ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ມາເລເຊຍ

 

2023627 Assembly 3

2023627 Assembly 1

2023627 Assembly 2

 

     ໃນຕອນແລງ, ວັນທີ 27 ມິຖຸນາ 2023 ທີ່ ສະພາແຫ່ງຊາດລາວ, ພະນະທ່ານ ປອ.ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ພະນະທ່ານ ອັນວາ ອິບບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນວັນທີ 26-27 ມິຖຸນາ 2023.

     

    ໃນໂອກາດນີ້, ພະນະທ່ານ ປອ.ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງພະນະທ່ານນາຍົກລັດຖະມົນຕີ ມາເລເຊຍ ພ້ອມດ້ວຍຄະນະ, ຊຶ່ງຢູ່ໃນທ່າມກາງບັນຍາກາດທີ່ ສະພາແຫ່ງຊາດ ແຫ່ງ ສປປ ລາວ ພວມດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະແດງຄວາມເຊື່ອຫມັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນ 2 ຊາດ ລາວ ແລະ ມາເຊເຊຍ ໃຫ້ດີຂຶ້ນເລືອຍໆ. ພ້ອມກັນນີ້, ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ສະພາບການພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການເຄື່ອນໄຫວຂອງສະພາແຫ່ງຊາດລາວ ຊຸດທີ IX.

 

     ພະນະທ່ານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ມາເລເຊຍ  ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ການຊ່ວຍເຫຼືອລ້າ (ODA) ​​ເຂົ້າ​ໃນການປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂກາ​ນລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ເປັນຕົ້ນແມ່ນ ການສະໜອງຢາວັກແຊັງຕ້ານພະຍາດໂຄວິດ-19 ແລະ ອຸປະກອນການແພດຕ່າງໆ, ພ້ອມທັງສະແດງຄວາມຫວັງວ່າ ມາເລເຊຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ຫນ້າ, ໂດຍສະເພາະແມ່ນ ການເປັນປະທານອາຊຽນ ແລະ ການເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA-45) ໃນປີ 2024 ທີ່ ນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

 

     ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ໄດ້ສະແດງຄວາມຂອບໃຈ ຕໍ່ ພະນະທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດດ້ານຕ່າງໆ ທີ່ ສປປ ລາວ ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການພັດທະນາໃນຕໍ່ໜ້າ.

 

     ສອງຝ່າຍ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນຮູບປະທຳຍິ່ງຂຶ້ນ, ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັດຍັດ ຂອງສອງປະເທດ ກໍ່ສືບຕໍ່ຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ສອງປະເທດ ລາວ-ມາເລເຊຍ.

 

    ພະນະທ່ານ ປອ.ໄຊສົມພອນ ພົມວິຫານ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ມາເລເຊຍ ຈົ່ງສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ, ພ້ອມທັງ ອວຍພອນໃຫ້ ພະນະທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະຜູ້ແທນ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.

ບົດຂ່າວອື່ນໆ

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
457987
ມື້ນີ້44
ມື້ວານ203
ອາທິດນີ້1040
ເດືອນນີ້1992