະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກັບ ທ່ານ ໂຈເຊັບ ໂບແຣນ, ເຈົ້າໜ້າທີ່ລະດັບສູງ ສະຫະພາບເອີຣົບ, ຮັບຜິດຊອບວຽກງານການຕ່າງປະເທດ ແລະ ນະໂຍບາຍດ້ານຄວາມໝັ້ນຄົງ/ຮອງປະທານຄະນະກໍາມະການເອີຣົບ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອີຢູ ໃນໄລຍະຜ່ານມາ ນັບຕັ້ງແຕ່ໄດ້ສ້າງສາຍພົວພັນການທູດນໍາກັນ ໃນວັນທີ 21 ພະຈິກ 1975 ເປັນຕົ້ນມາ, ເຊິ່ງເຫັນວ່າໄດ້ຮັບການສືບຕໍ່ເສີມຂະຫຍາຍຂຶ້ນເລື້ອຍໆ, ມູນຄ່າການຊ່ວຍເຫຼືອ ເພີ່ມຂຶ້ນຈາກ 312 ລ້ານເອີໂຣ (ແຕ່ສົກປີ 1994-2020) ມາເປັນ 550 ລ້ານ ເອີໂຣ ໃນສົກປີ 2021-2025 ໂດຍສຸມໃສ່ 3 ຂົງເຂດຕົ້ນຕໍຄື: ການພັດທະນາເສດຖະກິດສີຂຽວ; ການພັດທະນາຊັບພະຍາກອນມະນຸດ ແລະ ການປົກຄອງທີ່ດີ; ພ້ອມກັນນີ້, ໄດ້ປຶກສາຫາລື ກ່ຽວກັບ ວຽກງານດ້ານຕ່າງໆ ເຊັ່ນ: ການຊ່ວຍເຫຼືອ ສປປ ລາວ ໃຫ້ກາຍເປັນປະເທດທີ່ເຊື່ອມຈອດກັບບັນດາປະເທດຕ່າງໆ; ວຽກງານເກັບກູ້ລະເບີດບໍ່ທັນແຕກ; ການຮ່ວມມືດ້ານສິດທິມະນຸດ; ຂະບວນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນປີ 2026; ການຮ່ວມມືໃນຂອບອາຊຽນ-ອີຢູ; ການສົ່ງເສີມການທ່ອງທ່ຽວໃນລາວ ແລະ ອື່ນໆ; ພ້ອມທັງແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບໜ້າໃນການກະກຽມຄວາມພ້ອມຂອງ ສປປ ລາວ ຕໍ່ການເປັນປະທານອາຊຽນໃນປີ 2024 ທີ່ຈະມາເຖິງ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ອີຢູ ໃຫ້ແກ່ ສປປ ລາວ ໂດຍສະເພາະແມ່ນແຜນການສະໜັບສະໜູນດ້ານງົບປະມານທີ່ແນໃສ່ວຽກງານໂພຊະນາການ ແລະ ການສຶກສາ, ເຊິ່ງໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ສາມາດບັນລຸເປົ້າໝາຍແຜນການພັດທະ ນາແບບຍືນຍົງຂອງອົງການສະຫະປະຊາຊາດໃນປີ 2030. ສຸດທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ສະແດງຄວາມຍີນດີຕ້ອນຮັບການຈະມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ໂຈເຊັບ ໂບແຣນ ໃນປີ 2024 ທີ່ ສປປ ລາວ ເປັນປະທານອາຊຽນ.
ສ່ວນການພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກັບ ທ່ານ ນາງ Anniken Huifeldt, ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກນອກແວ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ນອກແວ ຕະຫຼອດໄລຍະ 32 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ພ້ອມທັງມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ແລະ ການເປັນຄູ່ຮ່ວມມືໃນຂອບວຽກງານອາຊຽນປີ 2024. ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍນອກແວ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໄລຍະຜ່ານມາ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບໜ້າໃນການກະກຽມຄວາມພ້ອມຕໍ່ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ.
ໃນການພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກັບ ທ່ານ ນາງ Mélanie Joly, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບກັນໃນຄັ້ງນີ້, ເຊິ່ງຈະເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ການາດາ ໂດຍສະເພາະແມ່ນການກະກຽມໃຫ້ແກ່ການສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ການາດາ ໃນປີ 2024 ທີ່ຈະມາເຖິງນີ້. ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ການສົ່ງເສີມການຮ່ວມມືທາງດ້ານການເມືອງ ແລະ ການສຶກສາ ໂດຍສະເພາະ ເລື່ອງການໃຫ້ທຶນການສຶກສາແກ່ ສປປ ລາວ, ການເພີ່ມທະວີການໄປ-ມາຫາສູ່ກັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນຂອງສອງປະເທດໃນອະນາຄົດ; ການພັດທະນາເສດຖະກິດສີຂຽວ; ການຮ່ວມມືໃນຂອບອາຊຽນ-ການາດາ, ລວມທັງການສະຫນັບສະຫນູນຕໍ່ການກະກຽມເປັນປະທານອາຊຽນໃນປີ 2024 ຂອງ ສປປ ລາວ. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ຕໍ່ກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ພ້ອມກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍີນດີຕ້ອນຮັບການຈະມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ Mélanie Joly ໄລຍະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2024, ເຊິ່ງທ່ານ ນາງ Mélanie Joly ກໍ່ໄດ້ສະແດງຄວາມຂອບໃຈ ແລະ ມີຄວາມຍີນດີເຊື້ອເຊີນທ່ານ ຮອງນາຍົກລັດຖະມົນຕີ ໄປຢ້ຽມຢາມການາດາ ໃນເວລາທີ່ເຫມາະສົມ.
ການພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກັບ ທ່ານ James Cleverly, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ອັງກິດ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ; ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືທາງດ້ານການເມືອງ; ການຄ້າ ແລະ ການລົງທຶນ; ການຮ່ວມມືເພື່ອການພັດທະນາ; ວຽກງານເກັບກູ້ລະເບີດບໍ່ທັນແຕກ; ວຽກງານສຶກສາ ໂດຍສະເພາະ ການສຶບຕໍ່ໃຫ້ທຶນການສຶກສາແກ່ພະນັກງານລາວໄປຮຽນຕໍ່ ທີ່ປະເທດ ອັງກິດ; ວຽກງານສາທາລະນະສຸກ; ຂະແໜງພະລັງງານທົດແທນ; ການປ່ຽນແປງດິນຟ້າອາກາດ; ການຮ່ວມມືໃນຂອບອາຊຽນ-ອັງກິດ ແລະ ການກະກຽມຄວາມພ້ອມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບ ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງອັງກິດ ທີ່ມີຕໍ່ ສປປ ລາວ ໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຢູ່ ສປປ ລາວ. ສຸດທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ສະແດງຄວາມຍີນດີຕ້ອນຮັບການຈະມາຢ້ຽມຢາມ ສປປ ລາວ ຂອງ ທ່ານ James Cleverly ໃນປີ 2024 ທີ່ ສປປ ລາວ ເປັນປະທານອາຊຽນ.
ໃນການພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ກັບ ທ່ານ M.U.M. Ali Sabry, ລັດຖະມົນຕີກະຊວງການຕ່າງປະເທດສີລັງກາ, ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃນຕະຫຼອດໄລຍະ 58 ປີຜ່ານມາ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຈົນເຖິງການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ; ການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ການພັດທະ ນາຊັບພະຍາກອນມະນຸດ; ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ສອງຝ່າຍມີທ່າແຮງ. ພ້ອມນັ້ນ, ສອງຝ່າຍຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການຮ່ວມມືຢູ່ໃນຂອບອາຊຽນ.
ສ່ວນການພົບປະ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກັບ ທ່ານ Antony Blinken, ລັດຖະມົນຕີຕ່າງປະເທດ ສ. ອາເມຣິກາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ, ເຊິ່ງໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ; ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືເພື່ອການພັດທະນາ; ການຮ່ວມມືດ້ານການສຶກສາ ໂດຍສະເພາະ ສູນການສຶກສາ; ວຽກງານເກັບກູ້ລະເບີດບໍ່ທັນແຕກ ແລະ ການຮ່ວມມືໃນຂອບອາຊຽນ-ອາເມລິກາ, ລວມທັງການສະຫນັບສະຫນູນຕໍ່ການກະກຽມຄວາມພ້ອມໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງ. ພ້ອມນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ກ່ຽວກັບ ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ. ສຸດທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ສະແດງຄວາມຍີນດີຕ້ອນຮັບການຈະມາຢ້ຽມຢາມ ສປປ ລາວ ຂອງ ທ່ານ Antony Blinken ໃນປີ 2024 ທີ່ ສປປ ລາວ ເປັນປະທານອາຊຽນ.
-------------------------------------------------------------