ໃນວັນທີ 05 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes), ຜູ້ປະສານງານຂອງອົງການສະຫະປະຊາຊາດ ປະຈຳ ສປປ ລາວ ທີ່ໄດ້ເຂົ້າຢ້ຽມຂ່ຳນັບອຳລາ ໃນໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ກັບການປະຕິບັດໜ້າທີ່ຂອງຜູ້ປະສານງານຂອງອົງການ ສປຊ ຜູ້ທຳອິດ (RC) ພາຍຫລັງມີການປັບປຸງລະບົບການພັດທະນາຂອງ ສປຊ (UNDS). ພ້ອມກັນນີ້, ທ່ານ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທ່ານຜູ້ປະສານງານ ໃນການເສີມຂະຫຍາຍການຮ່ວມມື, ການສະຫນັບສະຫນູນຊ່ວຍເຫລືອ ອັນໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ໃນໄລະຍະຜ່ານມາ.
ພາຍຫລັງການເຂົ້າຢ້ຽມຂ່ຳນັບອຳລາ ກໍໄດ້ມີການຈັດພິທີປະດັບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໂດຍທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ໃນການມອບຄັ້ງນີ້ ແລະ ມີພະນັກງານຂັ້ນສູງ ຈາກບັນດາກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ ໃນການຈັດຕັ້ງປະຕິບັດວຽກງານຂອງຜູ້ກ່ຽວແຕ່ປີ 2019 ເປັນຕົ້ນມາ.
ໃນພິທີການມອບຫຼຽນ, ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ແຫ່ງ ສປປ ລາວ ກໍຄືກະຊວງການຕ່າງປະເທດ ແລະ ບັນດາຂະ ແໜງການທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດເປັນຢ່າງດີ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຫ້ອງການຜູ້ປະສານງານຂອງອົງການ ສປຊ ປະຈຳ ສປປ ລາວ (UNRCO) ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະຫນູນ ສປປ ລາວ ໃນຕໍ່ໜ້າ.