ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ

 

2023627 President 1

2023627 President 2

2023627 President 3

 

     ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2023, ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພະນະທ່ານ ອັນວາ ອິບບຣາຮິມ  (Anwar Ibrahim), ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ ໃນວັນທີ 26-27 ມິຖຸນາ 2023.

     ໃນໂອກາດນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ແລະ ຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການພົບປະສອງຝ່າຍກັບ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດຕິດຕະພາບ ໄປຍັງ ສົມເດັດ ອັນ-ຊຸນຕານ ອັບດຸນລາ ຣິ ອາຢາຕຸດິນ ອັນ-ມຸສຕາຟາ ບິນລາ ຊາ ອິບນີ ອັນ-ມາຣຸມ ຊຸນຕານ ຮາຈິ ອາມັດ ຊາ ອັນ-ມຸສຕາອິນ ບິນລາ (His Majesty The YDP Agong Al-Sultan Abdullah Ri'ayatuddin Al-Mustafa Billah Shah), ເຈົ້າຊີວິດ ແຫ່ງ ມາເລເຊຍ.

 

     ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະຜ່ານມາ, ເຊິ່ງສະແດງອອກໃນຫຼາຍກິດຈະກໍາແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ສອງຝ່າຍໄດ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃນຫຼາຍລະດັບຢ່າງເປັນປົກກະຕິ. ການພົວພັນຮ່ວມມືໃນຂະແໜງການຕ່າງໆກໍ່ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ດ້ານການຄ້າ ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ; ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ຈັດເປັນອັນດັບທີ 5 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ, ເຊິ່ງມີມູນຄ້າ 924  ລ້ານໂດລາສະຫະລັດ, ກວມເອົາ 46 ໂຄງການ; ດ້ານພະລັງງານ ມີການຮ່ວມມືທີ່ມີຜົນສໍາເລັດດີ, ເຂື່ອນໄຟຟ້າດອນສະໂຮງ ມີປະສິດທິພາບ, ທັງໄດ້ຂາຍໄຟຟ້າໃຫ້ແກ່ກໍາປູເຈຍ; ການສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ໄດ້ຮັບປະສິດທິຜົນດີ, ສະເໜີຝ່າຍມາເລເຊຍ ສືບຕໍ່ເພີ່ມທະວີຕື່ມ ແລະ ອື່ນໆ, ພ້ອມທັງໄດ້ເນັ້ນໃຫ້ ສອງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ ສືບຕໍ່ຊຸກຍູ້ເພີ່ມທະວີການພົວພັນຮ່ວມມືໃນຫຼາຍໆດ້ານ ເຊັ່ນ: ການລົງທຶນໃຫ້ບັນລຸກາຍ 1 ຕື້ໂດລາສະຫະລັດ, ການຄ້າໃຫ້ເພີ່ມຂຶ້ນ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ.

 

     ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະແມ່ນໃນຂະແໜງການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານໂຄງການ MTCP, ການໃຫ້ການຊ່ວຍເຫຼືອໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຜ່ານ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແລະ ອື່ນໆ. ນອກນີ້, ພະນະທ່ານ ປະເທດປະເທດ ທອງລຸນ ສີສຸລິດ ຍັງໄດ້ເຊື້ອເຊີນນັກລົງທຶນ ແລະ ນັກທ່ອງທ່ຽວ ຂອງມາເລເຊຍ ເຂົ້າມາລົງທຶນ ແລະ ທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະ ໃນປີ 2024 ທີ່ ສປປ ລາວ ຈະເປີດປີທ່ຽວທ່ຽວລາວ, ທັງຍັງເປັນປີທີ່ ສປປ ຈະເປັນປະທານອາຊຽນ.

 

     ໃນໂອກາດດຽວກັນນີ້, ພະນະ​ທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ໄດ້ສະແດງຄວາມຂອບໃຈ ຕໍ່ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ມາເລເຊຍ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດມາ. ພ້ອມນີ້, ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ຍັງແມ່ນເພື່ອສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ແລະ ຍັງເປັນການຊຸກຍູ້ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ທັງໃນລວງເລິກ ແລະ ລວງກວ້າງ.

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
457982
ມື້ນີ້39
ມື້ວານ203
ອາທິດນີ້1035
ເດືອນນີ້1987